ພາກລັດ-ທຸລະກິດ ຮ່ວມຫາລືປັບປຸງການທ່ອງທ່ຽວໃໝ່
ເພື່ອຊອກຫາທາງໃນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ທີ່ຈະເຂົ້າມາຢ້ຽມຢາມ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ ໂດຍສະເພາະ ໄລຍະສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໃຫ້ມີຄວາມຄຶກຄື້ນ ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ-ພາກທຸລະກິດ ກ່ຽວກັບການສະໜັບສະໜູນວຽກງານການທ່ອງທ່ຽວຂອງ ສປປ ລາວ ຂຶ້ນວັນທີ 24 ພະຈິກ 2017 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ມີພາກລັດ-ພາກທຸລະກິດທ່ອງທ່ຽວເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນເພື່ອພົບປະ ແລະ ປຶກສາຫາລືກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມການສ້າງກິດຈະກຳປີທ່ອງທ່ຽວ 2018 ຫາລືບັນດາພາກສ່ວນກ່ຽວຂ້ອງ ທັງພາກລັດ-ພາກທຸລະກິດ ເພື່ອຮ່ວມກັນຊອກຫາຊ່ອງທາງ ໃນການອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ ທັງເປັນການຮ່ວມກັນປຶກສາຫາລື ກ່ຽວກັບການແກ້ໄຂວຽກງານທີ່ຄົງຄ້າງຂອງຫົວໜ່ວຍທຸລະກິດ ພ້ອມກັນນີ້ ກໍ່ສະເໜີໃຫ້ພາກທຸລະກິດທີ່ຕິດພັນດ້ານການທ່ອງທ່ຽວໃຫ້ມີການຮ່ວມມື ແລະ ນຳໃຊ້ແຮງງານຂອງຕົນ ເພື່ອເຮັດໃຫ້ປີທ່ອງທ່ຽວລາວມີຄວາມສຳເລັດ ກອງປະຊຸມໃນຄັ້ງນີ້ ເປັນການຢຶດຖືນະໂຍບາຍພາກລັດ ພາກທຸລະກິດ ແລະ ສັງຄົມຕ້ອງໄດ້ຮ່ວມມືກັນ ປັບປຸງພັດທະນາຂະແໜງການດັ່ງກ່າວ ເພື່ອໃຫ້ໄດ້ຜົນປະໂຫຍດຮ່ວມກັນ.
ສຳລັບກອງປະຊຸມໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ພາກທຸລະກິດ ສະເໜີບັນຫາໃນການດຳເນີນທຸລະກິດການທ່ອງທ່ຽວ ໄດ້ມີຫຼາຍບັນຫາທີ່ພາກທຸລະກິດສະເໜີໃຫ້ພາກລັດຊ່ວຍແກ້ໄຂ ເປັນຕົ້ນ ຫາມາດຕະການຄຸ້ມຄອງລາຄາໂຮງແຮມ ຮ້ານອາຫານໃຫ້ມີລາຄາທີ່ແທດເໝາະ ກວດຄືນອັດຕາເຂົ້າຊົມແຫຼ່ງທ່ອງທ່ຽວ ກວດຄືນບໍລິສັດທ່ອງທ່ຽວ ປ້ອງກັນການສວຍໂອກາດບໍລິສັດທີ່ບໍ່ມີຕົວຕົນ ສ້າງນິຕິກຳຄຸ້ມຄອງການທ່ອງທ່ຽວ ຕ້ອງມີຄວາມເອກະພາບໃນການເຄື່ອນໄຫວ ການຕິດຕາມກວດກາ ແລະ ການບໍລິການຂອງເຈົ້າໜ້າທີ່ ຄວນມີການປັບປຸງ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ ເຊິ່ງບັນຫາທີ່ສະເໜີໃນກອງປະຊຸມນີ້ ແມ່ນທາງພາກສ່ວນທີ່ກ່ຽວຂ້ອງຈະນຳໄປຄົ້ນຄວ້າພິຈາລະນາແກ້ໄຂ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.
ໃນປີ 2016 ໄດ້ມີນັກທ່ອງທ່ຽວສາກົນເຂົ້າມາທ່ອງທ່ຽວໃນ ສປປ ລາວ ຈຳນວນ 4,2 ລ້ານເທື່ອຄົນ ສ້າງລາຍຮັບທັງໝົດ 724 ລ້ານໂດລາສະຫະລັດ ໂດຍອີງຕາມຕົວເລກສະຖິຕິການທ່ອງທ່ຽວທີ່ໄດ້ກ່າວມານັ້ນ ສັງເກດເຫັນວ່າ ການທ່ອງທ່ຽວຢູ່ ສປປ ລາວ ເປັນຂະແໜງການໜຶ່ງທີ່ເປັນທ່າແຮງ ໃນການປະກອບສ່ວນເຂົ້າໃນການສ້າງລາຍຮັບເຂົ້າປະເທດ ເຊິ່ງຈັດເປັນອັນດັບທີ 4 ຮອງຈາກຂະແໜງການບໍ່ແຮ່ ອຸດສາຫະກຳ ແລະ ໄຟຟ້າ ສະເພາະປີ 2018 ໃຫ້ມີນັກທ່ອງທ່ຽວເຂົ້າມາບໍ່ຕ່ຳກວ່າ 5 ລ້ານຄົນ ແລະ ສ້າງລາຍຮັບໃຫ້ໄດ້ປະມານ 900 ລ້ານໂດລາ.
ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຢາມ ສປປ ລາວ ເພີ່ມຂຶ້ນ ສປປ ລາວ ແມ່ນໄດ້ເລັ່ງໃສ່ປັບປຸງດ້ານພື້ນຖານໂຄງລ່າງ ພັດທະນາຖະໜົນຫົນທາງ ພັດທະນາແຫຼ່ງທ່ອງທ່ຽວ ແນໃສ່ແຫຼ່ງທ່ອງທ່ຽວທີ່ສາມາດຕອບສະໜອງເສດຖະກິດໄດ້ໂດຍໄວ ພ້ອມທັງໄດ້ພັດທະນາບຸຄະລາກອນ ໂດຍການສົ່ງບຸລະຄາກອນໄປເຝິກອົບຮົມການຈັດສັນການທ່ອງທ່ຽວ ແລະ ສົ່ງເສີມການ ຂະຫຍາຍການເຊື່ອມໂຍງທາງອາກາດ ພັກດັນໃຫ້ມີສາຍການບິນໂດຍກົງຈາກປະເທດທີ່ມີລາຍຮັບສູງ ສົ່ງເສີມການຮ່ວມມືການທ່ອງທ່ຽວລະຫວ່າງຊາຍແດນ ປັດຈຸບັນ ສປປ ລາວ ມີບໍລິສັດທ່ອງທ່ຽວທັງໝົດ 430 ບໍລິສັດ.
ຂ່າວ: ນສພ ວຽງຈັນໃຫ່ມ
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment