7 ສິ່ງ ຜູ້ຍິງຄວນຮູ້ ເພື່ອເຮັດໃຫ້ໜຸ່ມໆ "ບໍ່ຍອມເລີກ" ແບບເດັດຂາດ!!!
ເຮົາເຫັນຄູ່ຮັກຫຼາຍຄູ່ຢູ່ນຳກັນຈົນແກ່ເຖົ່າ ແລະກໍເຫັນຫຼາຍຄູ່ເລີກຮ້າງກັນແບບໄລຍະສັ້ນໆ ເຊິ່ງປັດໃຈທີ່ສຳຄັນກໍຄືໂຕຄູ່ຮັກທັງຝ່າຍຍິງ ແລະຝ່າຍຊາຍນັ້ນແຫຼະ ການທີ່ເລີກລາກັນນັ້ນແນ່ນອນວ່າ ຕ້ອງມີບາງຢ່າງທີ່ເຮັດໃຫ້ຄົນຮັກຮູ້ສຶກວ່າ ຢູ່ນໍາແລ້ວບໍ່ສະບາຍໃຈ ຢູ່ທົນຢູ່ຈົນແຕ່ງງານ ບ້ານກໍຕ້ອງແຕກເຂົ້າຈັກມື້ແທ້ໆ ຖ້າສາວໆ ຢາກຈະເປັນແຟນສາວທີ່ແສນໜ້າຮັກ ເຮັດໃຫ້ແຟນໜຸ່ມຢູ່ນໍາແລ້ວສະບາຍໃຈ ບໍ່ວ່າຈະແນວໃດກໍບໍ່ຂໍເລີກແບບເດັດຂາດ ລອງເບິ່ງ! ສາວໆ 7 ປະເພດ ທີ່ເຮັດໃຫ້ໜຸ່ມໆ ສະບາຍໃຈທີ່ສຸດກັນ
1 ຮັບຟັງເຂົາ
ລອງຄິດເບິ່ງວ່າໃນຖານະຜູ້ຍິງ ເວລາໄປເຈີເລື່ອງຫຍັງມາບໍ່ວ່າຈະມ່ວນ ຫລືວ່າເຊັງໆ ເມື່ອຍໆ ກໍຢາກຈະເລົ່າໃຫ້ແຟນໜຸ່ມໄດ້ຮັບຮູ້ແມ່ນບໍ່ ມັນກໍຄືໆກັນ ຜູ້ຊາຍເຫັນເປັນເພດທີ່ແຂງແຮງ ເບິ່ງບໍ່ໜ້າຢາກຈະມາຈົ່ມຫຍັງກັບເຮົາ ແຕ່ແທ້ໆ ແລ້ວ ໜຸ່ມໆ ເຂົາກໍມີມຸມຢາກເອາະເຊາະ ຢາກໃຫ້ເຮົາຮັບຟັງຄືກັນ ຖ້າສາວຄົນໃດບໍ່ເອົາແຕ່ເປັນຝ່າຍລະບາຍຝ່າຍດຽວໂດຍບໍ່ຟັງເຂົາ ແລະເປີດໂອກາດໃຫ້ຜູ້ຊາຍໄດ້ລະບາຍແດ່ ຮັບຮອງວ່າ ຮັກເລີຍ
2 ມີກິດຈະກໍາຍາມວ່າງທີ່ເຮັດຮ່ວມກັນໄດ້
ສຳລັບຄູ່ຮັກ ຖ້າຄູ່ໃດທີ່ມີກິດຈະກໍາຍາມວ່າງຄືກັນ ຈະເຮັດໃຫ້ຊີວິດຄູ່ມີສີສັນໄດ້ຫລາຍຂຶ້ນ ບໍ່ວ່າຈະເປັນກີລາ, ເບິ່ງໜັງ, ຟັງເພງ, ແຕ້ມຮູບ ຫລືຫຍັງກໍແລ້ວແຕ່ ການທີ່ມັກເຮັດຫຍັງຄືກັນນັ້ນກໍໝາຍຄວາມວ່າ ເຮັດໃຫ້ເຮົາມີເວລາໃຫ້ກັນແລະກັນຫລາຍຂຶ້ນໂດຍບໍ່ຮູ້ສຶກເບື່ອ ເປັນໄດ້ທັງໝູ່ເພື່ອນ ແລະຄົນຮັກ
3 ມັກເຮັດອາຫານ
ເນື່ອງຈາກອາຫານເປັນປັດໄຈພື້ນຖານໃນການໃຊ້ຊີວິດ ສະນັ້ນຊາຍໃດທີ່ໄດ້ເມຍທີ່ມີສີມືດ້ານການເຮັດອາຫານ ຖືວ່າເປັນໂຊກດີຫລາຍ… ແຕ່ບໍ່ວ່າຈະຈັກຍຸກ ຈັກສະໄໝ ສາວທີ່ມີພອນສະຫວັນໃນການເຮັດອາຫານກໍສາມາດດຶງດູດຊາຍໜຸ່ມໄດ້ຄືແມ່ເຫຼັກ ໜຸ່ມໆເຂົາກໍຄຶດໄປເຖິງວ່າ ຖ້າເຮັດວຽກແລ້ວມາເມື່ອຍໆ ແລ້ວໄດ້ກັບມາກິນຂອງແຊບຄົງຈະສຸດຍອດໄປເລີຍ
4 ຢູ່ນໍາແລ້ວເຫັນທາງສະຫວ່າງ
ເຖິງກັບຕ້ອງໃຊ້ຄຳວ່າທາງສະຫວ່າງກັນເລີຍ ຖ້າຢູ່ກັບຜູ້ຍິງທີ່ແຕີ່ລະມື້ເອົາແຕ່ຈ້ອງຈັບຜິດ ດຶງດຣາມ່າ ຫລືຊວນເຮັດຫຍັງທີ່ບໍ່ເປັນສາລະ ຢູ່ນໍາແລ້ວຄົງຮູ້ສຶກກົດດັນ ການທີ່ແຟນສາວເປັນຄົນເຂົ້າໃຈໃນໂຕຜູ້ຊາຍ ເປັນຄົນໃຫ້ຄຳປຶກສາທີ່ດີໄດ້ ບໍ່ຊວນຜິດກັນໃນເລື່ອງຂາດສາລະ ຄືເອົາງ່າຍໆ ຢູ່ນໍາແລ້ວສະບາຍໃຈ ເປັນຜູ້ຍິງປະເພດທີ່ ແຄ່ຈາກກັນ 5 ນາທີກໍຢາກເຫັນໃໝ່ອີກແລ້ວ ດີແທ້ໆເລີຍ
5 ຫົວງ່າຍ ອາລົມດີ
ເພາະໜຸ່ມໆ ເປັນຄົົນທີ່ບໍ່ຢາກມີເລື່ອງລາວກັບແຟນຫລາຍທີ່ສຸດ ມື້ໃດທີ່ສໍາຜັດໄດ້ເຖິງລັງສີອຳມະຫິດຈາກໂຕແຟນສາວນີ້ເກືອບຈະຮູ້ສຶກວ່າຊີວິດບໍ່ປອດໄພໄປໝົດມື້ ພ້ອມກັບພະຍາຍາມໃຊ້ສະຫມອງຄິດຫາວ່າໂຕເອງເຮັດຜິດໄປນໍາ ເຖິງວ່າແທ້ໆແລ້ວ ມັນຈະບໍ່ມີຫຍັງກໍຢ່າ =_= ສະນັ້ນ ຖ້າເວົ້າອີກຢ່າງໜຶ່ງກໍຄື ໜຸ່ມໆ ມັກຕອນເຫັນແຟນສາວຍິ້ມ ເບິ່ງອາລົມດີທີ່ສຸດ ເຫັນແລ້ວມັນກໍຮູ້ສຶກຢາກຍິ້ມໄປນໍາ
6 ມີເປົ້າໝາຍໃນຊີວິດ
ເຖິງແມ່ນໜຸ່ມໆ ຈະຢາກສະແດງຄວາມເປັນຜູ້ນຳ ແລະຄວາມແຂງແກ່ງໃຫ້ແຟນສາວເຫັນ ແຕ່ກໍບໍ່ໄດ້ໝາຍຄວາມວ່າຢາກໄດ້ແຟນສາວທີ່ມານັ່ງໜ້າງາມ ເປັນໄມ້ປະດັບໃນບ້ານຢ່າງດຽວແລ້ວບໍ່ເຮັດຫຍັງເລີຍນະ ຜູ້ຍິງທີ່ເຂົາຢາກຢູ່ດ້ວຍໄປຕະຫລອດກໍຄື ຜູ້ຍິງທີ່ມີຄວາມຝັນໃນຊີວິດ ແລະມຸ້ງໝັ້ນເຮັດຕາມເປົ້າໝາຍໃຫ້ສຳເລັດ ເປັນຄົົນທີ່ເຮັດໃຫ້ໜຸ່ມໆ ຮູ້ສຶກວ່ານາງຊ່າງເກັ່ງອີຫລີ ເຫັນແລ້ວກໍຢາກຕິດຕາມເປັນແຟນຄັບ ແລະແຟນໜຸ່ມໄປຕະຫລອດ
7 ໃຫ້ຮູ້ສຶກເຖິງຊ່ອງວ່າງ
ເຈົ້າລອງຄິດເຖິງວ່າຖ້າເປັນໂຕເອງ ຕອນບໍ່ໄດ້ເຈີແຟນແລ້ວຮູ້ສຶກແນວໃດ ມັນຈະຮູ້ສຶກຄິດເຖິງຢາກເຈີຫລາຍໆ ເລີຍແມ່ນບໍ່ ແຕ່ຄົນສ່ວນໃຫຍ່ມັກເຮັດຜິດກັນຢູ່ບ່ອນນີ້ແຫຼະ ພໍຄິດຮອດຫລາຍ ກໍເລີຍຕັດສິນໃຈຕິດສອຍຫ້ອຍນໍາໄປທຸກບ່ອນ ບໍ່ຢາກຫ່າງກັນ ເຊິ່ງຊ່ວງທໍາອິດ ອາດຈະດີ ແຕ່ຖ້າດົນໆໄປ ຜູ້ຊາຍຈະຮູ້ສຶກວ່າ ບໍ່ມີຢ່າງອື່ນເຮັດເລີຍຫວາ ນອກຈາກມານໍາເຮົາຕະຫລອດ ຄິດເທົ່ານີ້ກໍຮູ້ແລ້ວ ວ່າມີຄະແນນຕິດລົບໄປແລ້ວ ການທີ່ເຮົາເປັນແຟນກັບເຂົາ ໃຫ້ຄິດໄວ້ກ່ອນເລີຍວ່າ ໜຸ່ມໆ ເຂົາຄາດຫວັງເຖິງການມີໄລຍະຫ່າງໃຫ້ກັນ ໃຫ້ເວລາສ່ວນໂຕກັບຂອງໂຕເອງໄດ້ໄປເຮັດຫຍັງທີ່ມັກ ຢ່າງເຊົ່ນໄປທ່ຽວກັບໝູ່ເພື່ອນ ຕາມພາສາຜູ້ຊາຍ ຖ້າສາວໆ ເຂົ້າໃຈຈຸດນີ້ ແລ້ວໃຫ້ອິດສະຫລະກັບເຂົາໃຫ້ໄປມີເວລາສ່ວນໂຕ ທ່ານຈະຮູ້ສຶກວ່າໂຕເອງເປັນຜູ້ຊາຍທີ່ໂຊກດີທີ່ສຸດ
ເລື່ອງຄວາມຮັກມັນກໍຕ້ອງມີແດ່ທີ່ຜິດພາດ ແຕ່ຖ້າຕ່າງຄົນຕ່າງຮັກກັນ ກໍຕ້ອງພະຍາຍາມທຸກວິທີເພື່ອໃຫ້ສາມາດເຂົ້າໃຈກັນໄດ້ ຖ້າສາວໆຄິດແລ້ວວ່າເຮົາຮັກເຂົາແທ້ໆ ກໍລອງໃຊ້ເທັກນິກຈາກສາວ 7 ປະເພດທີ່ຜູ້ຊາຍຢາກຢູ່ນໍາກັນໄປຕະຫລອດເບິ່ງເດີ້ ^^
ຂໍຂອບໃຈ
ຂໍ້ມູນ: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.










Comments
Post a Comment