ສານອີຕາລີຕັດສິນໂທດ ໂລບິນໂຍ ຕິດຄຸກ 9 ປີ ຄະດີຂົມຂືນຜູ້ຍິງ



ໂລບິນໂຍ ສູນໜ້າແຊມບາ ຖືກຕັດສິນຈຳຄຸກ 9 ປີ ໃນຄະດີມີສ່ວນຮ່ວມໃນການຂົມຂືນຍິງສາວໃນເມືອງ ມິລານ ໃນວັນທີ່ 22/1/2013

ສານອີຕາລີຕັດສິນວ່າ ໂລບິນໂຍ ນັກເຕະອາຍຸ 33 ປີ ແລະຊາຍຊາວ ບາຊິວ ອີກ 5 ຄົນ ມີສ່ວນກ່ຽວຂ້ອງໃນຄະດີລຸມທຳຮ້າຍຮ່າງກາຍແລະລ່ວງລະເມີດທາງເພດສາວຊາວ ແອວເບເນຍ ອາຍຸ 22 ປີ ຫຼັງຈາກທີ່ດື່ມຂອງມືນເມົາໃນພັບແຫ່ງໜື່ງໃນເມືອງ ມິລານ




ອາດີດກອງໜ້າຂອງ ແມນ ຊິດຕີ ຍ້າຍມາເຕະໃຫ້ ເອຊີ ມິລານ ໃນລະຫວ່າງປີ 2010-2015 ປັດຈຸບັນຍ້າຍໄດ້ຫຼີ້ນໃຫ້ບ້ານເກີດ ແອດເລຕິໂກ ມິເນໂລ່ ເຊິ່ງເຈົ້າຕົວບໍ່ໄດ້ເດີນທາງມາຟັ່ງຄຳຕັດສິນໃນສານແຕ່ປະຕິເສດທຸກຂໍ້ກ່າວຫາຜ່ານທາງທະນາຍຄວາມຂອງລາວ


ໂດຍໂທດຈຳຄຸກຈະຍັງບໍ່ມີຜົນຈົນກວ່າຂ້ນຕອນການອຸທອນໄດ້ສົມບູນ ລ່າສຸດ ໂລບິນໂຍ ໄດ້ໂພດຂໍ້ຄວາມລົງ IG ສ່ວນໂຕວ່າ "ຈະປົກປ້ອງໂຕເອງຈາກຂໍ້ກ່າວຫາທັງໝົດ ແລະຢືນຢັນວ່າບໍ່ມີສ່ວນຮ່ວມໃນເຫດການນີ້ມາດຕະການທາງກົດໝາຍທັງໝົດກຳລັງຖືກນຳອອກມາໃຊ້"


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments