ສາວໃຈຂຶ້ນອົດບໍ່ໄຫວ!! ໂພສປະຈານແອັດລົດເມ ສາຍໃຕ້ ໄດ້ສວຍໂອກາດລ່ວງເກີນລູດຄ້າ ແລ້ວຍັງແຊັດຫາຊັກຊວນໄປນອນບ້ານພັກ




ສາວໃຈຂຶ້ນອົດບໍ່ໄຫວ!!  ໂພສປະຈານແອັດລົດເມ ສາຍໃຕ້ ໄດ້ສວຍໂອກາດລ່ວງເກີນລູດຄ້າ ແລ້ວຍັງແຊັດຫາຊວນໄປນອນບ້ານພັກນຳອີກ
ໂດຍເລື່ອງລາວດັ່ງກ່າວເປີດເຜີຍໂດຍຜູ້ໃຊ້ເຟສບຸກຊື່ Phetmixai Xaiyasaeng ໂດຍໄດ້ໂພສເລົ່າເລື່ອງລາວທີ່ເກີດຂຶ້ນກັບຕົນລະຫວ່າງການເດີນທາງໃນລົດເມສາຍໃຕ້ ເຊິ່ງໃນໂພສໄດ້ເລົ່າວ່າ :
“ ຂ້ອຍເຫລືອອົດແທ້ໆ ເສຍດາຍແຕ່ບໍ່ໄດ້ຖ່າຍຮູບມັນໄວ້ ແຕ່ຈື່ວ່າມັນເປັນແອັດລົດຄັນນີ້ ຈິດປະສົງ ຍອດນິຍົມ ປາຍ້ລົດກຳແພງນະຄອນ ບຄ 7799 
ເລື່ອງມີຢູ່ວ່າ ວັນທີ21\10\2017 ຂ້ອຍຂີ່ລົດຄັນນີ້ມາແຕ່ວຽງ ກ່ອນຮອດໂມງລົດອອກ ຂ້ອຍໄດ້ນັ່ງຖ້າລົດຢູ່ຄິວລົດ ຕອນທີ່ຂ້ອຍນັ່ງຖ້າລົດອອກມີຜູ້ຊາຍຄົນໜຶ່ງ ມາຂໍເບີຂ້ອຍ ຂ້ອຍກະເຮັດແບບບໍ່ໄດ້ຍິນ ແຕ່ລາວຍັງຂໍແລ້ວຂໍອີກຫລາຍເທື່ອ ຂ້ອຍກໍ່ຍ່າງຫນີ ຍ້ອຍບໍ່ຢາກໃຫ້ ແຕ່ລາວກະເວົ້າວ່າ ສາວຄຸຍເນາະເຫັນວ່າງາມ ຂ້ອຍເລີຍເອົາໃຫ້ ແຕ່ກະບໍ່ໄດ້ຄິດຫຍັງ ຄິດວ່າໃຫ້ແລ້ວ ກະແລ້ວໄປ ບໍ່ຍາກໃຫ້ລາວຍ່າງນຳ ປະມານ8:30 ລົດອອກຈາກຄີວ ຂອ້ຍກະນອນ (ເພາະວ່າລົດຕຽງນອນ)ບໍ່ໄດ້ຄິດຫຍັງ ຈົນຮອດ2ໂມງ ລົດເຂົ້າຄິວທ່າແຂກ ຂ້ອຍຈຶ່ງຕື່ນ ພໍ່ແຕ່ອອກຈາກຄິວທ່າແຂກຂ້ອຍກະຫລັບຕໍ່ ປະມານ2:30 ຂອ້ຍຮູ້ສຶກວ່າມີຄົນມານອນຂ້າງຂອ້ຍ ແລະມັນຈັບແຂນຂ້ອຍ ເພາະມັນເຫັນຂອ້ຍໃສ່ສາຍແຂນຄຳບາດ1 ຄົນນັ້ນແມ່ນຄົນດຽວກັບຄົນທີ່ຂໍເບີຂອ້ຍ ແລະເປັນແອັດລົດຄັນນີ້ ພໍຂອ້ຍຮູ້ສືກໂຕ ຂອ້ຍກະຮ້ອງຂື້ນວ່າໃຜມານອນຂ້າງຂ້ອຍມັນຟ້າວລຸກອອກ ຄົນຕຽງທາງຂາງ້ເຂົາກະເຫັນ ຂ້ອຍເລີຍຍ່າງໄປຫາໂຊເຟີລົດ ຂ້ອຍວ່າແອັດລົດເຈົ້າຄືເຂົ້າມານອນນຳຂ້ອຍ ຫລືວ່າ ລົດຄັນນີ້ ແອັດລົດມີສິດມານອນນຳຜູ້ໂດຍສານບໍ ລາວກະບໍ່ປາກ ຂ້ອຍກະດ່າແອັດລົດຫັນຫລາຍເຕີບ ມັນກະວ່າຂອ້ຍຫາເລື່ອງໃສ່ມັນ ຖຽງກັນໄປມາຫລາຍເຕີບ ມັນຈິ່ງຍອມຂໍໂທດ ຂ້ອຍກະບໍ່ຄິດຊິ ຢາກປະຈານຫຍັງ ຄິດວ່າເຂົາຂໍໂທດລະກະແລ້ວໄປ ຈົນມາມື້ນີ້ ມັນໂທມາ ຂ້ອຍບໍ່ໄດ້ຮັບ ລະຂ້ອຍບໍ່ຮູ້ເບີມັນອີກ ກະເລີຍເອົາເບີຕັ້ງໂຕະໂທກັບ ມັນກະເວົ້າຫລາຍຊວນຂອ້ຍໄປນອນບ້ານພັກ ຂອ້ຍກະດ່າຕຶ່ມອີກສາ ແລ້ວຂ້ອຍກະວາງ ມັນກະໂທມາອີກ ຫລາຍສາຍຂ້ອຍກະບໍ່ຮັບ ມັນຈິ່ງສົ່ງຂໍ້ຄວາມແບນນີ້ມາ😡😡😡

#ທີຂຽນລົງ ຢາກໄຫ້ທຸກຄົນມີສະຕິເວລາຂີ່ລົດນອນ ກາງຄືນ ຈັກໜ່ອຍຊິເປັນຄືຂ້ອຍ ແຕ່ກະຍັງໂຊກດີ ທີ່ບໍ່ໄດ້ເສຍຫຍັງ ”




ຂໍຂອບໃຈ
ຂໍ້ມູນ: muanzon

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments