Apple ປ່ອຍ iOS 11.2 Developer Beta 2 ໃຫ້ນັກພັດທະນາໄດ້ອັບເດດແລ້ວ


Apple ປ່ອຍ iOS 11.2 Developer Beta 2 ສຳລັບນັກພັດທະນາ ໄດ້ອັບເດດແລ້ວ ໂດຍໃນເວີຊັ້ນນີ້ ມີການປັບປຸງປະສິດທິພາບ ແລະ ການແກ້ໄຂບັນຫາຈາກ Beta 1 ເປັນຫຼັກ
Apple ປ່ອຍ iOS 11.2 Developer Beta 2 ໃຫ້ນັກພັດທະນາໄດ້ອັບເດດ

iOS 11.2 Developer Beta 2 ມາພ້ອມກັບ Build Number 15C5097d ແລະ File 132.8MB ເປັນການປັບປຸງປະສິດທິພາບຈາກ iOS 11.2 Beta 1 ເປັນຫຼັກ

ມີຫຍັງແດ່ໃໝ່ໃນ iOS 11.2 Developer Beta 2

  • ພາບພື້ນຫຼັງແບບ Live Wallpaper ໃໝ່ສຳລັບ iPhone X
  • ປັບຂະໜາດປຸ່ມເພິ່ມ-ລົດສຽງຂອງ Widget Music ໃນ Lock Screen
  • ປັບຂະໜາດປຸ່ມເພິ່ມ-ລົດສຽງຂອງ Music ທີ່ Control Center
  • ແກ້ Bug ໄອຄັອນ AirPlay ທີ່ Widget Music
  • ໄອຄັອນ AirPlay ທີ່ Wiget Music ໃນ Control Center ບໍ່ເປັນສີເທົາ
  • ສາມາດແຕະທີ່ໄອຄັອນ Screen Recording ໃນ Control Center ເພື່ອຫຍຸດການອັດໜ້າຈໍ(ຕອນນັບຖອຍຫຼັງ 1 2 3)
  • ວິດີໂອທີ່ໄດ້ຈາກການອັດໜ້າຈໍຈະບໍ່ມີການອັດຕອນຈົບຂອງວິດີໂອ (Pop-up ແຈ້ງເຕືອນວ່າວິດີໂອອັດແລ້ວ ຈະບໍ່ມີ)
  • ເມື່ອວີດີໂອອັດແລ້ວແຕະທີ່ການແຈ້ງເຕືອນ ກໍຈະເຂົ້າເບິ່ງວິດີໂອທີ່ອັດໃນ Photo ເລີຍ
  • Animation ແບບໃໝ່ໃນການແຕະປຸ່ມ Cancle ໃນໜ້າຈໍ Power Off
  • ພາບກຣາບຟິກ HomePod ແລະ Apple TV ແບບໃໝ່
  • ປັບປຸງໄອຄັອນ AirPods ໜ້າຈໍລະຫວ່າງໂທ (Calling Screen) ໃໝ່
  • Animation Now Playing ແບບໃໝ່ໃນ Podcasts
  • ໄອຄັອນ Quick Camera ແບບໃໝ່ໃນ iMessage
  • ຟີເຈີ້ແອັບ Subscription ແບບໃໝ່ ຜູ້ໃຊ້ສາມາດຕັ້ງຄ່າໃຫ້ຕໍ່ອາຍຸຫຼືສຳລະຄ່າແອັບໂດຍອໍໂຕ້ (ຍັງເປັນຟີເຈີ້ສຳລັບນັກພັດທະນາຢູ່)
  • ແກ້ Bug ການແຈ້ງເຕືອນ
  • ແກ້ປັນຫາການພິມ “I” ແລ້ວຂຶ້ນ “A”


ນັກພັດທະນາ iOS 11 Beta Software Profile ກ່ອນໜ້ານີ້ສາມາດເຂົ້າໄປອັບເດດຜ່ານ OTA ໄດ້ເລີຍ ຫາກມີລາຍລະອຽດການປ່ຽນແປງເພິ່ມເຕີມ ທີມງານຈະແຈ້ງອີກຄັ້ງ






Cr: https://ifixlaos.com/
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.











Comments