ຜູ້ຈັດການທີມເຕະບານ ທີ່ໄດ້ເງິນຄ່າແຮງຫຼາຍທີ່ສຸດ
ຜູ້ຈັດການທີມເຕະບານ ທີ່ຖືເປັນໜຶ່ງໃນອາຊີບທີ່ມີຄວາມກົດດັນຢ່າງສູງ ເຮັດໃຫ້ແນ່ນອນວ່າຍ່ອມຕ້ອງໄດ້ຄ່າຕອບແທນສູງໄປໂດຍປະລິຍາຍ ໂດຍສະເພາະແມ່ນໃນລີກລະດັບໂລກຢ່າງ ພຣີເມຍລີກ ອັງກິດ ຫຼື ລາ ລີກາ ແອັດສະປາຍ ເປັນຕົ້ນ.
ຂະນະທີ່ຜູ້ຈັດການທີມໃນ 10 ອັນດັບຂອງ ພຣີເມຍລີກ ທີ່ໄດ້ຮັບຄ່າຈ້າງສູງສຸດຄື:
1. ໂຈເຊ່ ມູຣິນໂຢ່ (ແມນຯ ຢູໄນເຕັດ) 250.000 ປອນຕໍ່ອາທິດ.
2. ໂຈເຊປ ກວາດິໂອລ່າ (ແມນຯ ຊິຕີ້) 250.000 ປອນຕໍ່ອາທິດ.
3. ອັນໂຕນິໂອ ຄອນເຕ (ເຊວຊີ) 173.000 ປອນຕໍ່ອາທິດ.
4. ອາແຊນ ເວນເກີ (ອາເຊນ່ອນ) 160.000 ປອນປອນຕໍ່ອາທິດ.
5. ເຈີເກນ ຄລັອບ (ລິເວີພູນ) 135.000 ປອນຕໍ່ອາທິດ.
6. ໂຣນັນ ຄູມັນ (ເອຟເວີຕັນ) 115.000 ປອນຕໍ່ອາທິດ.
7. ເມົາຣິຊິໂອ ໂປເຊັດຕິໂນ່ (ສະເປີ) 105.000 ປອນຕໍ່ອາທິດ.
8. ຣາຟາເອລ ເບນິເຕຊ (ນິວຄາສເຊິ່ນ) 95.000 ປອນຕໍ່ອາທິດ.
9. ເຄຣັກ ເຊັກສະເປີຍ (ເລສເຕີ) 58.000 ປອນຕໍ່ອາທິດ.
10. ສະລາເວນ ບິລິຊ (ເວສແຮມ) 58.000 ປອນຕໍ່ອາທິດ.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.













Comments
Post a Comment