ຈົບເກມການແຂ່ງຂັນ AFC U-19 Championship 2018 Qualifier ຫວຽດນາມ ພົບກັບ ລາວ



ການແຂ່ງຂັນ AFC U-19 Championship 2018 Qualifier ນັດທີ່ 3 ລະຫວ່ງທີມຊາດ ຫວຽດນາມ ພົບກັບ ທີມຊາດ ລາວ ທີ່ປະເທດ ໄຕ້ຫວັນ ເຊິ່ງ ທີມຊາດ ຫວຽດນາມ ຂື້ນນຳໄປກ່ອນ 1-0 ດ້ວຍປະຕູ້ຂອງ TRAN BAO TOAN ນາທີ 36' ແລະອີກ 2 ນາທີຕໍ່ມາ ທີມຊາດ ຫວຽດນາມຂື້ນນຳອີກເທື່ອໜື່ງໜີອອກໄປເປັນ 2 - 0 ຈາກ DUNG QUANG NHO ນາທີ 38' ຈົບເຄີ່ງທຳອິດ ທີມຊາດ ຫວຽດນາມ ນຳເປັນ 2 - 0




ມາເຄິ່ງເວລາທີ 2 ນາທີ  ທີ່ 61' ຫວຽດນາມ ນຳຫ່າງອອກໄປອີກເປັນ 3 - 0 ຈາກການຍິງຂອງ
NGUYEN LY NAM CUNG ແລະປິດທ້າຍ ລູກທີ 4 ຈາກການຍິງຂອງ
TRUONG TIEN ANH ນາທີ 74' ຈົບເກມ ທີມຊາດ ຫວຽດນາມ ເອົາຊະນະ ທີມຊາດ ລາວ ໄປ 4 ປະຕູ້ຕໍ່  0 



ເປັນການພ່າຍແພເປັນນັດທີສາມໃນສາມນັດທີຜ່ານມາ ນັດທຳອິດເສຍໃຫ້ ເຈົ້າພາບ ໄຕ້ຫວັນ 2-0 ນັດສອງ ເສຍໃຫ້ ມາເກົາ 1-0







ຈົບເກມ Full Time:
VIETNAM 4-0 LAOS
ຫວຽດນາມ ໄດ້ປະຕູຈາກ :​
36' TRAN BAO TOAN
38' DUNG QUANG NHO
61' NGUYEN LY NAM CUNG
74' TRUONG TIEN ANH


ຂອບໃຈຮູບງາມຈາກ page :
ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments