ເມື່ອໜັກສະແດງ ໜຸ່ມເຕີ ກັບ ສາວຈອຍໄດ້ມາສຳຜັດວິຖີຊີວິດຊາວລາວ ແລະ ຊິມປີ້ງລາວ
ໜຸ່ມເຕີ ກັບສາວຈອຍນັກສະແດງຊື່ດັງຈາກປະເທດໄທມາຫຼວງພະບາງ ເມືອງມໍລະດົກໂລກ ເພື່ອທ່ອງທ່ຽວ ແລະ ປະຕິບັດພາລະກິດຂອງເພິ່ນ, ມາຮອດແລ້ວຕ້ອງເລາະສຳຜັດວິຖີຊາວລາວ, ໃນວັນທີ16 ພະຈິກນີ້ເຫັນວ່າດາລາດັງທັງສອງໄດ້ໄປເຫັນຮ້ານປິ້ງພາກັນຍີ້ມໃຫຍ່ເລີຍແບບນີ້ຕ້ອງຊິມແລ້ວລະ ລອງລົດຊາດແບບລາວໆຈັກບາດ!!!
ງານນີ້ບໍ່ແມ່ນແຕ່ນັກສະແດງທີ່ຕື່ນເຕັ້ນກັບສິ່ງແປກໃໝ່ໃນເມືອງລາວເທົ່ານັ້ນ ແມ່ຄ້າເອງກໍ່ຕື່ນເຕັ້ນຕົກໃຈຄືກັນຢູ່ບໍຢູ່ນັກສະແດງທີ່ເຄີຍເຫັນໃນໜ້າຈໍໂທລະທັດຕ້ອງມາປະກົດຕົວຕໍ່ໜ້າ ເກືອບຈະບໍ່ເຊື່ອໃນສາຍຕາວ່າຊ້ານເດ!!!!
ຈັ່ງໃດກໍ່ຕາມແຕ່ຂອບໃຈທີ່ມາເມືອງລາວ ປະຊາຊົນລາວຮັກແຂກແພງຄົນ ຍິນດີຕ້ອນຮັບສະເໝີໆເດີ
ຂໍຂອບໃຈ
ຂໍ້ມູນ: Laosupdate
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment