'ເພດຍິງ' ສ່ຽງຕາຍຫຼາຍກວ່າເພດຊາຍ ຍອນເຫດຜົນນີ້


ວິ​ໄຈພົບ​ເພດຍິງ​ມີ​ໂອ​ກາດ​ລອດ​ຊີວິດ​ຈາກ​ຫົວ​ໃຈ​ຢຸດ​ເຕັ້ນ​ກະ​ທັນ​ຫັນ​ຕ່ຳ​ກວ່າ​ເພດຊາຍ​ ເຫດ​ຄົນ​ພົບ​ເຫັນ​ເຫດການ​ບໍ່​ກ້າ​ຊ່ວຍ​ປໍ້າ​ຫົວ​ໃຈ​ ເພາະ​ລັງ​ເລ​ສຳຜັດ​ໜ້າ​ເອິກ​ສະຕີ​ ທັງ​ຍັງ​ຢ້ານ​ເຮັດໃຫ້​ຜູ້ຍິງ​ເຈັບ.​

ສຳ​ນັກ​ຂ່າວ​ເອ​ພີລາຍ​ງານ​ວ່າ​ ນັກ​ວິ​ໄຈໃນ​ສະ​ຫະລັດ​ພົບ​ວ່າ​ ຜູ້ຍິງ​ທີ່​ໄດ້ຮັບ​ການ​ປໍ້າຫົວ​ໃຈ​ ຫຼື ​ຊີ​ພີ​ອາ​ (CPR)​ ເມື່ອ​ມີ​ອາການ​ຫົວ​ໃຈ​ຢຸດ​ເຮັດວຽກ​ໃນ​ທີ່​ສາທາລະນະ​ ມີ​ພຽງແຕ່​​ 39% ຂະນະ​ຜູ້​ຊາຍ​ມີ​ສັດ​ສ່ວນ​​ 45% ແລະ ​ຜູ້​ຊາຍ​ມີ​ໂອ​ກາດ​ສູງ​ກວ່າ​ຜູ້ຍິງ​ 23% ທີ່​ຈະ​ລອດ​ຊີວິດ​ດ້ວຍ​ວິທີ​ຊ່ວຍ​ເຫຼືອ​ນີ້.​
ອໍ​ເດຣ​ ບ​ລູ​ເວີ​ ນັກ​ວິ​ໄຈຂອງ​ມະຫາ​ວິທະຍາໄລ​ເພນ​ຊິນ​ເວ​ເນຍ​ ຫົວ​ໜ້າ​ທີມ​ວິ​ໄຈ ບອກ​ກັບ​ກອງປະ​ຊຸມ​ສະມາຄົມ​ພະຍາດ​ຫົວ​ໃຈ​ອາ​ເມລິ​ກາ​ ທີ່​ເມືອງ​ອາ​ນາ​ໄຮ​ ລັດດ​ແຄ​ລິ​ຟໍ​​ເນຍ​ ເມື່ອ​ວັນ​ອາທິດ​ວ່າ​ ຜູ້ຄົ​ນ​ທົ່ວ​ໄປ​ຄິດ​ກັນ​ວ່າ​ ການ​ວາງ​ມື​ລົງ​ກາງ​ໜ້າ​ເອິກ​ຂອງ​ຜູ້ຍິງ​ ກົດ​ສະຫຼັບ​-ຜ່ອນ​ຢ່າງ​ແຮງ ​ແລະ ​ໄວ​ ເປັນ​ເລື່ອງ​ຍາກ​ ບາງ​ຄົນ​ຢ້ານວ່າຈະ​ເຮັດໃຫ້​ຜູ້ຍິງ​ເຈັບ.​
ຜົນ​ງານ​ວິ​ໄຈນີ້​ ເຊິ່ງ​ຕີ​ພິມ​ໃນ​ວາລະສານ​ American College of Cardiology ເກັບ​ຂໍ້​ມູນ​ຕົວ​ຢ່າງ​ເກືອບ​ 20,000 ກໍລະນີ​ທົ່ວ​ສະ​ຫະລັດ​ອາ​ເມ​ລິ​ກາ​ ນັບ​ເ​ປັ​ນ​ເທື່ອ​ທຳອິດ​ທີ່​ສຶກ​ສາ​ວ່າ​ ຊາຍ​ກັບ​ຍິງ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ວິທີ​ຊີ​ພີ​ອາ​ ແຕກ​ຕ່າງ​ກັນ​ຢ່າງໃດ​ ແລະ​ເຈົ້າ​ໜ້າທີ່​ກູ້​ຊີບ​ປະຕິບັດ​ຕ່າງ​ກັນ​ແນວໃດ​ລະຫວ່າງ​ຜູ້​ປ່ວຍ​ຊາຍ​ກັບ​ຜູ້​ປ່ວຍ​ຍິງ.​
ທ່ານໝໍ ​ເບນ​ຈາ​ມິນ​ ເອ​ເບ​ລາ​ ຈາກ​ສ​ະຖາ​ບັນ​ດຽວ​ກັນ​ ບອກ​ວ່າ​ ເຈົ້າໜ້າທີ່​ກູ້​ຊີບ​ບາງ​ສ່ວນ​ບໍ່​ສະ​ດວກ​ໃຈ​ທີ່​ຈະ​ແກ້​ເສື້ອ​ຜ້າ​ຂອງ​ຜູ້​ປ່ວຍ​ຍິງ​ ຫຼື ​ສຳຜັດ​ຖືກ​ໜ້າ​ເອິກ​ຂອງ​ຜູ້​ປ່ວຍຍິງ​ ແຕ່​ຕາມ​ທິດສະດີ​ແລ້ວ​ ທັງ​ສອງ​ຢ່າງ​ນີ້​ບໍ່​ຈຳ​ເປັນ​ເລີຍ​ ຜູ້​ຊ່ວຍ​ເຫຼືອ​ພຽງ​ແຕ່​ສຳຜັດ​ທີ່​ກະດູກ​ສັນ​ເອິກ​ ເຊິ່ງ​ຢູ່​ກາງ​ລະຫວ່າງ​ເຕົ້າ​ນົມ.​
ພາ​ວະ​ຫົວ​ໃຈ​ຢຸດ​ກະ​ທັນ​ຫັນ​ເກີດ​ຈາກ​ບັນຫາ​ຈັງ​ຫວະ​ການ​ເຕັ້ນ​ ແຕ່​ລະ​ປີ​ຍິງ​ອາ​ເມລິ​ກາ​ທີ່ປະ​ສົບ​ພາ​ວະ​ເຊັ່ນ​ນີ້​ນອກ​ອາ​ນາ​ບໍລິເວນ​ໂຮງໝໍ​ມີກ​ວ່າ​ 350,000 ຄົນ​ ປະມານ​ 90% ຂອງ​ຈຳນວນ​ນີ້​ເສຍຊີວິດ​ ແຕ່​ຊີ​ພີ​ອາ​ສາມາດ​ເພີ່ມ​ອັດຕາ​ການ​ລອດ​ໄດ້​ 2-3 ເທົ່າ​ຕົວ.​
“ໃນ​ສະ​ຖາ​ນະການ​ສຸກເສີນ​ ບໍ່​ແມ່ນ​ເວລາ​ທີ່​ຈະມາເຂີນອາຍ​” ທ່ານ​ໝໍ​ອາ​ເບ​ລາກ​່າວ.​
ງານ​ວິ​ໄຈແນະ​ນຳວ່າ​ ການ​ຝຶກ​ອົບຮົມ​ວິທີ​ເຮັດ​ຊີ​ພີ​ອາ​ອາດ​ຕ້ອງ​ປັບ​ປ່ຽນ​ ທີ່​ຜ່ານມາ​ເນື້ອ​ຫາ​ລຳ​ອຽງ​ໄປ​ທາງ​ເພດ​ຊາຍ​ ກະທັ້ງຫຸ່ນ​ສຳລັບ​ຝຶກ​ປໍ້າຫົວ​ໃຈ​ຍັງ​ເປັນ​ຫຸ່ນ​ຂອງ​ຜູ້ຊາຍເລີຍ.​





ຂໍຂອບໃຈ
ຂໍ້ມູນ: muan.sanook.com

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments