Apple ເຜີຍ ຜູ້ໃຊ້ iPhone 52% ໄດ້ອັບເດດເປັນ iOS 11 ແລ້ວ (ພະຈິກ 2017)
ຫຼັງຈາກໄດ້ປ່ອຍອັດເດດ iOS 11 ໃຫ້ຜູ້ໃຊ້ໄດ້ອັດເດດຕັງແຕ່ເດືອນ ກັນຍາ 2017 ເຖິງຕອນນີ້ (8 ພະຈິກ 2017) ຜູ້ໃຊ້ iPhone 52% ໄດ້ອັດເດດເປັນ iOS 11 ແລ້ວ
ຜູ້ໃຊ້ iPhone 52% ໄດ້ອັບເດດເປັນ iOS 11 ແລ້ວ
Apple ເຜີຍຂໍ້ມູນການອັບເດດ iOS ເມື່ອວັນທີ 6 ພະຈິກ 2017 ທີ່ຜ່ານມາ ຊີ້ໃຫ້ເຫັນວ່າຜູ້ໃຊ້ iPhone 52% ຈາກຜູ້ໃຊ້ທັງໝົດໄດ້ອັບເດດເປັນ iOS 11 ແລ້ວ ໂດຍ 38% ຍັງໃຊ້ iOS 10 ແລະ 10% ใช้ iOS ເວີຊັ້ນອື່ນໆ
Apple ປ່ອຍອັບເດດ iOS 11 ເມື່ອຊ່ວງປາຍເດືອນ ກັນຍາ 2017 ທີ່ຜ່ານມາ ໂດຍຕອນນີ້ (8 ພະຈິກ 2017) iOS ເວີຊັ້ນລ່າສຸດ ຄື iOS 11.1 ສຳລັບບຸກຄົນທົ່ວໄປ ແລະ iOS 11.2 Beta 2 ສຳລັບນັກພັດທະນາ ແລະຄາດວ່າຜູ້ໃຊ້ຈະອັບເດດເປັນ iOS 11 ກັນຫຼາຍຂຶ້ນ
Cr: https://ifixlaos.com/-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment