ຖ້າສ້າງທາງດ່ວນ ນະຄອນຫຼວງວຽງຈັນຫາວັງວຽງສຳເລັດ ຈະໃຊ້ເວລາໃນການເດີນທາງພຽງ ຊົ່ວໂມງກວ່າໆ ເທົ່ານັ້ນ!
ທາງດ່ວນ ວຽງຈັນ-ວັງວຽງ ມູນຄ່າ 1.2 ຕື້ໂດລາ, ເປັນການລົງທຶນຮ່ວມລະຫວ່າງລາວ-ຈີນ ໂດຍຝ່າຍຈີນຖືຮຸ້ນ 95% ແລະ ລາວ ຖືຮຸ້ນ 5%. ທາງເລີ່ມຈາກສີເກີດ ຫາ ວັງວຽງ ໄລຍະທາງ 113.5 ກມ, ເຈາະອຸມົງລອດພູພະ 679 ແມັດ. ໄລຍະເວລາກໍ່ສ້າງ 3 ປີ.
ໃນການຮ່ວມມືລະຫວ່າງ ສປປລາວ ແລະ ສປ ຈີນ ທີ່ໄດ້ລົງນາມ ສັນຍາກັນ 17 ສະບັບ ໃນໂອກາດ ທີ່ທ່ານ ປະທານປະເທດ ສີ ຈິ້ນຜິງ ໄດ້ເດີນທາງມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ພະຈິກ 2017 ຜ່ານມາ.
ໂຄງການກໍ່ສ້າງເສັ້ນທາງດ່ວນ ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ວັງວຽງ ກໍ່ເປັນ 1 ໃນໂຄງການ ທີ່ໄດ້ລົງນາມກັນ.
ທາງດ່ວນ ວຽງຈັນ-ວັງວຽງ ມູນຄ່າ 1.2 ຕື້ໂດລາ, ເປັນການລົງທຶນຮ່ວມລະຫວ່າງລາວ-ຈີນ ໂດຍຝ່າຍຈີນຖືຮຸ້ນ 95% ແລະ ລາວ ຖືຮຸ້ນ 5%. ທາງເລີ່ມຈາກສີເກີດ ຫາ ວັງວຽງ ໄລຍະທາງ 113.5 ກມ, ເຈາະອຸມົງລອດພູພະ 679 ແມັດ.
ສ່ວນໃນດ້ານລາຄາໃຊ້ບໍລິການ ໄດ້ມີການປະເມີນໄວ້ທີ່ ລາຄາ 400-500 ກີບ/ກິໂລແມັດ (ປະມານ 56,000 ກີບຮອດວັງວຽງ). ໂຄງການສ້າງທາງດ່ວນນີ້ມີແຜນການຈະໃຊ້ ໄລຍະເວລາກໍ່ສ້າງ ປະມານ 3 ປີ. ຖ້າມີການຈັດຕັ້ງໃນປີ 2018 ກໍ່ຄົງສາມາດໄດ້ນຳໃຊ້ ໃນປີ 2021.
ໃນການກະກຽມກໍ່ສ້າງທາງດ່ວນດັ່ງກ່າວ ແມ່ນຈະມີການຈັດຕັ້ງປະຕິບັດໃນໄວໆນີ້. ເຊິ່ງທາງລັດຖະບານ ທັງສອງປະເທດ ເຊື່ອວ່າ ການສ້າງທາງດ່ວນດັ່ງກ່າວ ຈະຊ່ວຍໃນການປະຢັດເວລາ ແລະ ຄ່າໃຊ້ຈ່າຍ ໃນການເດີນທາງ ເພາະອາດຈະໃຊ້ເວລາພຽງ ຊົ່ວໂມງກວ່າໆກໍ່ສາມາດ ເດີນທາງຈາກ ນະຄອນຫຼວງວຽງຈັນ ຫາ ວັງວຽງ.
ສ່ວນວັນເວລາ ແລະ ແບບຂອງທາງດ່ວນ ຍັງບໍ່ທັນມີການເປີດເຜີຍຂໍ້ມູນ.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments
Post a Comment