ຕີໄກ່ໃຫ້ລິງເບິ່ງ! ເຫດຜົນທີເຮັດໃຫ້ Antonio Conte ຈັບ Luiz ອອກຈາກທີມ



ເຜີຍເຫດຜົນວ່າເປັນຫຍັງ David Luiz ກອງຫຼັງຂອງ Chelsea ທີມອັນດັບ 4 ຂອງ Premier League ອັງກິດ ຈຶ່ງຖືກ Antonio Conte Boss ໃຫຍ່ຂອງທີມ ຈັບອອກຂາກທີມໃນເກມຊະນະ Manchester United 1-0

ເຊິ່ງເຫດຜົນນັ້ນຄືການທີ່ນັກເຈະທີຊາດ ເບຊິນ ຄົນນີ້ໄປຂໍ້ສົງໃສ ໃນແທັດຕິກເກມຮັບຂອງ ໂຄດຊາວ ອີຕາລີ ພ້ອມໄດ້ເຂົ້າໄປເວົ້າໃນຊ່ວງວັນພະຫັດ ຫຼັງເກມເສຍໃຫ້ Roma ໃນ UCL ມານັ້ນເອງ





ຈາກເລື່ອງນີ້ Conte ເລີຍເສີຍຫົວຫຼາຍລາວຈື່ງໄດ້ຕັດ Luiz ອອກຈາກທີມພ້ອມບໍ່ໃຫ້ນັກເຕະຄົນນີ້ມາຊ້ອມກັບທີມໃນວັນສຸກ ສ່ວນວັນເສົາລາວໄດ້ຊ້ອມເບົາໆ ກັບ ໂຄດ Fitness ເທົ່ານັ້ນ




ແລະດ້ວຍເຫດຜົນນີ້ Luiz ຈຶງບໍ່ມີໂອກາດສູງທີ່ອາດຈະຕ້ອງອຳລາ ສິງບູ ເປັນຮອບທີ່ 2 ຫຼັງຈາກຫາກາຍ້າຍມາຈາກ Paris Saint-Germain ເມື່ອລະດູການກ່ອນ

ຈະເປັນແນວໃດກະຕາມ ໃນລະດູການນີ້ ສະໂມສອນ Chelsea ເອງກາມີບັນຫາໃນເກມຮັບແທ້ໆ ແລະ Conte ເອງກະຍັງບໍ່ໄດ້ນັກເຕະຊຸດທີ່ແນ່ນອນ ໃນການຈະສົ່ງລົງປະຈຳແດນຫຼັງຊຳ້

ຂໍ້ມູນຈາກ : 90min
ຮູບຈາກ : Google
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments