ກູບໍ່ຍ້າຍ ຈະເຮັດຫຍັງ!! ລວມເຈົ້າຂອງບ້ານ ທີ່ບໍ່ຍອມຍ້າຍໄປໃສ ເຖິງວ່າຈະຖືກກົດດັນໜັກ!!
ເງິນບໍ່ແມ່ນທຸກສິ່ງ ເລື່ອງເລົ່າຕໍ່ໄປນີ້ ເປັນເລື່ອງຂອງເຈົ້າຂອງບ້ານທີ່ບໍ່ຍອມຂາຍບ້ານນໂຕເອງໃຫ້ກັບນາຍທຶນ ບໍ່ວ່າຈະຖືກສະເໜີໃນລາຄາສູງຊຳ່ໃດ!!!
1. ອີດຣິ ເມດຟຣິ ແມ່ຕູ້ຜູ້ທີ່ປະຕິເສດຂາຍບ້ານຂອງລາວ ເຖິງວ່າຈະໄດ້ຮັບຂໍ້ສະເໜີເປັນເງິນ 1ລ້ານໂດລາສະຫາລັດ ຕໍ່ມາລາວໄດ້ເປັນແຮງບັນດານໃຈໃຫ້ກັບພາບພະຍົນອະນິເມຊັ່ນເລື່ອງ Up ນັ້ນເອງ
2. ແມຮີ ຄຸກ ປະຕິເສດທີ່ຈະຂາຍບ້ານອັນແຄບຂອງລາວ ໃນຂະນະທີ່ເພື່ອນບ້ານຂອງລາວທັງໝົດຂາຍບ້ານແລະຖືກທຸບຖິ້ມໄປສ້າງຕຶກສູງທັງ 2 ບ່ອນປະຄົບບ້ານລາວຢູ່ໃນຕອນນີ້
3. ເວຮາ ໂຄກກິງ ປະຕິເສດຂາຍບ້ານຂອງລາວໃຫ້ກັບ ບ໊ອບ ກຸຊິໂອເນ ທີ່ຕ້ອງການທີ່ຈະສ້າງຄາສິໂນຢູ່ບ່ອນນີ້ ຕໍ່ມາລາວໄດ້ປະຕິເສດ ໂດນັນ ທຣັມ ທີ່ຕ້ອງການຊື້ພື້ນທີ່ບ່ອນນີ້ເຊັ່ນດຽວກັນ
4. ລັດຖະບານຈີນຕັດທາງຫຼວງຜ່ານຮອບບ້ານຂອງເຈົ້າຂອງບ້ານຫົວແຂງຄົນນີ້ ເຖິງແມ່ນວ່າເຈົ້າຂອງບ້ານຈະຍ້າຍອອກໄປແລ້ວກໍ່ຕາມ ແຕ່ລາວບໍ່ຍອມຂາຍບ້ານແລະປ່ອຍມັນທິ້ງໄວ້ເພື່ອເປັນສັນຍາລັກຂອງການຕໍ່ຕ້ານການສ້າງທາງແຫ່ງນີ້
5. ເຈົ້າຂອງບ້ານຢູ່ວໍຊິງຕົນດີຊີຜູ້ນີ້ ປະຕິເສດເງິນ 3 ລ້ານໂດລາສະຫະລັດ ແຕ່ຕໍ່ມາລາວຂາຍບ້ານຫຼັງນີ້ໃນລາຄາ 4 ລ້ານໂດລາສະຫະລັດ
6. ເຈົ້າຂອງບ້ານທ່ານໜຶ່ງຢູ່ໂຕລອນໂຕ ປະຕິເສດທີ່ຈະຂາຍບ້ານຂອງລາວ (ເຊິ່ງມີບ້ານຄູ່ຕິດກັນກັບອີກຫຼັງໜຶ່ງ) ຈົນບ້ານຫຼັງນັ້ນໄດ້ຂາຍອອກແລ້ວ ເຈົ້າຂອງໃຫມ່ຈຶ່ງໄດ້ຕັດບ້ານອອກເຄິ່ງໜຶ່ງຕາມຮູບພາບ
7. ເຈົ້າຂອງຄອນໂດຫຼັງນີ້ຢູ່ກວ່າງໂຈບໍ່ຍອມຂາຍ ເຖິງແມ່ນວ່າລັດຖະບານຈະມີໂຄງການສ້າງທາງວົງແຫວນຮອບພື້ນທີ່ບໍລິເວນນີ້
8. ເຈົ້າຂອງບ້ານຫຼັງນີ່ຢູ່ນິວຢອກ ຖືກສ້າງພິພິດຕະພັນລ້ອມຮອບແບບນີ້ ຫຼາຍຄົນສົງໃສວ່າ ເປັນຫຍັງຖືກສ້າງພື້ນທີ່ເໜືອຫຼັງຄາບ້ານໄດ້
9. ຄອບຄົວຊາວຈີນຄອບຄົວໜຶ່ງບໍ່ຍອມຍ້າຍຂຸມສົບບັນພະບູລຸດຂອງລາວໄປໃສ ຈົນກາຍເປັນເນີນສູງ 10ແມັດຕັ້ງຢູ່ໃນບໍລິເວນນີ້ເປັນເວລາຫຼາຍເດືອນ ສຸດທ້າຍພວກເຂົາກໍ່ຍອມຮັບເງິນຊົດເຊີຍໄປ
10. ເຈົ້າຂອງບ້ານປະຕິເສດທີ່ຈະຂາຍບ້ານໃຫ້ເຈົ້າຂອງໂຮງແຮມນີ້ ໂຮງແຮມຈຶ່ງສ້າງຕຶກອ້ອມຂ້າງໄວ້ທັງໝົດ ສ່ວນເຈົ້າຂອງບ້ານໄດ້ປ່ຽນບ້ານລາວໃຫ້ເປັນບ່ອນຂາຍເຄື່ອງທີ່ລະລຶກແທນ
11. ບ້ານເກົ່າຫຼັງນີ້ ເຈົ້າຂອງບ້ານບໍ່ຍອມຂາຍບ້ານຂອງລາວໃຫ້ກັບໂຄງການບ້ານຈັດສັນຫຼູ
12. ນາງຫວູ່ ປິງ ຄືຄົນດຽວຈາກບ້ານທັງໝົດ 241ຫຼັງ ທີ່ຈະປະຕິເສດຂາຍບ້ານຂອງລາວ ລາວຕໍ່ສູ້ກັບເລື່ອງນີ້ກັບສານມາດົນເກືອບ 3ປີ ກ່ອນທີ່ຈະຕ້ອງຍ້າຍອອກໄປພ້ອມເງິນຊົດເຊີຍ 7ລ້ານຢວນ (ສູງກວ່າລາຄາປະເມີນ 3ເທົ່າ)
13. ບ້ານທີ່ຕັ້ງຢູ່ກາງທາງໃນເມືອງຊຽງໄຮ ປະເທດຈີນ
14. ບ້ານຫຼັງນີ້ຈົມຢູ່ກາງທາງໃນເມືອງໜານໜິງ ປະເທດຈີນ ເຈົ້າຂອງບ້ານບໍ່ຍອມຍ້າຍອອກ ແລະບໍ່ສົເງິນຊົດເຊີຍຈາກເທດສະບາຍທ້ອງຖິ່ນ
15. ອາຄາທີ່ຕັ້ງຢູ່ບ່ອນມູມຫົນທາງແຫ່ງນີ້ ກາຍເປັນພື້ນທີ່ຕິດບິວບອດຂະໜາດໃຫຍ່ທີ່ເຮັດເງິນໃຫ້ພວກເຂົາເກືອບລ້ານໂດລາສະຫະລັດ ຖືວ່າຄິດຖືກທີ່ພວກເຂົາບໍ່ຍອມຍ້າຍໄປໃສ
16. ຜູ້ຮັບເໝົາໄດ້ຂຸດສ້າງຄູນຳ້ລ້ອມຂ້າງຂອງບ້ານຫຼັງນີ້ ເພື່ອບັງຄັບໃຫ້ພວກເຂົາຍ້າຍອອກໄປ
17. ເຈົ້າຂອງຟາມທີ່ປະຕິເສດທີ່ຈະຂາຍດິນຂອງເຂົາເພື່ອສ້າງສະໜາມບິນນາຣິຕະ ໃນປະເທດຢີ່ປຸ່ນ ແລະນັ້ນໄດ້ເຮັດໃຫ້ເຂົາອາໃສຢູ່ລະຫວ່າງລັນເວຍເຄື່ອງບິນ ພ້ອມກັບສຽງດັງແລະແຜ່ນດິນສະເທືອນຢູ່ຕະຫຼອດເວລາ
18. ແມ່ຍິງຈີນທີ່ອາໃສຢູ່ໃນບ້ານຂອງລາວມາດົນເກືອບປີໂດຍທີ່ຖືກຕັດທັງນຳ້ແລະໄຟ້າ
19. ບ້ານຫຼັງເກົ່າທີ່ຢູ່ແບບໂດດດ່ຽວບໍລິເວນລານຈົດລົດຂອງງານ World Expro 2010 ກ່ອນທີ່ບໍ່ຈັກມື້ຕໍ່ມາຈະຖືກທຸບຖິ້ມແລະເຈົ້າຂອງຕ້ອງຍ້າຍໄປຢູ່ໃນຫໍພັກຄົນງານກໍ່ສ້າງ
20. ທາງມໍເຕີ້ເວຢູ່ຈີນທີ່ສ້າງໃໝ່ຕ້ອງຕັດເສັ້ນໃໝ່ໜີບ້ານຫຼັງນີ້ ຫຼັງຈາກເຈົ້າຂອງບ້ານຂອງລາວ
21. ບ້ານຫຼັງເກົ່າມີ່ເຈົ້າຂອງບໍ່ຍອມຍ້າຍໄປໃສ ໂດຍທີ່ມັນຕັ້ງຢູ່ໜ້າຫ້າງຊັບພະສິນຄ້າແຫ່ງໜຶ່ງໃນປະເທດຈີນ
22. ຫຼາຍຄົນອາດຄິດວ່າ ບ້ານຫຼັງນີ້ຕັ້ງຢູ່ເທິງຍອດເຂົາ ແຕ່ທີ່ແທ້ແລ້ວເຈົ້າຂອງພື້ນທີ່ຂ້າງໆ ຂຸດດິນລົງໄປຂ້າງໆ ເພື່ອສ້າງພື້ນດິນໃໝ່ທີ່ລຶກກວ່າເກົ່າຫຼາຍສິບແມັດ
23. ຊາວບ້ານເປັນຈຳນວນຫຼາຍຕິດຢູ່ລະຫວ່າງທາງດ່ວນ 3ແຫ່ງທີ່ລ້ອມບ້ານພວກເຂົາໄວ້ ຫຼາຍຮ້ອຍຄອບຄົວອົບພະຍົບໜີອອກໄປຈົນໝົດ ຍົກເວັ້ນແຕ່ຄອລຄົວນີ້ເທົ່ານັ້ນ
ຂອບໃຈທີ່ມາ: LifeFeeds
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

































Comments
Post a Comment