ເດັກນ້ອຍເລືອກບໍ່ໄດ້!! ເດັກ 7ເດືອນ ຕ້ອງໄດ້ມາຢູ່ຄຸກກັບແມ່ ຜູ້ຄຸມຂັງທົນເຫັນບໍ່ໄດ້ ເລີຍຕ້ອງຂໍເຮັດສິ່ງນີ້ໃຫ້ເດັກນ້ອຍ



ເປັນອີກໜຶ່ງເລື່ອງທີ່ໂລກອອນໄລພາກັນແຊສະນັ່ນ ແລະຊື່ນຊົມເປັນຈຳນວນຫຼວງຫຼາຍ ເມື່ອຜູ້ຄຸມຂັງຄຸກຂອງແຂວງແມ່ຫ້ອງສອນ ປະດທດໄທ ໄດ້ອອກມາໂພດແຊ ເລື່ອງລາວຂອງເດັກນ້ອຍ ອາຍຸ 7ເດືອນ ທີ່ຕ້ອງມາໃຊ້ຊີວິດຢູ່ກັບແມ່ທີ່ຫາກະຖືກຈັບ ເຊິ່ງຈາກຄວາມໄຮ້ດຽງສາຂອງເດັກທີ່ບໍ່ມີຄວາມຜິດຫຍັງ ເຮັດໃຫ້ຜູ້ຄຸມຂັງຮູ້ສຶກ ສະເທືອນໃຈ ໄດ້ອາສາອຸ້ມນ້ອງອອກມາຢ່າງຫຼິ້ນ ໂດຍຜູ້ຄຸມຂັງໄດ້ອອກມາໂພດເລົ່າວ່າ

#ຊີວິດເລືອກເກີດບໍ່ໄດ້

#ເລື່ອງຈິງຍິ່ງກວ່າລະຄອນ

...ຈະແມ່ນໜ້າທີ່ຮັບຜິດຊອບ ຫຼືຈະລິຍະທຳສິນທຳ ຫຼືຊິດທິມະນຸດຄົນກໍ່ດີ ຢ່າງໃດກໍ່ດີ...
ຂ້ອຍກໍ່ບໍ່ຮູ້ວ່າດີຫຼືບໍ່ດີ ແຕ່ທີ່ຮູ້ໆ ທົນເຫັນເດັກຢູ່ໃນສະພາບແບບນີ້ບໍ່ໄດ້ດົນ ຢ່າງໜ້ອຍສິ່ງທີ່ຂ້ອຍພໍເຮັດໄດ້ກໍ່ບໍ່ໄດ້ເໜືອບ່າກວ່າແຮງພໍຊຳ່ໃດ ກັບການໃຫ້ເດັກໄດ້ຫາຍໃຈບ່ອນໂລ່ງໆ ໄດ້ເຫັນຟ້າ ເຫັນແດດ ບໍ່ຕ້ອງປັກຈົມຢູ່ນຳແມ່ ກິບຄວາມຜິດບໍ່ເດັກບໍ່ໄດ້ຮັບຮູ້ຫຍັງເລີຍ

...ໃຜທີ່ກຳລັງມີລູກນ້ອຍ ລູກໃຫຍ່ ຫຼືເດັກທີ່ຢູ່ໃນການດູແລ ການທີ່ຈະເຮັດຜິດຫຍັງກໍ່ຕາມແຕ່ ຄວາມຄິດໃຫ້ຫຼາຍ ຖ້າຫາກຕ້ອງໄດ້ມາຕິດຄຸກຈະດົນ ຫຼືບໍ່ດົນ ກໍ່ແລ້ວແຕ່ ຖ້າເດັກຍັງຢູ່ໃນການດູແລຂອງທ່ານ ໝົດອຳນາດທີ່ຈະໄດ້ຢູ່ດູແລຕາມກົດໝາຍກຳນົດໄວ້ ລູກຫຼືຄົນທີຢູ່ພາຍໃຕ້ການດູແລຂອງທ່ານ ຈະໄດ່ສົ່ງໄປສະຖານສົງເຄາະເດັກ ຈົນກວ່າທ່ານຈະພົ້ນໂທດ ຫຼືມີຍາດຕິພີ່ນ້ອງມາຮັບໄປດູແລຕໍ່

...ນັບເປັນບັນຫາສັງຄົມທີ່ ທຸກທ່ານຄາດບໍ່ເຖິງແລະເບິ່ງຂ້າມດັ່ງທີ່ພາບລາວເອົາມາແຊໃຫ້ກັນເບິ່ງແບບນີ້

ເຄດນີ້ນັກໂທມີລູກທັງໝົດ 4ຄົນ ຄົນທີ່ຂ້ອຍອຸ້ມມາ ອ່ອມແດງຄົນນີ້ເປັນລູກຜູ້ທີ່ 4ຂອງນາງ ອາຍຸ 7ເດືອນ ເຊິ່ງອີກ 3ຄົນແມ່ນຢູ່ກັບແມ່ນເຖົ້າຂອງນາງ ຢ່າຖາມເຖິງຢາດພີ່ນ້ອງແລະພໍ່ຂອງເດັກ ເພາະລູກ 4ຄົນແມ່ນເມຍຜູ້ດຽວກັນແຕ່ຄົນລະພໍ່



ເປັນຕາອີ່ຕົນ


ເດັກນ້ອຍໄຮ້ດຽງສາ



ກຳລັງເປັນຕາຊັງ
ດູດນົມແມ່ອິ່ມກໍ່ເອົາອອກມານັ່ງຮັບແດດອ່ອນໆ
ສາຍຕາອັນໄຮ້ດຽງສາ ແຕ່ເບິ່ງແລ້ວກໍ່ມີຄວາມເຊົ້າໃນແວວຕາ
ຊີວິດເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະໃຊ້ຊີວິດໄດ້
ການເຮັດບຸນ ຫຼື ເຮັດຄວາມດີ ບາງຄັ້ງບາງທີ່ກໍ່ບໍ່ໄດ້ຂຶ້ນກັບເງິນແສນ ເງິນລ້ານ ກໍ່ເຮັດໄດ້ ແຄ່ເຮົາບໍ່ປ່ອຍໃຫ້ຜ່ານໄປ

ຈາກໂພດທີ່ກຳລັງພານ້ອງຢ່າງອອກມາຮັບແດດອ່ອນໆ


Cr: Kaijeaw
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments