ມາສ່ອງປະຫວັດຂອງສາວແອັບເປີ້ນ ສີສະຫງຽນ ສີຫາລາດ ກັນເລີຍວ່າຄອບຄົວຂອງສາວນ້ອຍໜ້າຕາດີຄົນນີ້ເຮັດທຸລະກິດຫຍັງແດ່ຢູ່ລາວ


ຫຼາຍຄົນຄົງຈະເຄີຍເຫັນໜ້າຄ່າຕາຂອງສາວນ້ອຍຣ້າຫວານ ຕາກົມ ຜົມບ໋ອບ ແບບ ສາວແອັບເປີ້ນ ສີສະຫງຽນ ສີຫາລາດ ກັນມາແລ້ວນໍ້.... ບໍ່ວ່າຈະເປັນພິທີກອນ ໂຄສະນາ ຖ່າຍແບບນິຕະຍະສານໄວລຸ້ນ ລວມໄປເຖິງຮູ້ຈັກສາວແອັບເປີ້ນໃນຖານະແຟນສາວຊອງໜຸ່ມ ຟຣຸກ ຈິຣະ ດ່ານບະວອນກຽດ ທີ່ຄົບຫາເບິ່ງໃຈກັນມາດົນຫຼາຍປີ ມື້ນີ້ເພຈ ລາວຮ໋ອດຮິດ ກໍ່ຂໍອາສາເອົາປະຫວັດແລະຮູບພາບໜ້າຮັກໆ ຂອງສາວແອັບເປີ້ນ ມາອັບເດດໃຫ້ໄດ້ຊື່ນຊົມກັນ ຊໍບອກວ່າສາວນ້ອຍແອັບເປີ້ນນັ້ນ ທັງງາມ ທັງເກັ່ງ ບໍ່ທຳມະດາແທ້ໆ

ແອັບເປີ້ນ ສີສະຫງຽນ ສີຫາລາດ ແມ່ນນຄົນລາວແຕ່ກຳເນີດ ໂດຍທາງບ້ານໄດ້ເຮັດທຸລະກິດ "ບ້ານພັກ ສີສະຫງ່າ" ເຊິ່ງເປັນຊື່ແມ່ຂອງແອັບເປີ້ນ ແລະນອກຈາກນີ້ທາງບ້ານຂອງລາວຍັງເຮັດທຸລະກິດນຳເຂົ້າເຄື່ອງດື່ມແອນກໍຮໍຍີ່ຫໍ້ດັງຫຼາຍປະເພດ ແລະກໍ່ເປັນຍັກໃຫຍ່ໃນດ້ານການນຳເຂົ້າອີກດ້ວຍ

ແອັບເປີ້ນ ແທມ່ນໄດ້ເຂົ້າວົງການຢູ່ລາວຕັ້ງແຕ່ອາຍຸ 14ປີ ໂດຍທີ່ເຄີຍເປັນນັກຮ້ອງເກີກຣຸບຊື່ດັງຂອງປະເທດລາວ ແຕ່ເມື່ອເວລາຜ່ານໄປໝູ່ເພື່ອນໃນວົງ ກໍ່ໃຫຍ່ກັນແລ້ວກໍ່ເລີຍຕັດສິນໃຈແຍກຍ້າຍກັນໄປຮຽນຕໍ່ ເຊິ່ງແອັບເປີ້ນກໍ່ເລືອກທີ່ຈະຮຽນຕໍ່ທີ່ມະຫາໄລຢູ່ປະເທດໄທ ແລະໄດ້ມີແມວມອງດຶງໂຕເຂົ້າໄປຮ່ວມວົງການບັນເທິງຢູ່ປະເທດໄທ

ປະຫວັດສ່ວນໂຕຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ
ຊື່ : ສີສະຫງຽນ ສີຫາລາດ (Sisangian Sihalath)
ຊື່ຫຼິ້ນ : ແອັບເປີ້ນ
ວັນເດືອນປີເກີດ : 16 ພຶດສາພາ 1988
ອາຍຸ : 29ປີ
ເຊື້ອຊາດ : ລາວ
ການສຶກສາ : ຄະນະບໍລິຫານທຸລະກິດ ເອກການຕະຫຼາດ ມະຫາວິທະຍາໄລອັດຊຳຊັ້ນ (Assumption University) ພາກອິນເຕີ









ຜົນງານທີ່ຜ່ານມາ

ໂຄສະນາ : Honda Jazz, Lipton ice tea, CAT, SCG, ຊີລີ້ເລື່ອງສັ້ນ Twelve Plus
ຖ່າຍແບບ : ນິຕະຍາສານ Cheeze
ພິທີກອນ : ລາຍການ DoublecheeseTV ຊ່ອງ 7, ລາຍການ S.O.S, ລາຍການ ໜ້າຮັກອ່ະ ແລະ YaakMusicSpace Yaak TV
Music Video : ທຳໃຈລຳບາກ ສິນລະປິນ ບອຍ ພິສະນຸ
ພາບພະຍົນ : 407 ທ່ຽວບິນຜີ 3D
ຄະຕິປະຈຳໃຈ : ...ຈະຢ່າງໄປໃຫ້ໄກທີ່ສຸດເທົ່າທີ່ຈະຢ່າງໄດ້...










Cr: Kapook.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments