ສາເຫດທີ່ຍົກເລີກການສະແດງຂອງ ວົງເຊວສ໌ ໃນງານ ASEAN Music Festival ທີ່ປະເທດຟີລິບປິນ



ສໍາລັບ ງານ ASEAN Music Festival 2017 ແມ່ນຈັດຂຶ້ນທີ່ ມາກາຕີ ແມັດໂຕຣມະນິລາ ປະເທດຟິລິປິນ ໃນວັນທີ 15 ພະຈິກ 2017 ໂດຍມີ 9 ປະເທດສະມາຊິກອາຊຽນທີ່ໄດ້ຮັບເຊີນໄປເຂົ້າຮ່ວມງານສະແດງ ເຊິ່ງໜຶ່ງໃນນັ້ນແມ່ນ ວົງເຊວສ໌ ເປັນໂຕແທນປະເທດລາວເຂົ້າຮ່ວມ.

ງານເລີ່ມຂື້ນຢ່າງມ່ວນຊື່ນ ແລະ ມີຜູ້ເຂົ້າຮ່ວມມະຫາສານ ໂດຍເຈົ້າໜ້າທີ່ລະບຸວ່າມີຜູ້ຊົມເຂົ້າໄປຊົມຄອນເສີດນີ້ເຖິງ  2-3 ໝື່ນ  ແຕ່ສະຖານຈັດງານທີ່ບັນຈຸຜູ້ຊົມໄດ້ພຽງ 1,000 ຄົນເທົ່ານັ້ນ ສົ່ງຜົນໃຫ້ງານຕ້ອງໄດ້ຢຸດຕິເນື່ອງຈາກມີຝູງຊົນ ຈໍານວນຫຼາຍ ໂດຍທາງເຈົ້າໜ້າທີ່ຈັດງານໄດ້ພະຍາຍາມຂໍໃຫ້ຜູ້ຊົມຈໍານວນໜຶ່ງກັບບ້ານ ແຕ່ຄວາມພະຍາຍາມນີ້ບໍ່ເປັນຜົນ ເນື່ອງຈາກຜູ້ຜູ້ຊົມຫຼັ່ງໄຫຼເຂົ້າຕື່ມເລື່ອຍ ຈົນເຮັດໃຫ້ຜູ້ຈັດງານຕັດສີນຢຸດຕິການສະແດງຄອນເສີດ ພ້ອມກັບຂໍໂທດສີລະປິນຈາກທຸກປະເທດທີ່ເດີນທາງມາຮ່ວມງານ.

ລ່າສຸດ, ຊັກ ຕາງໜ້າວົງເຊວສ໌ ກໍໄດ້ອອກມາ LIVE ສົດຜ່ານເຟສບຸກ ເຖິງສະຖານະການທີ່ວົງບໍ່ໄດ້ຂື້ນສະແດງໃນງານ ASEAN Music Festival 2017 ທີ່ ມາກາຕີ ແມັດໂຕຣມະນິລາ ປະເທດຟິລິປິນ ເພື່ອໃຫ້ແຟນຄຣັບຮັບຮູ້ ພ້ອມກັບລະບຸຂໍ້ຄວາມວ່າ “ ປະສົບການໃໝ່ ຄົນລົ້ນງານ ບໍ່ໄດ້ຫຼິ້ນ”.

ຄລິບການຖະແຫຼງຂ່າວຂອງສະມັກຊິກວົງເຊວສ໌














Cr: video from Sack Cells Ratana-inthavong (ສັກ ເຊວສ໌)
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments