ເຜີຍ!! ຄ່າໂຕນາງເອກ AV ພ້ອມທີມງາມ ອາດຈະບໍ່ໄດ້ເລີດຫຼູ ເທົ່າທີ່ຄິດ



ຫຼາຍຄົນຄົງຄຸ້ນເຄີຍກັບຄຳທີ່ວ່າ AV ຫຼື Adult Video ທີ່ຜ່ານສາຍຕາມາແລ້ວຫຼາຍເລື່ອງ ທີ່ໂດ່ງດັງທີ່ສຸດແມ່ນວົງການ AV ປະເທດຢີ່ປຸ່ນ ຄົງຈະເປັນທີ່ນິຍົມຂອງຜູ້ຊາຍຫຼາຍໆຄົນ ແລະເຮັດໃຫ້ຫຼາຍໆຄົນສົງໃສວ່າຕັ້ງແຕ່ ນາງເອກ ພະເອກ ໄປຈົນເຖິງທີມງານນັ້ນໄດ້ຮັບຄ່າຈ້າງເທົ່າໃດ ມື້ນີ້ແອັດມິ້ນໄດ້ຄົ້ນຄົ້ວມາໃຫ້ໄດ້ຮູ້ນຳກັນໄປເລີຍ


ໂດຍເລື່ອງລາວນີ້ໄດ້ເລີ່ມຕົ້ນມາຈາກດາລາສາວແນວ Black Gal ທີ່ມີຊື່ວ່າ Reona Maruyama ໄດ້ຈົມໄດ້ເວົ້າເຖິງເລື່ອງຄ່າຈ້າງຂອງລາວຜ່ານທະວິດເຕຣີ້ ທີ່ມີໃຈຄວາມປະມານວ່າ: "ຄົນມັກຄິດວ່າດາລາເອວີລວຍ ຂ້ອຍເຮັດວຽກມື້ໜຶ່ງຕັ້ງແຕ່ເຊົ້ສຈົນຄຳ່ ໄດ້ຮັບຄ່າໂຕລວມທັງໝົດ 108,000-120,000 ເຢນ. ບາງງານຫຼິ້ນຊີນດຽວກໍ່ໄດ້ແຕ່ 40,000-60,000 ເຢນ ຂ້ອຍກະໂອເຄເຖິງວ່າຈະເຮັດວຽກແຕ່ເຊົ້າຮອດຄຳ່ ແຕ່ຖ້າໃຈບໍ່ມັກກໍ່ເຮັດບໍ່ໄດ້ ແຕ່ຂ້ອຍຄິດວ່າຄ່າຈ້າງມັນຕຳ່ຫຼາຍ ເພາະດາລາໄດ້ຮັບຄ່າໂຕແຄ່ນີ້ແລ້ວຈົບເລີຍ ເຖິງແມ່ນວ່າໜັງຈະອອກມາດັງຫຼືບໍ່ດັລກໍ່ຕາມ"


ຕໍ່ມາ Reika Aiba ດາລາ AV ແນວດຽວກັນກັບ Reona Maruyama ອອກມາເຜີຍວ່າ ເມື່ອ2ປີທີ່ແລ້ວລາວໄດ້ຮັບຄ່າຈ້າງເຖິງ 500,000 ເຢນ ຈົນກາຍເປັນປະເດັນທີ່ວ່າ ເກີດຄວາມແຕກຕ່າງລະຫວ່າງຄ່າໂຕຂອງດາລາເອວີ

ນອກຈາກນີ້ກໍ່ຍັງມີການປຽບທຽບລະຫວ່າງ Harumi Tachibana ດາລາມີຊື່ສັງກັດຄ້າຍ IP ແລະ Miori Mai ເຊິ່ງເປັນດາລາທົ່ວໆໄປທີ່ບໍ່ດັງແລະພົບວ່າ




  • Harumi Tachibana ສະແດງເອວີ 1ເລື່ອງໄດ້ 1,600,000 ເຢນ ແລະຖ່າຍພາບໄດ້ອີກ 200,000 ເຢນ
  • Miori Mai ເມື່ອເດືອນ ພຶດສະພາ ສະແດງເອວີ 6ເລື່ອງໄດ້ 500,000 ເຢນ ແລະຖ່າຍພາບໄດ້ອີກ 100,000 ເຢນ
  • Miori Mai ເມື່ອເດືອນ ມິຖຸນາ ສະແດງເອວີ 6ເລື່ອງໄດ້ 400,000 ເຢນ ແລະຖ່າຍພາບໄດ້ອີກ 100,000 ເຢນ

ເຊິ່ງໂຕເລກທັງສອງຄົນນີ້ແມ່ນແຕກຕ່າງກັນຫຼາຍ


ແລະກໍ່ມາຮອດ Riri Hojo (Shizuku Meroir) ທີ່ເຄີຍສະແດງໃຫ້ຄ້າຍ Prestige ໂດຍປັດຈຸບັນຫຼິ້ນແບບອິດສະລະບໍ່ສັງກັດໃດໆ ໄດ້ຮັບຄ່າຈ້າງພຽງແຕ່ 100,000 ເຢນ ແຕ່ກໍ່ມີລາຍຈ່າຍເພີ່ມໃຫ້ໜ້າງານຕາມຄວາມເໝາະສົມ

ສດທ້າຍກໍ່ມີການເປີດເຜີຍຄ່າຈ້າງຂອງທີມງານເອວີໃນແຕ່ລະເລື່ອງ ວ່າຕ້ອງຈ່າຍເທົ່າໃດ


ດາລາຍິງ
  • ແບບສະແດງລວມໆຫຼາຍຄົນ ບໍ່ມີຊື່ 50,000-60,000 ເຢນ
  • ນັກສະແດງອິດສະລະທີ່ບໍ່ມີສັງກັດຄ້າຍ 100,000 ເຢນ
  • ດາລາດັງທີ່ມີສັງກັດຄ້າຍທີ່ອອກໜັງເດືອນລະເລື່ອງ 1,000,000 ເຢນ
  • ໜັງເລື່ອງເປີດໂຕຄົນດັງ 500,000 ເຢນ
ດາລາຊາຍ
  • ໂຕປະກອບ 5,000 ເຢນ
  • ໂຕສົມທົບ 15,000 ເຢນ
  • ໂຕສະແດງຈິງ 40,000 ເຢນ
ທີມງານ
  • ຄົນຄຸມໄຟ 50,000-80,000 ເຢນ
  • ພາບນິ້ງ 50,000-200,000 ເຢນ
  • ຕາກ້ອງ 50,000-80,000 ເຢນ
  • ຄົນຄຸມສຽງ 50,000 ເຢນ
  • ຜູ້ຊ່ວຍ/ລູກມື 30,000 ເຢນ
ໂດຍຂໍ້ມູນເຫຼົ່ານີ້ເປັນພຽງຂໍ້ມູນທີ່ມີການເປີດເຜີຍຂຶ້ນມາ ແຕ່ຂໍ້ມູນພຽງເທົ່ານີ້ກໍ່ສາມາດບົ່ງບອກໄດ້ແລ້ວວ່າ ວົງການນີ້ນັກສະແດງຍິງບໍ່ໄດ້ລວຍສະເໝີໄປ



Cr: AVC Presidente
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments