ເຊັກດ່ວນ!! "ຜູ້ຊາຍກາລະກີນີ" ພົບເຫັນຕ້ອງໜີໃຫ້ໄກ
ສະບາຍດີ ມື້ນີ້ແອັດມິ້ນມີເລື່ອງລາວຂອງຄົນສະໄໝກ່ອນ ທີ່ເລົ່າກັນມາຈາກລຸ້ນຕໍ່ລຸ້ນ ເຊິ່ງວ່າຫຼາຍຄົນຄົງຈະເຄີຍໄດ້ຍິນກັນມາແລ້ວກັບຈຸດສັງເກດທີ່ບອກວ່າເປັນກາລະກີນີ ທຳມາຫາກິນບໍ່ຂຶ້ນຄົບແລ້ວບໍ່ຈະເລີນ ມີແຕ່ລົ້ມຈົມຢ່າງດຽວ ແລະມື້ນີ້ມີຂໍ້ສັງເກດຜູ້ຊາຍທີ່ເປັນກາລະກີນີມາໃຫ້ທຸກທ່ານໄດ້ຮູ້
1. ຜູ້ຊາຍທີ່ມີຮູບຮ່າງສັດທັດໄຫຼ່ລູ່ ແຂນຕົກ ໜ້າມັກກົ້ມ ມືຕີນໃຫຍ່ເປິ່ງເຊິ່ງ ເປັນຄົນອາພັບ ທຸກຍາກລຳບາກຕະຫຼອດຊີວິດ
2. ຜູ້ຊາຍທີ່ມີຂອບຕາເຫຼືອງ ຕາບໍ່ມີແວວ ຜິວເຫຼອງແຫ້ງຫຼືຕົກສະເກັດ ລັກສະນະແຂງກະດ້າງ ສຽງຫົວບໍ່ມີສຳມາຄາລະວະ ຜິວໜ້າແຫ້ງບໍ່ມີລາສີ ຢ່າງຖິ້ມສົ້ນຕີນຢ່າງໜັກ ເປັນຄົນບໍ່ມີຊາດຕະກຸນ ບໍ່ມີຢາດຂາດມິດ ມີຄວາມເປັນຢູ່ທຸກຢາກລຳບາກຕະຫຼອດຊີວິດ
3. ຜູ້ຊາຍທີ່ໜ້າຕາເຫຼືອງ ແກ້ມແຟບຕອບ ສຽງຫຽບເຄືອ ຢ່າງແກວ່ງໂຕ ລຸກລີລຸກລົນ ເປັນຄົນບໍ່ໜ້າໄວ້ວາງໃຈ ຫຼຸກຫຼິກ ຈັບຈົດ ມີຄວາມເປັນຢູ່ບໍ່ດີ
4. ຜູ້ຊາຍທີ່ມີຜິວຄຳ້ບໍ່ມີນຳ້ມີນວນ ມີຮ່າງໃຫຍ່ ຕາເຫຼືອງ ໜ້າຄຽດບູດຕຶງ ຫຼິ້ນລິ້ນ ເວົ້າສຽງຫຽບແຫ້ງຂາດເປັນຊ້ວງໆ ບໍ່ສົບຕາຜູ້ຄົນ ມີລັກສະນະລັບລົມຄົມໃນ ຍະໂສໂອຫັງ ອວດເກັ່ງ ເວົ້າໃຫຍ່ ອວດອົ່ງຂົ່ມຜູ້ອື່ນ ເປັນຄົນບໍ່ໜ້າຄົບ ເພາະມີນິໃສນັກເລັງ ອັດຕະພານ ຫາເລື່ອງ ມີແລ້ລ່ຽມຈັດ ບໍ່ຈິງຈັງ ມັກມີເລື່ອງລາວ ຫາເລື່ອງມາໃສ່ໂຕ ມາກທໍລະຍົດຫັກຫຼັງ ບໍ່ມີສັດຈະຂາດຄວາມຈິງໃຈ
5. ຜູ້ຊາຍທີ່ມີດວງຕາຍາວຣີ ຄິ້ວນ້ອຍເສັ້ນບາງ ດັງໂດ່ງ ຮ່າງສັນທັດ ເປັນຄົນທຳຄຸນຄົນບໍ່ຂຶ້ນ
6. ຜູ້ຊາຍທີ່ມີຕາດຸຮ້າຍ ໜ້າຮ້າຍຄືເສືອ ຕາຂາວເຫັນເສົ້ນເລືອດຊັດແດງ ເປັນຄົນທີ່ໂມໂຫງ່າຍ ຈິດໃຈໂຫດຮ້າຍ ບໍ່ມີສິນທຳ ກໍ່ສັດຕູ ຫາເລື່ອງຄົນອື່ນ
7. ຜູ້ຊາຍທີ່ມີຮ່າງພໍໂຕ ສັນທັດ ແອວກົມ ຢ່າງແກວ່ງໂຕ ຫຼືໂຄ້ງໂຕໜ້ອຍໆ ແຂ້ວແງທີ່ເວົ້າຈາມ່ວນໄພເລາະ ຄໍອ່ຽງເວລາຢ່າງ ເປັນຄົນໃຈນັກເລັງ ມັກຫາເລື່ອງພານກັບຜູ້ອື່ນ ຫຼືຜິດໃຈກັບຄົນອື່ນຕະຫຼອດ
8. ຜູ້ຊາຍທີ່ມີຜິວຂາວເປັນມັນ ຫຼືຂາວສວຍ ຮ່າງສະໂອດສະອົງ ຕາກົມນ້ອຍ ຂົນກາຍເປັນເສັ້ນນ້ອຍຫຼາຍ ແຂນຂາຍາວຜອມ ຢ່າງຄືແລ່ນ ເປັນຄວາມເຈົ້າຊື້ມາກຮັກ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment