ວິເຄາະເກມລອນດອນດາບີແມັດ Arsenal ພົບກັບ Tottenham Hostspur
ລາຍການ Premier League ອັງກິດ ລະດູການ 2017-2018 ນັດທີ 12
ວັນ ແລະເວລາການແຂ່ງຂັນ ວັນເສົາ ທີ 18/11/2017 ເວລາ 19:30 ນາທີ (ຕາມເວລາປະເທດລາວ)
ລະຫວ່າງ Arsenal ພົບກັບ Tottenham Hostspur
ທີ່ສະໜາມ Emirates Stadium
ຖ່າຍທອດສົດ beIN SPORTS 1
ຄວາມພ້ອມຂອງ Arsenal
Arsene Wenger ຜູ້ຈັດການທີມ ປືນໃຫຍ່ Arsenal ຍືມຍັນກ່ອນເກມນີ້ວ່າ Oliver Giroud ກອງໜ້າອາຍຸ 30 ປີ ໝົດສິດລົງໃນເກມນີ້ຫຼັງໄດ້ຮັບອາການບາດເຈັບໃນອາທິດກ່ອນທີຜ່ານມາ
ສ່ວນ Shkodran Mustafi ແລະ Danny Welbeck ຕ້ອງກວດສອບສະພາບຄວາມພ້ອມທັງສອງຄົນ
ຄວາມພ້ອມຂອງ Totenham Hostspur
Harry Kane , Dele Alli ແລະ Harry Winks ທີ່ຖອນໂຕອອກຈາກທີມ ອັງກິດ ໃນເກມອຸ່ນເຄື່ອງອາທິດທີ່ແລ້ວ ເຫດຜົນເພາະອາການບາດເຈັບ ໄດ້ກັບມາຊ້ອມກັບທີມໄດ້ແລ້ວ ແລະຄາດວ່າຈະກັບມາເປັນໂຕຈິງຊ່ວຍທີມໃນເກມນີ້ໄດ້ທັ້ງສາມຄົນ
Hugo Lloris ຜູ້ຮັກສາປະຕູມື 1 ຂອງທີມ ທີ່ມີອາການບາດເຈັບຂາໜີບໃນເກມລີກທີ່ຊະນະ Crystal Palace ໜ້າຈະພ້ອມສຳຫລັບເກມນີ້
ຈັ່ງໃດກໍ່ຕາມເຂົາເຈົ້າຈະບໍ່ມີ Toby Alderweireld ກອງຫຼັງ ເນື່ອງຈາກມີບັນຫາອາການບາດເຈັບຕົ້ນຂາທາງຫຼັງ
ຜົນງານ 5 ນັດຫຼັງສຸດໃນເກມລີກທັ້ງສອງທີມ
Arsenal (ອັນດັບ 6):ຊະນະ, ເສຍ, ຊະນະ, ຊະນະ, ເສຍ
Tottenham Hpstspur (ອັນດັບ 3): ຊະນະ, ຊະນະ, ຊະນະ, ເສຍ, ຊະນະ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.











Comments
Post a Comment