ລາວ-ຈີນ ໂຄງການລົດໄຟຄືບໜ້າຕາມແຜນ ຫລັງສຳເລັດຈະສົ່ງເສີມການຄ້າ-ການລົງທຶນ
ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ, ຈີນ-ລາວ ຕ່າງຝ່າຍ ກໍໄດ້ດຳເນີນການສຸມໃສ່ແຕ່ລະໜ້າວຽກ ເປັນຕົ້ນ ການເຈາະອຸມົງ, ການສ້າງຂົວ, ການສ້າງເສັ້ນທາງ, ນັບທັງສະຖານີໃຫຍ່ ແລະ ສະຖານີຍ່ອຍມາຮອດປັດຈຸບັນ ໄດ້ມີຄວາມຄືບໜ້າຕາມແຜນການ. ພາຍຫລັງສຳເລັດການກໍ່ສ້າງ ຈະອຳນວຍຄວາມສະດວກ ໃນການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ, ທັງສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດໃຫ້ດີຂຶ້ນກວ່າເກົ່າ.
ໃນລະຫວ່າງວັນທີ 15-23 ພະຈິກ 2017, ຄະນະທີມງານສື່ມວນຊົນລາວ ແລະ ໄທ ໄດ້ໄປເຄື່ອນໄຫວຢ້ຽມຢາມ ເບິ່ງການພັດທະນາລົດໄຟຢູ່ ສປ ຈີນ ທັງຢູ່ນະຄອນຫລວງປັກກິ່ງ, ເມືອງອູຫານ ຂອງມົນທົນອູເປ້, ເມືອງຄຸນມິງ ແລະ ບໍ່ຫານ ມົນທົນຢຸນນານ. ໃນນີ້, ໄດ້ລົງຢ້ຽມຊົມການກໍ່ສ້າງສະຖານີລົດໄຟຂະໜາດໃຫຍ່ ຢູ່ຈຸດບໍ່ຫານ ເຊິ່ງພວມໄດ້ຮັບການບຸກເບີກ ພັດທະນາດ້ານພື້ນຖານໂຄງລ່າງ ເປັນຕົ້ນ ແມ່ນເຂດກໍ່ສ້າງອາຄານສະຖານີລົດໄຟ, ວຽກປ້ອງກັນຕະຝັ່ງເຈື່ອນຮັກສາສິ່ງແວດລ້ອມ, ການສ້າງຄອງ ເໝືອງນ້ຳອ້ອມສະຖານີ ແລະ ອື່ນໆ ຄາດວ່າທ້າຍປີ 2018 ຈະສຳເລັດ. ຈາກນັ້ນ, ທີມງານສື່ມວນຊົນໄດ້ຢ້ຽມຊົມ ການກໍ່ສ້າງອຸມົງມິດຕະພາບຈີນ-ລາວ ບໍ່ຫານ-ບໍ່ເຕັນ ເຊິ່ງມີຄວາມຍາວ 9.5 ກິໂລແມັດ. ໃນນັ້ນ, ເບື້ອງຈີນ ຍາວ 7.1 ກິໂລແມັດ ແລະ ເບື້ອງລາວ ຍາວ 2.4 ກິໂລແມັດ, ປັດຈຸບັນ ສະເພາະຢູ່ເບື້ອງຈີນ ໄດ້ສຳເລັດປາກອຸມົງ ແລະ ການເຈາະອຸມົງປະຕິບັດໄດ້ແລ້ວ 300 ກວ່າແມັດ, ສ່ວນຢູ່ເບື້ອງລາວ ກໍໄດ້ຮັບການກໍ່ສ້າງເຊັ່ນດຽວກັນ.
ຜູ້ຕາງໜ້າບໍລິສັດ ການລົດໄຟນະຄອນຄຸນມິງ ລາຍງານວ່າ: ສຳລັບການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຈາກເມືອງຄຸນມິງ ຫາ ບໍ່ຫານ ໄດ້ເລີ່ມລົງມືແຕ່ປີ 2016, ມີຄວາມຍາວປະມານ 500 ກວ່າກິໂລແມັດ, ການກໍ່ສ້າງແຕ່ລະໜ້າວຽກມີຄວາມຄືບໜ້າ ປະມານ 20-30%, ມີ 18 ສະຖານີໃຫຍ່ ແຕ່ລະສະຖານີມີສາງຄ່ຽນຖ່າຍສິນຄ້າ, ສະເພາະຄຸນມິງ-ຊຽງຮຸ່ງ ຈະນຳໃຊ້ລາງຄູ່ໃນການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ. ການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຢູ່ມົນທົນຢຸນນານ ໄດ້ເນັ້ນການເປັນມິດກັບສິ່ງແວດລ້ອມ, ບໍ່ທຳລາຍທຳມະຊາດ ແລະ ເນື້ອທີ່ການຜະລິດກະສິກຳຂອງປະຊາຊົນຫລາຍ ໂດຍສະເພາະຢູ່ໃນເຂດຊຸມຊົນ ໄດ້ມີການສ້າງກຳແພງບັງ ເພື່ອບໍ່ໃຫ້ມີສຽງລົບກວນແຮງເກີນໄປ.
ຢ່າງໃດກໍຕາມ ຜູ້ຕາງໜ້າບໍລິສັດ ການລົດໄຟນະຄອນຄຸນມິງ ບອກວ່າ: ຈະມີຄວາມພະຍາຍາມຊຸກຍູ້ໃຫ້ທຸກບໍລິສັດ ດຳເນີນການກໍ່ສ້າງໃຫ້ມີຄຸນນະພາບຕາມມາດຖານສາກົນ ແລະ ສຳເລັດຕາມແຜນການ ເພື່ອທີ່ທັງສອງປະເທດ ຈະໄດ້ນຳໃຊ້ລົດໄຟລຸ້ນໃໝ່ລ້າສຸດ ໃນການເຊື່ອມຕໍ່ຄຸນມິງ-ວຽງຈັນ ກໍຄື ສປ ຈີນ ແລະ ສປປ ລາວ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ກໍຄື ການນຳເອົາຜົນປະໂຫຍດທາງເສດຖະກິດ ມາໃຫ້ປະຊາຊົນສອງຊາດລາວ-ຈີນ.
ນະຄອນຄຸນມິງ ມີເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ທຸກແຂວງໃນທົ່ວປະເທດ, ລວມ 70 ເສັ້ນ ທາງ ສາມາດໄປມາຫາສູ່ກັບບັນດາເມືອງໃຫຍ່ຕ່າງໆ ສະດວກສະບາຍ. ຖ້າຫາກເສັ້ນທາງຄຸນມິງ-ວຽງຈັນສຳເລັດໃນປີ 2021 ກໍຍິ່ງຈະເພີ່ມຄວາມສະດວກ ໃນການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າສະໜອງໄດ້ຕາມຄວາມຮຽກຮ້ອງການ ຂອງປະຊາຊົນສອງປະເທດ. ຈາກເມື່ອກ່ອນ ທີ່ໄດ້ນຳໃຊ້ລົດຂົນສົ່ງທຳມະດາ ໂດຍໃຊ້ເວລາຫລາຍວັນຈາກຄຸນມິງ-ວຽງຈັນ, ແຕ່ໃນອະນາຄົດ ຈະໃຊ້ລົດໄຟຄວາມໄວສູງດ້ວຍເວລາພຽງ 6-7 ຊົ່ວໂມງກໍເຖິງແລ້ວ.
ຂອບໃຈຂໍ້ມູນຈາກ : ມ່ວນ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment