"ແອັບເປິ້ນ" ໄດ້ປ່ອຍຄລິບພຣີເວັດດິ້ງສຸດຫວານ "ຄືຄວາມຮັກເຮົາ" ສຸດລົງຕົວຂອງສອງພາສາລາວແລະໄທ (ມີຄລິບ)
ຫຼັງຜ່ານເລື່ອງລາວວຸ້ນວາຍຕ່າງໆນານາມາ ແຕ່ວ່າທຸກຢ່າງກໍຕ້ອງດຳເນີນຕໍ່ໄປ 'ແອັບເປິ້ນ ສີສະຫງຽນ ສີຫາລາດ' ເຈົ້າສາວມືໃໝ່ຂອງ 'ຟຸກ ຈິຣະ' ກໍໄດ້ປ່ອຍວິດີໂອພຣີເວັດດິ້ງສຸດໂຣແມນຕິກ ແລະ ສຸດຫວານ ອອກມາໃຫ້ເບິ່ງຜ່ານທາງໜ້າເຟສບຸກສ່ວນຕົວ Appleminiberry ໃຫ້ແຟນໆໄດ້ເບິ່ງ ແລະ ຟິນຈິກໝອນໄປນຳ.
ວິດີໂອພຣີເວັດດິ້ງດັ່ງກ່າວຊື່ວ່າ ຄືຄວາມຮັກເຮົາ... ທີ່ບອກເລົ່າຄວາມຮັກຂອງທັງສອງ ເຖິງວ່າຈະຢູ່ຄົນລະບ່ອນ ແຕ່ກໍມາພົບກັນໄດ້ ເພາະວ່າແນວໃດກໍຢູ່ຮ່ວມຟ້າດຽວກັນ ວ່າຊັ້ນ! ທີ່ພິເສດກໍຄືວິດີໂອນີ້ເປັນສອງພາສາຄື ແອັບເປິ້ນ ເວົ້າບັນລະຍາຍເປັນພາສາລາວ ໃນຂະນະທີ່ ຟຸກ ຈິຣະ ເວົ້າເປັນພາສາໄທ ເຊິ່ງເປັນຄູ່ພາສາທີ່ລົງຕົວກັນທີ່ສຸດ.
ໃຜທີ່ຢາກເບິ່ງວ່າຫວານສຸກດສໍ່າໃດກໍຢ່າລໍຊ້າ ກົດເຂົ້າໄປເບິ່ງໄດ້ທີ່ວິດີໂອນີ້ເລີຍ.
ໃຜທີ່ຢາກເບິ່ງວ່າຫວານສຸກດສໍ່າໃດກໍຢ່າລໍຊ້າ ກົດເຂົ້າໄປເບິ່ງໄດ້ທີ່ວິດີໂອນີ້ເລີຍ.
ຂອບໃຈຂໍ້ມູນຈາກ : muan.sanook.com
-----------------------------------ລາວຮ໋ອດຮິດ See New. Hear New. Feel New.









Comments
Post a Comment