Apple ໄດ້ປ່ອຍ iOS 11.1 ສຳລັບບຸກຄົນທົ່ວໄປໃຫ້ໄດ້ອັບເດດກັນ Emoji ໃໝ່, ການກັບມາຂອງ ແຕະ 3D Touch ທີ່ຂອບຈໍ ເພື່ອສະລັບແອັບ



Apple ໄດ້ປ່ອຍ iOS 11.1 ສຳລັບບຸກຄົນທົ່ວໄປໃຫ້ໄດ້ອັບເດດກັນ ໂດຍໃນເວີຊັ້ນນີ້ໄຮໄລ້ຢູ່ທີ່ການກັບມາຂອງແຕະ 3D Touch ເພື່ອສະລັບແອັບທີ່ຂອບຈໍ

Apple ປ່ອຍອັບເດດ iOS 11.1 ສຳລັບບຸກຄົນທົ່ວໄປ

ສຳລັບ iOS 11.1 ມາພ້ອມເລກ Build Number 15b93 ໂຕດຽວກັນກັບ iOS 11.1 bata 5 ມາພ້ອມ file ຕິດຕັ້ງຂະໜາດ 246.4 MB

 

ມີຫຍັງແນ່ໃນ iOS 11.1

  • ແຕະ 3D Touch ຂອບຈໍສະລັບແອັບ ( ສຳລັບ iPhone 6s, 6s Plus, 7, 7 Plus, 8, 8 Plus )
  • ແກ້ໄຂປັນຫາກົດ 3D Touch ແລ້ວກະຕຸກບໍ່ລື່ນໄຫຼ
  • ເພີ່ມ Emoji ຫຼາຍກວ່າ 100 ແບບ 
  • ແກ້ບັນຫາໝຸນຈໍແນວນອນແລ້ວຈໍບໍ່ໝຸນຕາມຫຼັງເຂົ້າສູ່ໜ້າຈໍ Lock Screen
  • ແກ້ໄຂຊ່ອງໂຫວ່ Bypass ເຂົ້າໜ້າ home ຜ່ານ Lock Screen
  • ປັບປຸງຮູບແບບຂອງ Reachablity ( ແຕະປຸ່ມ Home 2 ຄັ້ງ ) ແລ້ວໜ້າຈໍຈະຫຍໍ່ລົງມາ ໂດຍມີການສະແດງພື້ນຫຼັງຂອງ Home Screen ດ້ວຍ
  • ເມື່ອເປີດແອັບ wallet ໜ້າຈໍຈະບໍ່ແຈ້ງ 100% ແລ້ວ
  • ປະສິດທິພາບແບັດເຕີລີ້ດີຂຶ້ນ ໃຊ້ງານໄດ້ດົນຂຶ້ນ ດົນກວ່າ iOS 11.0.3
ແອັບເດດເປັນ iOS11.1

  ຜູ້ໃຊ້ທົ່ວໄປສາມາດອັບເດດເປັນ iOS 11.1 ໄດ້ໂດຍສາມາດເລືອກ ອັບເດດຜ່ານ OTA ຫຼື iTunes ກໍ່ໄດ້ ອຸປະກອນທີ່ສາມາດອັບເດດເປັນ iOS 11.1 ມີດັ່ງນີ້

iPhone
iPhone 8, iPhone 8 Plus
  • iPhone 7, iPhone 7 Plus
  • iPhone 6s, iPhone 6s Plus
  • iPhone 6, iPhone 6 Plus
  • iPhone SE
  • iPhone 5s
iPad
  • iPad Pro 12.9 ນິ້ວ
  • iPad Pro 10.5 ນິ້ວ
  • iPad Pro 9.7 ນິ້ວ
  • iPad Air 2, iPad Air
  • iPad mini 4, iPad mini 3, iPad mini 2
  • iPad (5th generation Model)
iPod Touch
  • iPod touch (6th generation)
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments