ໂສມແດງ ໂຊຂີປະນາວຸດໃໝ່ສຳເລັດ ຂູ່ໂຈມຕີ "ອາເມຣິກາ" ໄດ້ໝົດປະເທດ





ສຳນັກຂ່າວ nknews ສື່ລັດຖະບານເກົາຫຼີເໜືອ ລາຍງານລ່າສຸດໂດຍ ຕົວແທນຂອງລັດຖະບານຖະແຫຼ່ງຂ່າວວ່າ ໃນຂະນະນີ້ລັດຖະບານເກົາຫຼີເໜືອປະສົບຄວາມສຳເລັດການທົດສອບ Hwasong-15 ICBM ເຊິ່ງເປັນຂີປະນາວຸດຂ້າມທະວີບ

ໂດຍຕົວແທນ ຣິ ຊຸນ ຮີ (Ri Chun Hee) ປະກາດພ້ອມຄຳກັບຄຳກ່າວຂອງປະທານາທິບໍດີ ຄິມ ຈອງ ອຶນ ທີ່ຂົ່ມຂູ່ວ່າ ຂີປະນາວຸດດັ່ງກ່າວມີປະສິດທິພາບສູງພຽງພໍທີ່ຈະໂຈມຕີສະຫະລັດອາເມຣິກາໄດ້ທັງປະເທດ ນອກຈາກນີ້ຜູ້ນຳ ຄິມ ຍັງວາງແຜນຈະຕິດ "ຫົວລົບ" ຂະໜາດໃຫຍ່ມະຫຶມາພ້ອມກັບຂີປະນາວຸດດັ່ງກ່າວ

ແລະຕົວແທນໄດ້ກ່າວທິ້ງທ້າຍວ່າ ຂີປະນາວຸດຂ້າມທະວີບ ຖືວ່າເປັນນະວັດຕະກຳທີ່ທັນສະໄໝທີ່ສຸດຂອງເກົາຫຼີເໜືອ ລວມເຖິງຂະບວນການແລະຂັ້ນຕອນການປະຕິບັດການຍັງບັນຈຸດ້ວຍເທັກໂນໂລຍີທີ່ລຳ້ສະໄໝທີ່ສຸດອີກ

ໂດຍຂີປະນາວຸດດັງກ່າວ ທະຍານອອກຈາກຖານຍິງທີ່ເມືອງ ຊາງ ນີ ທາງຕອນເໜືອຂອງກຸງປຽງຍາງ ໃຊ້ເວລາເທິງອາວະກາດ 53ນາທີ ນອກນີ້ຍັງມີການທົດລອງບິນແຕະລະດັບສູງສຸດ 4,475ກິໂລແມັດ ແລະເດີນທາງໄກ 950ກິໂລແມັດ ກ່ອນຈະຕົກລົງໃນເຂດທະເລຢີ່ປຸ່ນ ເຊິ່ງເປັນເຂດເສດຖະກິດຈຳເພາະຂອງຢີ່ປຸ່ນ ແລະຢີ່ປຸ່ນມີອະທິປະໄຕເໜືອບໍລິເວນດັ່ງກ່າວ



ທີ່ມາ: www.PRACHACHAT.NET
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments