ເປີດເສັ້ນທາງການເດີນທາງ ນ່ານ-ໄຊຍະບູລີ-ຫຼວງພະບາງ ເພື່ອສົ່ງເສີມການທ່ອງທ່ຽວ ແລະເສດຖະກິດທັງສອງປະເທດ ລາວ-ໄທ (ຄລິບ)




ຕອນັບປີທ່ອງທ່ຽວລາວ 2018 ກໍ່ມີຂ່າວດີ ໄທ-ລາວຮ່ວມມືເປີດເສັ້ນທາງແລ່ນລົດລະຫວ່າງປະເທດທ່ຽວປະຖົມມະເລີກ "ນ່ານ-ຫລວງພະບາງ" ແລ້ວມື້ນີ້ ຮອງຮັບການຈະເລີນເຕີບໂຕດ້ານການທ່ອງທ່ຽວແລະເສດທະກິດ

ວັນທີ່ 9 ພະຈິກ ທ່ານໄພສານ ວິມົນຣັດ ູ້ວ່າລາດຊະການແຂວງນ່ານ ເປັນປະທານເປີດການແລ່ນລົດປະຖົມມະເລີກເສັ້ນທາງລະຫວ່າງປະເທດ ສາຍທີ 15 ອອກຈາກຫນ້າສະຖານທີ່ຂົນສົ່ງແຂວງນ່ານ-ໄຊຍະບູລີ-ຫລວງພະບາງ ໂດຍມີທ່ານສັນຕິ ປ່າຫວາຍ ຮອງອະທິບໍດີກົມການທ່ອງທ່ຽວ ກະຊວງການທ່ອງທ່ຽວແລະກິລາ ແລະທ່ານຈິຣະສັກ ເຍົາວັດສະກຸນ ກຳມະການຜູ້ຈັກການໃຫຍ່ ບໍລິສັດຂົນສົງຈຳກັດ ພ້ອມດ້ວຍພາກສ່ວນລັດ ແລະເອກກະຊົນຮ່ວມພິທີ

ເສັ້ນທາງການແລ່ນລົດ ນ່ານ-ໄຊຍະບູລີ-ຫລວງພະບາງ ໄລຍະທາງ 373ກິໂລແມັດ ເປັນເສັ້ນທາງແລ່ນລົດລະຫວ່າງປະເທດທີ 15 ພາຍໃຕ້ຄວາມຮ່ວມມືລະຫວ່າງບໍລິສັດ ຂົນສົ່ງຈຳກັດປະເທດໄທ ກັບ ບໍລິສັດນາຫລວງ ຂົນສົງໂດຍສານຜ່ານແດນ ແລະທ່ອງທ່ຽວ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ. ລາວ)

ເພື້ອອຳນວຍຄວາມສະດວກໃນການເດີນທາງແກ່ປະຊາຊົນ ແລະສົ່ງເສີມການທ່ອງທ່ຽວ ແລະ ເສດທະຖິດັງສອງປະເທດ ແລະເປັນການດຳເນີນງານຕາມແນວປະຊາຄົມເສດຖະກິດອາຊ້ຽນ ຫລື AEC ໂດຍສົ່ງເສີມໃຫ້ເກີດຄວາມຮ່ວມມືລະຫວ່າງປະເທດລາວກັບປະເທດເພື່ອນບ້ານ ຕາມທີ່ລັດຖະບານເນັ້ນການພັດທະນາປະເທດລາວ ແລະເປັນປະຕູສູ່ຄວາມຮ່ວມມືເສດຖະກິດແຫ່ງພູມມິພາກອາຊ້ຽນ

ສຳຫລັບເສັ້ນທາງການແລ່ນລົດລະຫວ່າງປະເທດ ສາຍທີ່ 15 ນ່ານ-ໄຊຍະບູລີ-ຫລວງພະບາງ ໃຊ້ເວລາເດີນທາງປະມານ 10 ຊົ່ວໂມງ ໂດຍເປັນລົດໂດຍສານມາດຕະຖານ ມິນິບັດ ບໍ່ເກີນ 21 ບ່ອນນັ່ງ ອອກຈາກສະຖານີຕົ້ນທາງແລະປານທາງເວລາ 8:00 ອັດຕາຄ່າໂດຍສານ 660ບາດ ເປີດໃຫ້ບໍລິການທຸກມື້ ເຊິ່ງຜູ້ໂດຍສານຈະຕ້ອງກຽມເອກກະສານການເດີນທາງ ໄດ້ແກ່ຫນັງສືເດີນທາງ ຫລື Passport ຫລືດຳເນີນການເປັນຫນັງສືຜ່ານແດນຊົ່ວຄາວ ຫລືບັດຊົ່ວຄາວ (Temporary Border Pass) ເຊິ່ງເດີນທາງໃນໄລຍະບໍ່ເກີນ 80 ກິໂລແມັດ








ຄລິບ








ຂໍຂອບໃຈທີ່ເຂົ້າມາຕິດຕາມອ່ານແລະແຊຣ໌ເພື່ອບອກຕໍ່ໃຫ້ຫມູ່ເພື່ອນໄດ້ຮັບຮູ້
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments