ຊັດເຈນຍິ່ງຂຶ້ນ! ຈີນສົ່ງ “ເຟີງອວິ໋ນ” ຂີ່ຈະຫຼວດທະລຸຟ້າ ເສີມທັບພະຍາກອນອາກາດໂລກ (ມີຄລິບ)
ຊັດເຈນຍິ່ງຂຶ້ນ! ຈີນສົ່ງ “ເຟີງອວິ໋ນ” ຂີ່ຈະຫຼວດທະລຸຟ້າ ເສີມທັບພະຍາກອນອາກາດໂລກ
ມື້ນີ້ (15 ພະຈິກ) ຈີນໄດ້ສົ່ງ “ເຟີງອວິ໋ນ-3ດີ” ດາວທຽມອຸຕຸນິຍົມວິທະຍາດວງໃໝ່ຂຶ້ນສູ່ອະວະກາດ ໂດຍຍິງຈະຫຼວດຂົນສົ່ງລອງມາສ-4ຊີ ອອກຈາກສູນປ່ອຍດາວທຽມໄທຢວນ ແຂວງຊານຊີທາງຕອນເໜືອຂອງປະເທດ ເມື່ອເວລາ 2:35 ໂມງ ຕາມເວລາທ້ອງຖິ່ນປັກກິ່ງ.
ລາຍງານລະບຸວ່າດາວທຽມເຟີງອວິ໋ນ-3ດີ (Fengyun-3D) ເປັນໜຶ່ງໃນດາວທຽມອຸຕຸນິຍົມວິທະຍາທີ່ມີວົງໂຄຈອນຜ່ານຂົ້ວໂລກຮຸ່ນສອງຂອງຈີນ ເຊິ່ງສາມາດຈັດສົ່ງພາບຖ່າຍສະພາບອາກາດໂລກແບບສາມມິຕິ ແລະ ພາບຖ່າຍໄລຍະໄກແບບຫຼາຍຊ່ວງຄື້ນ.
ດາວທຽມ ຈະສ້າງເຄືອຂ່າຍກັບດາວທຽມເຟີງອວິ໋ນ-3ຊີ (Fengyun-3C) ເຊິ່ງຖືກສົ່ງຂຶ້ນສູ່ວົງໂຄຈອນເມື່ອເດືອນກັນຍາ ປີ 2013 ເພື່ອພັດທະນາຄວາມຊັດເຈນຂອງການກວດວັດຊັ້ນບັນຍາກາດໂລກ, ການຕິດຕາມລະດັບກາສເຮືອນແກ້ວທີ່ເຮັດໃຫ້ເກີດພາວະໂລກຮ້ອນ ລວມເຖິງຊ່ວຍການປະຕິບັດພາລະກິດກູ້ໄພພິບັດຂອງຈີນ.
ທັງນີ້ດາວທຽມເຟີງອວິ໋ນ-3ດີ ແລະ ຈະຫຼວດຂົນສົ່ງລອງມາສ-4ຊີ (Long March-4C) ໄດ້ຮັບການພັດທະນາໂດຍສຳນັກເຕັກໂນໂລຊີການບິນອະວະກາດຊຽງໄຮ (Shanghai Academy of Spaceflight Technology) ສັງກັດບໍລິສັດວິທະຍາສາດ ແລະ ເຕັກໂນໂລຊີອະວະກາດແຫ່ງປະເທດຈີນ (China Aerospace Science and Technology Corporation).

ຂໍ້ມູນ: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

Comments
Post a Comment