ຂໍຮຽກຮ້ອງຄວາມເປັນທໍາ ຜົວຖືກຕູ່ຫາວ່າເປັນຂີ້ລັກ !! (ມີຄລິບ)


ມື້ນີ້ມີຄຳຮຽກຮ້ອງຄວາມເປັນທໍາຈາກເມຍຂອງຜູ້ຖືກຕູ່ຫາວ່າເປັນໂຈນລັກລົດຈັກຄັນໜຶ່ງທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເລື່ອງມີຢູ່ວ່າ: ໃນມື້ຂອງວັນທີ4 ເດືອນ 11 ປີ 2017 ໄດ້ມີຂີ້ລັກໄປງັດຫ້ອງແຖວຢູ່ເຂດບ້ານຫນອງພະຍາເຊີ່ງຫ້ອງຖືກງັດຈໍານວນ2ຫ້ອງ ໃນນັ້ນ( 1 ຄືຫ້ອງ ຂອງເອື້ອຍທີ່ຮູ້ຈັກຮັກແພງ 2 ແມ່ນຫ້ອງຂອງເຈົ້າຂອງຫ້ອງແຖວ) ຂີ້ລັກໄດ້ເອົາລົດຈັກຂອງເຈົ້າຂອງຫ້ອງແຖວທີ່ຈອດໄວ້ຕໍ່ຫນ້າຫ້ອງ ແຕ່ເຈົ້າຂອງຫ້ອງນອນຢູ່ໃນຫ້ອງແລະຍັງບໍ່ຮູ້ໂຕວ່າກໍາລັງຖືກໂຈນເຂົ້າໄປລັກເອົາລົດຈັກ.

 ແຕ່ພໍຕື່ນຂື້ນມາບໍ່ເຫັນລົດໂຕເອງເຈົ້າຂອງຫ້ອງແຖວຈື່ງໄດ້ໂທໄປຫາ ນ ເຂັ້ງ ເຊີ່ງເປັນເມຍຂອງຜູ້ຖືກກ່າວຫາ ປະມານ 14:30 ຕອນສວາຍເຈົ້າຂອງຫ້ອງໄດ້ເວົ້າວ່າໃຫ້ ບັກກິນ້ອຍ(ຜູ້ເສຍຫາຍ) ເອົາລົດຈັກມາສົ່ງພໍ່ ເຈົ້າຂອງຫ້ອງແຖວຍັງໄດ້ກ່າວໃສ່ຮ້າຍປ້າຍສີອີກວ່າ #ບັກກິນ້ອຍມັນພາ ຂ ມາລັກເອົາລົດຈັກພໍ່ໄປ (ທັ້ງໆທີ່ບໍ່ມີຮອດກ້ອງວົງຈອນປິດ)ຫລືຫລັກຖານພະຍານໃນຕອນທີ່ວ່າ ທ ກິນ້ອຍເປັນຄົນຂີ້ລັກເອົາລົດຈັກແທ້ຫລືບໍ່ ?ແຕ່ເຈົ້າຂອງຫ້ອງແຖວຍັງກ່າວຫາ ມັນມາລັກເອົາແລ້ວ ມັນຍັງເອົາລົດມາປ່ຽນເອົາລົດກູໄປກະຄືລັກເອົາລົດ wave100 ໄປແລ້ວເອົາລົດເທນ້າ ມາປ່ຽນ.


ຜູ້ເປັນເມຍຂອງ ທ ກິນ້ອຍ ຈື່ງໄດ້ຖາມກັບຄືນໄປວ່າຜົວລູກໄປຟາດເຂົ້າຊ່ວຍພໍ່ຕູ້ບູ່ຢູ່ພຸ້ນນະ ຊິໄປລັກລົດເຈົ້າໄດ້ຈັ່ງໃດ໋? ແລ້ວເຈົ້າຂອງຫ້ອງກໍ່ວາງສາຍໄປ ຫລັງຈາກນັ້ນ ຜູ້ຖືກກ່າວຫາ ວ່າລັກລົດກໍ່ຄື ທ ກິນ້ອຍ ໄດ້ກັບຄືນມາຫ້ອງແຖວຕາມປົກກະຕິກະແນວຄົນບໍ່ໄປເຮັດຜິດບ້ານພານເມືອງບໍ່ໄດ້ໄປຫາລັກຂອງຜູ້ໃດ໋ແຕ່ພໍກັບມາຮອດຫ້ອງກໍ່ຖືກເຈົ້າຂອງຫ້ອງແຖວມາເວົ້າວ່າ: ບັກກິນ້ອຍໄຫ້ມືງເອົາລົດກູ..ມາສົ່ງກູເດີ້

ຜູ້ກ່ຽວຕອບຄືນໄປແບບຍັງງົງງົງວ່າ: ລົດຫຍັງພໍ່? ເຈົ້າຂອງຫ້ອງແຖວຈື່ງຕອບວ່າ ລົດກູນີ້ແຫລະ
ທ ກິນ້ອຍຜູ້ທີ່ຖືກກ່າວຫາຈື່ງຕອບດ້ວຍຄວາມບໍລິສຸດໃຈວ່າຂ້ອຍບໍ່ໄດ້ລັກບໍ່ໄດ້ເອົາໄປ ເພາະຂ້ອຍໄປຟາດເຂົ້າຊ່ວຍພໍ່ຕູ້ບູ່...ຢູ່ບ້ານລາວພຸ້ນະຂ້ອຍຊິມາລັກລົດເຈົ້າເຮັດຫຍັງ? ເຈົ້າຂອງຫ້ອງຈື່ງງຽບໄປ


ມື້ຕໍ່ມາ ວັນທີ8ເດືອນ11ປີ2017 ທາງອໍານາດການປົກຄອງບ້ານຫນອງພະຍາໄດ້ລົງມາກວດກາແຕ່ກໍ່ກວດສະເພາະຫ້ອງຂອງຜູ້ທີ່ຖືກກ່າວຫາວ່າເປັນໂຈນຂີ້ລັກລົດຈັກໃນຊ່ວງເວລາປະມານ10ໂມງຍັງແລ້ວກໍ່ພາກັນກັບມື້ໃຫມ່ຂອງວັນທີ9 ເດືອນ11 ປີ 2017 ອໍານາດການປົກຄອງບ້ານຫນອງພະຍາໄດ້ເຊີນຜູ້ຖືກກ່າວຫາພ້ອມດ້ວຍເມຍແລະລູກນ້ອຍໄປທາງຫ້ອງການບ້ານເພື່ອສືບສວນສອບສວນຜົວ ແລະເມຍພ້ອມດ້ວຍລູກນ້ອຍກໍ່ພາກັນໄປ ຍ້ອນຄວາມບໍລິສຸດໃຈ ປະມານ 9 ໂມງຕອນເຊົ້າ.




ໃນມື້ຕໍ່ມາຂອງວັນທີ10 /11/2017 ຜົວແລະເມຍກໍ່ໄດ້ເຂົ້າໄປຫາທາງອໍານາດການປົກຄອງບ້ານຫນອງພະຍາອີກຄັ້ງ
ຈົນມາຮອດໃນວັນຄືນຂອງວັນທີ15/11/2017 ເວລາປະມານ 6 ໂມງຕອນຊິຄໍ່າໆ
ຜົວຜູ້ທີ່ຖືກກ່າວຫາແລະເມຍພ້ອມລູກນ້ອຍພວມພາກັນນັ່ງກີນເຂົ້າຢູ່ໃນຫ້ອງຂອງຕົນເອງຢູ່ນັ້ນໄດ້ຍີນສຽງເອີ້ນຈາກຄົນວ່າ ມີຄົນຢູ່ບໍ່ນໍ້? ຜົວກັບເມຍເລີຍຕອບຂື້ນໄປວ່າມີມີຄົນຢູ່ ເລີຍໄຂປະຕູອອກມາເບີ່ງປະກົດວ່າແມ່ນທາງອໍານາດການປົກຄອງບ້ານຫນອງພະຍາ ພ ໃຫ້ກອງຫລອນມາເຊີນໂຕ ທ ກິນ້ອຍ ຫລືຜູ້ຖືກກ່າວຫາວ່າລັກລົດ ໃຫ້ໄປນໍາ ພ ໄປຫ້ອງການບ້ານແຕ່ຜູ້ກ່ຽວຍັງໄດ້ຖາມກັບຄືນໄປວ່າໄປເລື່ອງຫຍັງອີກລະອ້າຍຍ້ອນຄິດວ່າໂຕເອງບໍ່ມີຄວາມຜິດແລ້ວຊິໄປເຮັດຫຍັງ? ໃນຕອນນັ້ນໄດ້ມີກອງຫລອນຜູ້ 1 ເວົ້າຂື້ນວ່າ ໃຫ້ໄປຢູ່ຫ້ອງການບ້ານກ່ອນມີຫຍັງໃຫ້ໄປເວົ້າໄປວ່າຢູ່ພຸ້ນ ຫລັງຈາກນັ້ນ 3 ຄົນຜົວເມຍພ້ອມລູກນ້ອຍກໍ່ໄດ້ພາກັນໄປຫ້ອງການບ້ານຕາມທີ່ກອງຫລອນບ້ານ ມາບອກໃຫ້ໄປຕັ້ງແຕ່ 6 ໂມງຈົນຮອດປະມານເວລາ 9:30 ກາງຄືນ ຍ້ອນຄວາມທີ່ວ່າບໍ່ຮູ້ທັນຄົນແລະເປັນຄົນຊື່ຈື່ງບໍ່ທັນຮູ້ວ່າຜົວຂອງຕົນເອງຈະຖືກຂໍ້ຫາວ່າເປັນຄົນຂີ້ລັກຈື່ງໄດ້ໄປນອນຢູ່ຫ້ອງການບ້ານກັບຜົວແລະລູກນ້ອຍ ພໍແຕ່ກໍາລັງຈະຖາມຜົວຢູ່ນັ້ນວ່າມັນແມ່ນເລື້ອງອີ່ຫຍັງຄື ໃຫ້ມານອນຢູ່ຫ້ອງການບ້ານ.


#ລົດຫ້ອງຂັງທາງເມືອງໄດ້ມາຈອດຕໍ່ຫນ້າຫ້ອງການບ້ານ ໄດ້ມີເຈົ້າຫນ້າທີ່ ຍ່າງລົງມາຖາມວ່າ ເຈົ້າບໍ່ຊື່ ທ ກິນ້ອຍຜູ້ຖືກກ່າວຫາຈື່ງໄດ້ຕອບໂດຍແມ່ນແລ້ວ ທາງເຈົ້າຫນ້າທີ່ຈື່ງລ໋ອກຄໍແລ້ວນໍາໂຕເຂົ້າລົດຂັງ
ສ່ວນຜູ້ເປັນເມຍໄດ້ແຕ່ຕົກສະເງີ້ ບໍ່ຮູ້ອັນຊິຊ່ວຍຜົວໄດ້ແຕ່ຢືນເບີ່ງຜົວຖືກຈັບເຂົ້າຫ້ອງຂັງໄປຕໍ່ຫນ້າຕໍ່ຕາ ຈື່ງໄດ້ເຂົ້າໄປຖາມ ພ ວ່າ ຜົວຂ້ອຍລາວເຮັດຫຍັງຜິດ ທາງເຈົ້າຫນ້າທີ່ຈື່ງຕອບກັບມາວ່າ ຜົວເຈົ້າຖືກຄະດີລັກລົດ ທາງເຮົາຈະເອົາໄປສືບສວນສອບສວນກ່ອນເດີ້.....
ຕັ້ງແຕ່ວັນທີ 15/11/2017 ຈົນມາຮອດວັນທີ 23 /11/2017 ຍັງບໍ່ມີວີ້ແວວທີ່ຈະໄດ້ຮັບຄວາມເປັນອິດສະຫຼະພາບ ສະແດງວ່າກະຕິດຄຸກລ້າ.

ສັງຄົມຈິ່ງຕັ້ງຄຳຖາມວ່າ: ສາເຫດແລະແຮງຈູງໃຈ ທີ່ເຮັດໃຫ້ເຈົ້າຂອງຫ້ອງແຖວ ໃສ່ຮ້າຍປ້າຍສີແລ້ວໂຍນຄວາມຜິດມາໃຫ້ທ ກິນ້ອຍນີ້ເປັນຄົນຮັບວ່າລັກເອົາລົດ ຍ້ອນຜູ້ກ່ຽວບໍ່ມີອາຊີບໃດເປັນຫຼັກແຫຼ່ງ ແລະເຂົ້າ-ອອກຫ້ອງແຖວເປັນປະຈຳຫຼືບໍ? ແນວໃດກໍ່ຕາມຜູ້ທີ່ໄດ້ອ່ານເລື່ອງລາວດັ່ງກ່າວນີ້ຫຼາຍຄົນມີຄວາມເຫັນວ່າຖ້າ ທ້າວກະນ້ອຍ ບໍລິສັດແທ້, ມີຫຼັກຖານພຽງພໍກໍ່ສາມາດຂໍສານພິສູດໄດ້ ຫາກໝັ້ນໃຈວ່າເວລາທີ່ລົດເສຍຜູ້ກ່ຽວຢູ່ມີຫຼັກຖານພິຍານທີ່ສາມາດຢັ້ງຢືນໄດ້.

ຢ່າງໃດກໍ່ຕາມນີ້ຍັງເປັນຂໍ້ມູນພຽງຝ່າຍດຽວ ບໍ່ຮູ້ວ່າທາງຜູ້ເສຍຫາຍ ແລະເຈົ້າໜ້າທີ່ຕຳຫຼວດມີຫຼັກຖານອັນອື່ນທີ່ເຊື່ອຖືໄດ້ບໍກ່ອນການຈັບໂຕໄປສືບສວນ ຊຶ່ງເຊື່ອວ່າຫາກເປັນການຈັບຜິດໂຕ ຄະດີນີ້ກໍ່ຈະເປັນບົດຮຽນໃຫຍ່ຫຼວງແກ່ເຈົ້າໜ້າທີ່ຕຳຫຼວດ ແຕ່ຖ້າເພິ່ນມີຫຼັກຖານພິຍານຢັ້ງຢືນໄດ້ຜູ້ກະທຳຜິດກໍ່ຕ້ອງຮັບໂທດຕາມກົດໝາຍ.




ເບິ່ງຄລິບວີດີໂອ







-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments