ມີໃຜຍ້ານກັບໂກ້ບໍ່? ຕໍ່ຈາກນີ້ທຸກຄົນບໍ່ຕ້ອງຍ້ານອີກຕໍ່ໄປ! ມີຊາຍຝຣັ່ງໃຈເຖິງພິສູດຄວາມເຊື່ອທີ່ເຂົາລຳ້ລືວ່າມັນກັດເຈັບ ແຮງ ແລະ ບໍ່ຍອມປ່ອຍແທ້ຫຼືບໍ່ (ມີຄລິບ)



ເຮົາອາດຈະໄດ້ຍິນຜູ້ເຖົ້າຜູ້ແກ່ເພິ່ນວ່າທີ່ເປັນຕວາມເຊື່ອໃນບ້ານເຮົາວ່າ ຖ້າຖືກກັບໂກ້ກັດ ຈະຕ້ອງຖ້າຟ້າຝ່າເທົ່າ ກັບໂກ້ຈະຕົກໃຈແລ້ວຈະປ່ອຍ

ບໍ່ຕ້ອງໄປລອງພິສູດຄວາມເຊື່ອນີ້ດ້ວຍຕົນເອງອີກແລ້ວ ເພາະມີຊາຍຝຣັ່ງຄົນໜຶ່ງທີ່ໃສ່ຊື່ໃນຢູທູ໋ບວ່າ ໄອວິວລ້ຽມ - I William ໄດ້ລົງທຶນສ່ຽງພິສູດຄວາມເຊື່ອທີ່ເຂົາເວົ້າດ້ວຍຕົນເອງ ວ່າກັບໂກ້ກັດເຈັບ ກັດແຮງ ແລະ ແໜ້ນຕາມຄວາມເຊື່ອທີ່ມີມາແຕ່ດົນນານ ຫຼື ບໍ່


ຂັ້ນຕອນທຳອິດກໍ່ຕາມຫາກັບໂກ້ກ່ອນ ເຂົາຈຶ່ງບຸກໄປທີ່ເຮືອນຂອງໝູ່ລາວຊື່ວ່າໂຈ້ ເຊິ່ງຮູ້ວ່າມີກັບໂກ້ອາໃສຢູ່ ຈາກນັ້ນກໍ່ເລີ່ມປະຕິບັດການຈັບກັບໂກ້ມາເພື່ອພິສູດໃນຄັ້ງນີ້

ເມື່ອໄດ້ມາແລ້ວໜຶ່ງໂຕ ກໍ່ທົດລອງແຮງກັດຂອງມັນ ໂດຍໃຫ້ກັດກາບໄມ້ກ່ອນ ບອກເລີຍວ່າເຫັນແລ້ວເປັນຕາຍ້ານ
 ແລ້ວກໍ່ເຖິງເວລາ ທົດລອງແຮງກັດຂອງກັບໂກ້ ວ່າຈະກັດແໜ້ນກັດເຈັບສົມຄຳລຳ້ລືຫຼືບໍ່ ໂດຍການທົດລອງໃນຄັ້ງທຳອິດນັ້ນ ຕື່ນຕົກໃຈ
ປາກົດວ່າມັນກໍ່ບໍ່ໄດ້ກັດແຮງຂະໜາດເອົາອອກບໍ່ໄດ້ຢ່າງທີ່ພວກເຮົາຄິດ ແຕ່ຄັ້ງທຳອິດອາດເຫັນບໍ່ແຈ້ງພໍ ເຂົາເລີຍລອງຮອບສອງ ຄືກັບຍັງບໍ່ສົມໃຈລອງ!!
ຜົນສະຫຼຸບສຸດທ້າຍ ເຂົາກ່າວວ່າ ຍ້ານໃນຕອນທຳອິດ ແຕ່ພໍໃຫ້ມັນກັດແລ້ວ ມັນກໍ່ບໍ່ໄດ້ເຈັບແຮງແບບທີ່ຄິດ ຄືກັບສຳນວນພາສາອັງກິດວ່າ "A dog's bark is worse than his bite" ແປເປັນລາວວ່າ ສຽງມັນເປັນຕາຍ້ານກວ່າເມື່ອມັນກັດ ສຸດທ້າຍຄື ມັນບໍ່ໄດ້ກັດເຈັບ ແລະ ເປັນຕາຍ້ານຄືກັບຄວາມເຊື່ອທີ່ເພິ່ນເວົ້າເລີຍ

ເບິ່ງຄລິບ ວີດີໂອ


ຂໍຂອບໃຈ
ຂໍ້ມູນ: jarm


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments