ນາທີຊີວິດ ເມື່ອນັກໂທດລວມໂຕກັນແຫກຫ້ອງຂັງ ເຂົ້າໄປຊ່ວຍຜູ້ຄຸມ ເຮົາຈະຕັດສິນໃຈຈາກຄົນພາຍນອກບໍ່ໄດ້ (ມີຄລິບ)
ຄຳທີ່ກ່າວວ່າ: ຢ່າຕັດສິນຈາກຄົນພາຍນອກ ຍັງນຳມາໃຊ້ໄດ້ສະເໝີ ບໍ່ວ່າຈະຜ່ານມາດົນປານໃດ ແລະເລື່ອງລາວຕໍ່ໄປນີ້ກໍ່ຈະຍຳ້ໃຫ້ເຫັຍຊັດເຈນຂອງຄຳໆນີ້ຕື່ມອີກ
ເມື່ອປະມານເດືອນກໍລະກົດປີທີ່ແລ້ວນີ້ ໂລກອອນໄລໄດ້ແຊວິດີໂອໂຕໜຶ່ງ ປະກົດພາບຂອງກຸ່ມນັກໂທດໃນຄຸກ Weatherford ລັດ ເທັກຊັດ ທີ່ພາກັນແຫກຫ້ອງຂັງ ເພື່ອເຂົ້າຊ່ວຍຜູ້ຄຸມຂັງ ທີ່ເກີດໂລກຫົວໃຈວາຍກະທັນຫັນ ຈົນລົ້ມໝົດສະຕິໄປ ແລະໃນບໍລິເວນນັ້ນບໍ່ມີໃຜຢູ່ເລີຍນອກຈາກລາວ ແລະກຸ່ມນັກໂທດ 6ຄົນ
ກ່ອນເກີດເຫດ ນັກໂທດທັງໝົດແມ່ນຖືກໃສ່ກຸນແຈມືໃນຫ້ອງຂັງ ຄາດວ່າລໍຖ້າຈຳໜ່າຍເຂົ້າຄຸກ ໂດຍມີຜູ້ຄຸມທີ່ເຝົ້າຢູ່ຂ້າງນອກ ຈົນເວລາຜ່ານໄປບໍ່ດົນ ຜູ້ຄຸມຄົນນັ້ນເກີດອາການໝົດສະຕິ ຫົວໃຈວາຍກະທັນຫັນ ນັກໂທດທັງ 6ຄົນຈຶ່ງພະຍາຍາມທຸບປະຕູ ແລະໄດ້ຮ້ອງແຮງໆເພື່ອໃຫ້ເຈົ້າໜ້າທີ່ຄົນອື່ນລົງມາຊ່ວຍ
ແຕ່ກໍ່ບໍ່ມີໃຜມາເລີຍ ເມື່ອບໍ່ມີໃຜນອກຈາກພວກເຂົາແລ້ວ ກຸ່ມນັກໂທດຈຶ່ງຕັດສິນໃຈພັງປະຕູອອກມາ ເພື່ອຂໍຄວາມຊ່ວຍເຫຼືອ ກ່ອນທີ່ເຈົ້າໜ້າທີ່ແລະແພດສະໜາມມາເຖິງຈຸດເກີດເຫດ ເຊິ່ງໜຶ່ງໃນນັກໂທດເຜີຍວ່າ ພວກເຂົາກໍ່ຢ້ານຄືກັນວ່າຈະຖືກເຈົ້າໜ້າທີ່ຍິງເພາະວ່າໄດ້ແຫກຫ້ອງຂັງໃາແບບນັ້ນ "ຄວາມຄິດແບບນັ້ນບໍ່ເຄີຍຢູ່ໃນຫົວຂ້ອຍເລີຍ ບໍ່ວ່າເຂົາຈະມີທັງປືນ ຫຼືກາຕຳຫຼວດ ເປັນຄົນທີ່ຈັບພວກເຂົາເຂົ້າຄຸກກໍ່ຕາມ ຖ້າຫາກເຂົາລົ້ມປ່ວຍ ຕ້ອງການຄວາມຊ່ວຍເຫຼືອ ພວກເຂົາກໍ່ພ້ອມທີ່ຈະຊ່ວຍ"
Cr: Jarm.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments
Post a Comment