ຄົນລາວບໍ່ພໍໃຈທີ່ 'ລຳໄຍ ໄຫທອງຄຳ' ແຕ່ງໂຕແບບນີ້ໃນເອັມວີທີ່ຖ່າຍຢູ່ວັງວຽງ



ກາຍເປັນກະແສດຣາມາຈົນໄດ້ ສຳລັບສາວ ລຳໄຍ ໄຫທອງຄຳ ສິລະປິນນັກຮ້ອງຊື່ດັງຂອງໄທ ເຈົ້າຂອງຜົນງານເພງ 'ຜູ້ສາວຂາເລາະ’ ເຊິ່ງຫຼ້າສຸດໄດ້ມາຖ່າຍທຳມິວສິກວິດີໂອເພງ 'ປາຄໍ່ໃຫຍ່ ໄວອາກຣ້າ' ທີ່ວັງວຽງ ເມືອງທ່ອງທ່ຽວຊື່ດັງຂອງລາວ.
ພາຍຫຼັງປ່ອຍເອັມວີດັ່ງກ່າວອອກມາຜ່ານທາງໜ້າເຟສບຸກ หมอลำซิ่ง เจริญพันธุ์ พระขรรค์ใหญ่ (ໝໍລຳຊິ້ງ ຈະເລີນພັນ ພະຂັນໃຫຍ່) ເຊິ່ງພາຍຫຼັງໄດ້ມີຄົນລາວຫຼາຍຄົນສະແດງຄວາມເຫັນວ່າ ບໍ່ເໝາະສົມ ເຮັດໃຫ້ວັງວຽງເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ ມີພາບລັກທີ່ບໍ່ດີ ແລະ ເປັນການສະແດງອອກທີ່ບໍ່ເຄົາລົບວັດທະນະທຳຂອງລາວ.
ເຮົາກໍບໍ່ຮູ້ວ່າ ທາງກອງຖ່າຍວິດີໂອເພງດັ່ງກ່າວ ໄດ້ມີການຂໍອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ນັ້ນກໍຄື ຂະແໜງວັດທະນະທຳເມືອງວັງວຽງເຊິ່ງເປັນໜ່ວຍງານຮັບຜິດຊອບຄຸ້ມຄອງເລື່ອງສິລະປະການສະແດງຂອງເມືອງ ແລ້ວ ຫຼື ຍັງກ່ອນທີ່ຈະຖ່າຍທຳວິດີໂອດັ່ງກ່າວ ເພາະໃນກົດໝາຍວ່າດ້ວຍສິລປະການສະແດງ ກຳນົດໄວ້ວ່າ ການສົ່ງອອກ-ນໍາເຂົ້າສິລະປິນ ບໍ່ວ່າຈະເປັນ ສິລະປິນດ່ຽວ ຫຼື ຫຼືລວມໝູ່ ຕ້ອງຂໍອະນຸຍາດນຳຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່ອນທີ່ຈະສາມາດເຄື່ອນໄຫວໄດ້.
ຂະນະດຽວກັນ ກໍມີບາງສ່ວນສະແດງທັດສະນະວ່າ ບໍ່ເຫັນເປັນຫຍັງ ເພາະຂະໜາດນາງສາວຕົວຕ່າງ ເຊິ່ງເປັນຕົວແທນປະເທດລາວໄປປະກວດໃນເວທີລະດັບສາກົນ ຍັງໃສ່ຊຸດລອຍນໍ້າສັ້ນໆໄດ້ເລີຍ.







ຂອບໃຈຂໍ້ມູນ : muan.la

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments