ເກ໋ໄກສະໄລ໌ເດີ້ "ຕຳໝາກຫຸ່ງອົບກອບແມ່ຕຸ໊ກ" ພຽງແຕ່ຈີກຊອງເຕີ່ມນຳ້ ຊິມລົດຊາດແຊບໄດ້ທົ່ວໂລກ



ເປັນທີ່ລືຊາທີ່ໂລກອອນໄລ໌ໄດ້ເຜີຍພາບຕຳໝາກຫຸ່ງອົບກອບ ທີ່ສາມາດເຮັດກິນໄດ້ງ່າຍໆ ພຽງແຕ່ຈີກຊອງ ເທນຳ້ໃສ່ ແລ້ວປະໄວ້ປະມານ 5ນາທີເທົ່ານັ້ນກໍ່ສາມາດຮັບປະທານໄດ້ເລີຍ

ຕຳໝາກຫຸ່ງຖືວ່າເປັນອາຫານຈານເດັດທີ່ຖືກປາກຄົນທຸກເພດທຸກໄວ ດ້ວຍຫຼາກຫຼາຍລົດຊາດ ຈາກເພັດໜ້ອຍໜຶ່ງຫາຂັ້ນວ່າເພັດຈົນແສບສວງ ສ່ວນປະສົມຫຼັກໆແມ່ນ ໝາກຫຸ່ງ ມາເລັ່ນ ປຸງດ້ວຍໝາກເພັດ ໝາກນາວ ປາແດກທີ່ຫາຊື້ໄດ້ທົ່ວຕະຫຼາດທຸກບ່ອນກໍ່ວ່າໄດ້ ແຕ່ລ່າສຸດກໍ່ໄດ້ມີການຄົ້ນພົບວິທີຖະໜອມອາຫານແບບໃຫມ່ ທີ່ແປຮູບຕຳໝາກຫຸ່ງຈານເດັດ ເປັນຕຳອົບແຫ້ງ ໃຫ້ສາມາດຮັບປະທານໄດ້ທຸກທີ່ ທຸກບ່ອນພຽງແຕ່ເຕີ່ມນຳ້ສະອາດໃສ່ເທົ່ານັ້ນ


ນີ້ແມ່ນໜ້າຕາຂອງຕຳໝາກຫຸ່ງອົບແຫ້ງ ກາແມ່ຕຸກ ທີ່ຫາກະເປີດໂຕໄດ້ບໍ່ຮອດ 2ອາທິດ ເມື່ອເບິ່ງຈາກໃນຊອງແລ້ວແມ່ນມີສ່ວນປະກອບຄືກັບຕຳໝາກຫຸ່ງບ້ານເຮົາເກືອບທຸກຢ່າງ



ພຽງແຕ່ຈີກຊອງ ເທນຳ້ໃສ່ ແລ້ວປະໄວ້ປະມານ 5ນາທີ ຕຳໝາກຫຸ່ງກໍ່ຄ່ອຍໆລະລາຍໂຕ ແລະກໍ່ຄົນໃຫ້ເຂົ້າກັນ ເທົ່ານັ້ນກໍ່ສາມາດຮັບປະທານໄດ້ເລີຍ



ຕຳໝາກຫຸ່ງແມ່ຕຸກຈະຂາຍຜ່ານທາງ ເຟສບຸກໃນລາຄາ 90ບາດ ຫຼື 23,000ກີບ ເຊິ່ງສາມາດເກັບໄວ້ໄດ້ດົນ 1ປີ ແລະໃນອານາຄົດຈະມີການພັດທະນາລົດຊາດໃໝ່ໆ ເຊັ່ນ ຕຳປູປາແດກ ຕຳຊີຟຸດ ແລະຕຳເຈ ນັບວ່າເປັນການສ້າງຈຸດຂາຍໃຫ້ຕຳໝາກຫຸ່ງທີ່ປຸງໄດ້ດ້ວຍໂຕເອງ ຣົດຊາດຄືກັນທຸກຈານ ເປັນອີກໜຶ່ງທາງເລືອກໃໝ່ໃຫ້ຜູ້ບໍລິໂພກ


ຄລິບ


Cr: Maetuk Brand – ตรา แม่ตุ๊ก mediastudio
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments