ເຕືອນໄຟ! ອີເມວປອມແອບອ້າງເປັນ Apple ຍືນຢັນຕົວຕົນ



ກ່ອນຫນ້ານີ້ເຮົາເຄີຍໄດ້ເຕືອນໄຟເວັບ Apple ປອມ ອີເມວປອມອ້າງເປັນ Apple ສົ່ງມາຫລອກເອົາລະຫັດ ໃຫ້ລະວັງ ຊຶ່ງມາໃນຮູບແບບຂອງ iCloud ແຕ່ຮອບນີ້ກໍ່ມາໃນເວີຊັ້ນທີ່ນຽນຫລາຍຍິ່ງຂຶ້ນ ໂດຍມາພ້ອມກັບພາສາໄທພ້ອມ ທັງແຈ້ງລ໋ອກຊົ່ວຄາວ ໃຫ້ຍືນຢັນຕົວຕົນເພື່ອປົດລ໋ອກ


ເຕືອນໄຟ ! ອີເມວປອມແອບອ້າງເປັນ Apple
ເທື່ອນີ້ເຮົາເອງກໍ່ເກືອບຖືກຄືກັນ ເພາະລິ້ງຄ່ອນຂ້າງນຽນ ເນື່ອງຈາກກ່ອນຫນ້ານີ້ເຮົາໄດ້ມີໂອກາດໄດ້ໃຊ້ Firefox ແລະການໄດ້ຮັບອີເມວເຕືອນມາກ່ຽວກັບ Mozilla Firefox (ຫົວອີເມວ) ກໍ່ຖືວ່ານຽນພໍສົມຄວນ ໂດຍຕວົະວ່າບັນຊີຖືກລ໋ອກຊົ່ວຄາວ ໃຫ້ເຮັດການຍືນຢັນ ຊຶ່ງເຮົາເອງກໍ່ສອງຈິດ ສອງໃຈຢູ່ຄືກັນ ແຕ່ດ້ວຍຄວາມຢາກຮູ້ກໍ່ເລີຍຄິກເຂົ້າໄປເບິ່ງ


    ແຕ່ຈາກການກວດສອບ URL ຄ່ອນຂ້າງບໍ່ນ່າເຊື່ອຖື ແຕ່ມາຮອດນີ້ແລ້ວກະຕ້ອງວັດໃຈຄິກເຂົ້າໄປເບິ່ງ ກໍ່ເຂົ້າຂ່າຍແຈ້ງເຕືອນດ້ານຄວາມປອດໄຟ (ດັ່ງຮູບ) ແຕ່ເຮົາກໍ່ລອງພະຍາຍາມເຊື່ອມຕໍ່ເບິ່ງເພາະຢາກຮູ້ວ່າເປັນແນວໃດ

   ແລ້ວກໍ່ເປັນດັ່ງທີ່ຄາດໄວ້ ຫນ້າເວັບໄຊຄ້າຍຄືຂອງ  Apple ແຕ່ເປັນຂອງປອມ ໂດຍສັງເກດຈາກ URL

 
ຫລັງຈາກກອກລະຫັດປອມໆ ໄປເພື່ອເບິ່ງວ່າລະບົບຈະຕອບຮັບແບບໃດ ສະຫຼຸບຄື ລະບົບໃຫ້ຍຶນຍັນບັນຊີ (ອັນຕະລາຍ) ໂດຍໃສ່ທັງຊື່ ແລະ ທີ່ຢູ່, ຄຳຖາມປອດໄຟ, ລະຫັດບັດເຄຣດິດ, ໆລໆ ເອີ້ນໄດ້ວ່າເອົາຫມົດທຸກຢ່າງເລີຍແທ້ໆ ເຊິ່ງກໍ່ເລີຍຢາກເອົາມາເຕືອນໄຟໃຫ້ຮູ້ທັນກັນເດີຈ໋າ

Cr: iPhoneMod.net
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments