ມາເບິ່ງຊຸດແຕ່ງງານ ງາມໆຂອງແອັບເປີ້ນ ໝົດທັງ 7 ຊຸດກັນເລີຍ


ເຖິງວ່າງານແຕ່ງຂອງໜຸ່ມ ຟຸກ ແລະສາວແອັບເປິ້ນ ຈະຜ່ານໄປແລ້ວ ແຕ່ກໍຍັງມີຄົນໃກ້ຄວາມສົນໃຈກັບງານແຕ່ງຂອງທັງສອງກັນຢູ່ບໍ່ໜ້ອຍ ໂດຍສະເພາະແມ່ນຮູບແບບງານຂອງທັງສອງ ແລະຊຸດແຕ່ງງານຂອງສາວແອັບເປິ້ນ ທີ່ຫລູຫລາ ອະລັງການຫລາຍໆ. ເຊິ່ງກ່ອນໜ້ານີ້ສາວແອັບເປິ້ນເອງກໍໄດ້ບອກໄວ້ແລ້ວວ່າຈະໃຊ້ຊູດໃນງານແຕ່ງຂອງຕົນເອງເຖິງ 7 ຊຸດກັນເລີຍ ແລະຫລາຍໆຄົນກໍຄົງຈະໄດ້ເຫັນກັນແດ່ແລ້ວໃນຊ່ວງງານຂອງເພິ່ນທີ່ຜ່ານມາ ແຕ່ບາງຄົນກໍອາດຈະຍັງເຫັນບໍ່ຄົບທຸກຊຸດ ດັ່ງນິ້ນ, ມື້ນີ້ພວກເຮົາກໍເລີຍໄດ້ລວມເອົາທັງ 7 ຊຸດຂອງເພິ່ນມາໃຫ້ເບິ່ງນໍາກັນ.
ເລີ່ມກັນທີ່ຊຸດທໍາອິດ  ຊຸດເຈົ້າສາວລາວຕອນເຊົ້າທີ່ໃສ່ໃນມື້ງານທີ່ປະເທດໄທ ໃນວັນທີ 3 ພະຈິກ

ຊຸດທີສອງ ແມ່ນຊຸດຈີນຍົກນໍ້າຊາ ທີ່ສາວແອັບເປິ້ນໃສ່ໃນພິທີຍົກນໍ້າຊາທີ່ບ້ານຂອງພໍ່ເຈົ້າບ່າວ




ຊຸດທີສາມ ເປັນຊຸດຖະແຫລງຂ່າວກ່ອນງານລ້ຽງສະຫລອງໃນວັນທີ 4 ພະຈິກ



ຊຸດທີສີ່ ເປັນຊຸດລາຕີຍາວທີ່ໃສ່ໃນງານລ້ຽງສະຫລອງຕອນກາງຄືນ ໃນວັນທີ 4 ພະຈິກ



ຊຸດທີຫ້າ ເປັນຊຸດອັພເຕີ້ປາຕີ້ໃນງານລ້ຽງສະຫລອງ



ຊຸດທີຫົກ ເປັນຊຸດເຈົ້າສາວລາວສີແດງ ໃນງານລ້ຽງພິທີແບບລາວ ຈັດຂຶ້ນທີ່ປະເທດລາວ ໃນວັນທີ 8 ພະຈິກ



ແລະຊຸດທີເຈັດ ຊຸດນີ້ສາວແອັບກຽມໄປເພື່ອຈະໃສ່ໃນງານລ້ຽງທີ່ປະເທດລາວ ແຕ່ບໍ່ໄດ້ໃສ່ ຊຸດນີ້ກໍເປັນອີກຊຸດທີ່ງາມຫລາຍໆ ແຕ່ໜ້າເສຍດາຍທີ່ບໍ່ໄດ້ເຫັນເພິ່ນໃສ່.

ເປັນແນວໃດກັນແດ່ ຫລັງຈາກທີ່ເຫັນຊຸດງາມໆຂອງສາວແອັບເປິ້ນທັງ 7 ຊຸດແລ້ວ ຂໍບອກເລີຍວ່າງາມເລີດອະລັງການຫລາຍໆເດີ້.

 ຂອບໃຈຂໍ້ມູນຈາກ muan.sanook.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments