ເຕືອນ! ຂັບລົດແລ່ນຕາມເສັ້ນທາງດົງຄຳຊ້າງ-ນາໄຫ ລະວັງເກີດອຸບັດເຫດຈາກການສ້ອມແປງທາງ
ຄົນທີ່ທຽວເສັ້ນທາງປູຄອນກຣີດຈາກບ້ານດົງຄຳຊ້າງ ຕັດອອກສາມແຍກ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງບໍລິເວນເຕືອນໄພຢູ່ໃກ້ກັບເຂດສາງເກັບລັງເບຍບໍລິສັດເບຍລາວນັ້ນ, ທ່ານອາດຈະແປກໃຈວ່າ ເປັນຫຍັງຕ້ອງມີຂຸມເປັນໄລຍະ ສິ່ງດັ່ງກ່າວໄດ້ສົ່ງຜົນສະທ້ອນໂດຍກົງຕໍ່ຜູ້ທຽວທາງ ໂດຍສະເພາະແມ່ນຕອນກາງຄືນອາດຈະມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.
ຫຼ້າສຸດ, ໃນໄລຍະ 2 ອາທິດມານີ້ ເຫັນວ່າມີການສ້ອມແປງເສັ້ນທາງຄືນບາງຈຸດທີ່ບໍ່ໄດ້ຄຸນນະພາບ ເຊິ່ງພາກສ່ວນຮັບເໝາະກໍ່ມາເຈາະທາງຄອນກີດເປັນໄລຍະໆ ໂດຍບໍ່ແຈ້ງໃຫ້ບ້ານພວກເຮົາຮັບຮູ້ກ່ອນໜ້ານັ້ນ ແລະ ບໍ່ມີປ້າຍເຕືອນລະວັງແຕ່ຢ່າງໃດ. ຜ່ານການລົງຕິດຕາມຕົວຈິງຂອງຄະນະການຈັດຕັ້ງເຮົາກໍ່ເຫັນວ່າ ມີອຸປະຕິເຫດເກີດຂຶ້ນເປັນໄລຍະໆ ເຊັ່ນ: ລົດຈັກລົ້ມ, ລົດເປ່ເພ ເຊິ່ງຜູ້ເຄາະຮ້າຍສ່ວນຫຼາຍແມ່ນຜູ້ທີ່ບໍ່ໄດ້ອາໄສຢູ່ບ້ານແຫ່ງນີ້ ແລະ ດົນໆຈຶ່ງໄດ້ຜ່ານເສັ້ນທາງນີ້.
ສະນັ້ນ, ທາງຄະນະການຈັດຕັ້ງພວກເຮົາກໍ່ໄດ້ແຈ້ງໃຫ້ທັງຜູ້ກໍ່ສ້າງ, ທັງເຈົ້າຂອງໂຄງການ ຫາວິທີແກ້ໄຂດ່ວນ ຫຼື ຖ້າຫາກມີການກໍ່ສ້າງກໍ່ຄວນມີປ້າຍເຕືອນ ເພື່ອໃຫ້ຜູ້ຂັບຂີ່ມີສະຕິໃນເວລາພົບເຫັນ, ແຕ່ປາກົດວ່າ ຍັງບໍ່ທັນເຫັນມີວີ່ແວວໃດໆ ມີພຽງແຕ່ເສັ້ນເຊືອກຟາງມາກັ້ນບາງເຂດຊືໆ.
ປະຊາຊົນອາໄສຢູ່ເຂດໃກ້ຄຽງ ບອກວ່າ: ນັບແຕ່ມີການເຈະທາງມາ 2 ອາທິດມານີ້ມີການເກີດອຸປະຕິເຫດເປັນໄລຍະໆ. ຫຼ້າສຸດ ໃນຄ່ຳຄືນຜ່ານມານີ້ ກໍ່ມີລົດຈັກສອງລົ້ມ 2 ຄັນ ແລະ ອີກລົດເກັງຄັນໜຶ່ງຈອດແບບກະທັນຫັນຍ້ອນຢາງຮົ່ວ ແລະ ກ່ອນໜ້ານັ້ນສອງມື້ ກໍ່ມີລົດຈັກໂຕນຂຸມເຂດສ້ອມແປງດັ່ງກ່າວ ເຮັດໃຫ້ເກີດອຸບັດຕິເຫດເຈັບໜັກສົມຄວນຈົນໜ່ວຍກູ້ໄພນຳສົ່ງໂຮງໝໍ.
ເສັ້ນທາງຄອນກຣີດໄລຍະລົງຄ້ອຍທີ່ມີການສ້ອມແປງເຂດບ້ານນາໄຫ ມີການເຈາະທາງເລິກ ປະມານ 20 ຊັງຕິແມັດ ແລະ ມີຄວາມຍາວແຕ່ 30 ຊັງຕີແມັດຈົນເຖິງ 2 ກວ່າແມັດ ແລະ ມີການເຈະທາງເປັນຈຸດໆເກືອບ 10 ບ່ອນ. ສະນັ້ນ, ຈຶ່ງວອນພາກສ່ວນກ່ຽວຂ້ອງລົງກວດກາເພື່ອຫາທາງແກ້ໄຂດ່ວນ.
Cr. ເສດຖະກິດການຄ້າ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments
Post a Comment