ມະຫາເສດຖີຈີນ!! ທຸ້ມເງິນຊື້ໂຕ ອາດີດນາງເອກສາວເອວີ "ໂຣຣ່າ ທາຄິຊາວ່າ" ດ້ວຍເງິນ 70 ຕື້ລ້ານກີບ ໃຫ້ມາເປັນເລຂາສ່ວນໂຕ 15ປີ
ເມື່ອຜ່ານມາບໍ່ດົນນີ້ ເວັບໄຊ໌ຕ່າງປະເທດ ຊຽງໄຮອິນ ໄດ້ທີການລາຍງານຂ່າວທາງສື່ຈີນ ແລະເຜີຍແຜ່ຮູບພາບຈັດງານລ້ຽງອັນຍິ່ງຝຫຍ່ ທີ່ໂຮງແຮມແຫ່ງໜຶ່ງ ໃນກຣຸງປາກກິ່ງ ເຊິ່ງປະກົດໃຫ້ເຫັນເຖິງພາບຂອງຍິງສາວງາມ ທີ່ເປັນອາດີດດາລາໜັງຜູ້ໃຫຍ່ ໃນຢີ່ປຸ່ນ "ໂຣຣ່າ ທາຄິຊາວ່າ" ນັກສະແດງໜັງຜູ້ໃຫຍ່ທີ່ໂດ່ງດັງ ຈົນໄດ້ຮັບສາຍາວ່າ "ມິຍາບິ2" ມາປະກົດໂຕແລະສົ່ງຮອຍຍິ້ມຢູ່ເທິງລົດຫລູ ແລະນັ່ສໜງຂ້າງໆລາວນັ້ນແມ່ນຜູ້ຊາຍເຊິ່ງຖືກລະບຸວ່າເປັນມະຫາເສດຖີຊາວຈີນ ທີ່ທຸ້ມເງິນກວ່າ 965 ລ້ານເຢນ ຫຼືປະມານ 70 ຕື້ລ້ານກີບ ເພື່ອຈະຂໍຊື້ໂຕນາງມາເປັນເລຂາສ່ວນໂຕ ເປັນໄລຍະເວລາກວ່າ 15ປີ
ເຊິ່ງຂ່າວດັ່ງກ່າວໄດ້ສ້າງຄວາມຮືຮາໃຫ້ກັບສັງຄົມອອນໄລ໌ໃນຈີນ ແລະຢີ່ປຸ່ນຫຼາຍ ເພາະບໍ່ໜ້າເຊື່ອວ່າມະຫາເສດຖີໜຸ່ມຄົນນີ້ຈະບ້າຄັ່ງຂະໜາດຈ້າງດາລາໜັງຜູ້ໃຫຍ່ ໃນຢີ່ປຸ່ນ ມາເຮັດວຽກນຳ ແລະບໍ່ແມ່ນແຄ່ນັ້ນ ໃນສັນຍາຍັງລະບຸເຖິງຄວາມສຳພັນອັນເລິກເຊິ່ງນອກເໜືອຈາກເລຂາສ່ວນໂຕ ເຊິ່ງບໍ່ໄດ້ເປີດເຜີຍວ່າເປັນເລື່ອງຫຍັງ
ໂຣຣ່າ ທາຄິຊາວ່າ ນັ້ນເປັນອາດີດນາງເອກໜັງຜູ້ໃຫຍ່ຂອງຢີ່ປຸ່ນ ອາຍຸ 25ປີ ທີ່ໂດ່ງດັງໃນຢີ່ປຸ່ນ ຈົນໄດ້ສາຍາວ່າ "ມິຍາບິ2" ເຊິ່ງລາວໄດ້ຖືກຄາດເອົາໄວ້ວ່າ ຈະມາແທນຕຳແໜ່ງລຸ້ນເອື້ອຍແບບ ມິຍາບິ ທີ່ໄດ້ປະກາດອຳລາວົງການໜັງຜູ້ໃຫຍ່ໄປແລ້ວ ແຕ່ສຸດທ້າຍແລ້ວທາງດ້ານຂອລ ໂຣຣ່າ ເອງ ກໍ່ໄດ້ຕັດສິນໃຈອອກຈາກວົງການໜັງໃນຢີ່ປຸ່ນໄປກ່ອນໄວອັນຄວນເຊັ່ນກັນ ເຊິ່ງມາເຊັນສັນຍາຢູ່ໃນວົງການບັນເທິງຂອງຈີນຊະກ່ອນ
ແຕ່ຈາກແຫຼ່ງຂ່າງຂ່າວລ່າສຸດ ສັນຍາດັ່ງກ່າວ ທີ່ບອກວ່າຕ້ອງຢຸ່ເຖິງ 15ປີນັ້ນ ແລະມີຄ່າໂຕສູງເຖິງ 965 ລ້ານເຢນ ອາດຈະເປັນແຄ່ຂ່າວລອຍໆ ເພາະທາງດ້ານຂອງ ຜູ້ຈັດການຂອງ ໂຣຣ່າ ໄດ້ມີການອອກມາບອກວ່າ ຄວາມຈິງແລ້ວເປັນເລື່ອງທີ່ເກີນຈິງ ແທ້ທທີ່ຈິງ ໂຣຣ່າ ນັ້ຮ ໄດ້ເຂົ້າໄປເຮັດວຽກຮ່ວມກັບ ມະຫາເສດຖີຄົນດັ່ງກ່າວແທ້ ເຊິ່ງມີການຈ້າງເປັນງານໄປ ບໍ່ໄດ້ເຖິງກັບວ່າ 15ປີຢ່າງທີ່ກ່າວ ໂດຍຄ່າໂຕຊອງລາວຈະຢູ່ທີ່ 100,000 ເຢນຕໍ່ 1ຊົ່ວໂມງ ຫຼືປະມານ 7ລ້ານກວ່າກີບ ແລະອີດເລດລາຄາໜຶ່ງແມ່ນ 120,000 ເຢນຕໍ່ 1ຂົ່ວໂມງ ຫຼືປະມານ 8ລ້ານກວ່າກີບ
ແຕ່ເລື່ອງລາວດັ່ງກ່າວ ກໍ່ບໍ່ໄດ້ມີການອອກມາເປີດເຜີຍຈາກປາກຂອງ ໂຣຣ່າ ເອງແຕ່ຢ່າງໃດ ເພາະຫຼາຍຄັ້ງທີ່ສື່ຕີນ ກໍ່ຈະໄດ້ເຫັນ ໂຣຣ່າ ໄປປະກົດໂຕຢູ່ຂ້າງກາຍຂອງ ມະຫາເສດຖີ ຊາວຈີນຄົນນີ້ຢູ່ເລື້ອຍໆ
ແຫຼ່ງຂ່າວຈາກ Showkhao
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.











Comments
Post a Comment