ໃຈບຸນແທ້!!! ສາວຊ່ວຍຊີວິດໝາຖືກລົດຕຳກາງທາງ ແມ້ແຕ່ຖືກໝາກັດໜ້າກໍ່ຕາມ(ມີຄລິບ)
(30 ພະຈິກ 2017) ຂ່າວທີ່ໄທປະເທດເພື່ອນບ້ານໄດ້ລາຍງານວ່າໂລກໂຊຊ້ຽວໄດ້ແຫ່ພາກັນແຊຄລິບພາບ ແລະ ເລື່ອງລາວສາວລາຍໜຶ່ງທີ່ໄທ ທີ່ໄດ້ອອກມາເຜີຍແຜ່ຄລິບເຫດການທີ່ຕົນເອງເຂົ້າຊ່ວຍໝາທີ່ຖືກລົດຕຳຢູ່ກາງທາງ ແມ້ແຕ່ໂຕລາວເອງນັ້ນຖືກກໝາກັດເຂົ້າທີ່ໜ້າ ພ້ອມທັງໄດ້ລະບຸຂໍ້ຄວາມວ່າ “ຂາກການຊ່ວຍໝາຖືກລົດຕຳ. ຈັດໄປ 8 ເຂັມ. ຖ້າເຮົາບໍ່ຊ່ວຍໝານີ້ຖືກລົດຢຽບຕາຍແທ້. ບໍ່ເປັນຫຍັງ. ເຮົາມີປະກັນທົນເຈັບໄດ້ກັບການທີ່ຊ່ວຍໃຫ້ເຂົາມີຊີວິດ. ເພື່ອໃຊ້ກຳຂອງເຂົາໃນການເກີດເປັນໝາ ຂໍໃຫ້ເຈົ້າໝົດກຳໝົດເວນເດີ້ ຊາດໜ້າຂໍໃຫ້ເກີດມາເປັນມະນຸດ. ທີ່ຈະເລີນໃນທຳ”
ສ່ວນຕອນນີ້ມີອາການຕຶງທີ່ບາດ ຈະອ້າປາກຍຳ້ຫຍັງບໍ່ໄດ້ ເພາະບາດມັນຕຶງຢູ່ ບາດມັນຍັງໃໝ່ ກໍ່ກີນນົມຖົ່ວເຫຼືອງໄປກ່ອນ ສ່ວນລັກສະນະ ບາດໃນກ້ອງຄາງຈະເລິກ ແຕ່ໝໍບໍ່ຍິບ ໃຫ້ບາດປິດເພາະຕ້ອງການໃຫ້ນຳ້ເຫຼືອງມັນໄຫຼເອົານຳ້ເຊື້ອອອກມາ ແລະ ເຮົາບໍ່ຮູ້ເລີຍວ່າເປັນໝາໃຜ ເຊິ່ງຕອນນີ້ກໍ່ຄິດວ່າຈະໄປຕາມຫາມັນວ່າເປັນແນວໃດແລ້ວເພາະກະດູກຂາມັນແຕກໄດ້ຮັບບາດເຈັບ ກໍ່ເປັນຫ່ວງມັນຢູ່
clip
ທີ່ມາ: sanook
-----------------------------------









Comments
Post a Comment