ປານປະຕິຫານ!! ລູກຖືກລັກພາໂຕດົນກວ່າ 9ເດືອນ ພໍ່ບັງເອີນເຫັນຢ່າງມາກັບຄົນຮ້າຍໃນຫ້າງພໍດີ ເລີຍຟ້າວດຶງລູກຄືນມາ (ມີຄລິບ)
ເມື່ອວັນທີ່ 18 ພະຈິກ 2017 ເວັບໄຊຂ່າວຕ່າງປະເທດ Metro ໄດ້ເຜີຍແຜ່ເລື່ອງລາວທີ່ເຫຼືອເຊື່ອ ເມື່ອ ທ້າວເສີນ ໂຈວຫົງ ບັງເອີນທີ່ເຫັນລູກຊາຍທີ່ຖືກຫຼັກພາໂຕເມື່ອ 9ເດືອນກ່ອນກຳລັງຢ່າງຢູ່ໃນຫ້າງກັບກຸ່ມຄົນຮ້າຍ ຈຶ່ງຟ້າວຢ່າງເຂົ້າໄປດຶງລູກຊາຍອອກມາຢ່າງປອດໄພ ພ້ອມແຈ້ງເຈົ້າໜ້າທີ່ຕຳຫຼວດມາຈັບກຸ່ມຄົນພວກຄົນຮ້າຍໄດ້ອີກ
ແລະຜູ້ເປັນພໍ່ໄດ້ເລົ່າວ່າ ລູກຊາຍຂອງລາວໄດ້ຖືກແກ້ງລັກພາໂຕແກ້ງນີ້ລັກໂຕລູກຊາຍໄປເມື່ອປີທີ່ແລ້ວນີ້ ໃນຂະນະທີ່ລາວອອກໄປເຮັດວຽກນອກບ້ານບໍ່ຮອດພໍ 2ຊົ່ວໂມງ ກໍ່ໄດ້ແຈ້ງຄວາມແຕ່ກໍ່ບໍ່ເຫັນຄວາມຄືບໜ້າຫຍັງ ຈົນກວ່າມາບັງເອີນເຫັນຢູ່ໃນຫ້າງຊັບພະສິນຄ້າ ເອີ້ນວ່າໂຊກດີແທ້ໆທີ່ໄດ້ລູກກັບມາຢ່າງປອດໄພ
ຄລິບ
ທີ່ມາ: KraZib
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment