ສົດໆຮ້ອນໆ!! ທະນາຄານແຫ່ປິດສາຂາທົ່ວປະເທດໄທ!! ມີບ່ອນໃດແດ່ທີ່ປິດ ມາເບິ່ງກັນເລີຍ ເພື່ອບາງທ່ານອາດຈະມີການພົວພັນດ້ານທຸລະກຳການເງິນ
ງານນີ້ຕ້ອງບອກໄວ້ເລີຍວ່າພະນັກງານຫຼາຍຄົນຕ້ອງຄໍຕົກເປັນແຖວເລີຍແນ່ນອນ ເມື່ອຢູ່ຊື່ໆທະນາຄານແຫ່ປິດສາຂາ! ສາເຫດທີ່ປິດສາຂາ ເນື່ອງຈາກເປັນການປັບໂຕຂອງທະນາຄານ ພາຍຫຼັງລູກຄ້າສະດວກໃຊ້ໂມບາຍ ແລະອິນເຕີເນດແບງຄິ້ງທີ່ເຕີບໂຕຢ່າງໄວວາ
ແນວໂນ້ມທະນາຄານພານິດຈະເລີ່ມມີການປິດສາຂາຫຼາຍຂຶ້ນ ເນື່ອງຈາກພຶດຕິກຳແລະໄລສໄຕຂອງຜູ້ບໍລິໂພກປ່ຽນແປງໄປ ມີການນຳເທັກໂນໂລຍີມາໃຫ້ບໍລິການທາງດ້ານການເງິນທີ່ຫຼາກຫຼາຍໆຂຶ້ນ ສາມາດຕອບໂຈດຄວາມຕ້ອງການຂອ
ລູກຄ້າໄດ້...
ປະກອບກັບທະນາຄານພານິດຕ້ອງຄຳນຶງເຖິງການບໍລິການບໍລິຫານຈັດການຕົ້ນທຶນ ໃຫ້ມີປະສິດທິພາບຫຼາຍຂຶ້ນ ໂດຍມີການທົບທວນຈຳນວນເຄືອຄ່າຍທີ່ຕັ້ງສາຂາ ຍ້າຍສະຖານທີ່ ແລະເພີ່ມສ່ອງທາງບໍລິການຜ່ານ ໂມບາຍແບງຄິ້ງ ຕະຫຼອດຈົນການນຳເຄື່ອງອີເລັກໂທນິກມາໃຊ້ເພື່ອໃຫ້ລູກຄ້າສາມາດເຮັດທຸລະກຳການເງິນໄດ້ດ້ວຍໂຕເອງ ດ້ວຍຄ່າໃຊ້ຈ່າຍທີ່ຕຳ່ລົງ ມີຄວາມສະດວກສະບາຍໂດຍບໍ່ຕ້ອງເດີນທາງມາທີ່ສາຂາ...
ທະນາຄານແຫ່ງປະເທດໄທ (ທປທ.) ລາຍງານນຈຳນວນສາຂາທະນາຄານພານິດຈຳນວນທັງລະບົບລ່າສຸດໃນເດືອນ ກັນຍາ 2017 ພົບວ່າທົ່ວປະເທດມີສາຂາລົດລົງທັງໝົດ 192 ແຫ່ງ ເມື່ອທຽບກັບປີກ່ອນ ຈາກ 7033 ແຫ່ງ ເຫຼືອ 6841 ແຫ່ງ ໂດຍສ່ວນໃຫຍ່ເປັນການລົດລົງຂອງສາຂາທີ່ຕັ້ງຢູ່ໃນພື້ນທີ່ກຸງເທບ 81 ແຫ່ງ ຈາກ 2155 ແຫ່ງ ເຫຼືອ 2074 ແຫ່ງ ຊຶ່ງການລົດລົງສ່ວນໃຫຍ່ເປັນສາຂາໃນເຂດກຸງເທບ ອັນດັບ 1 ຄື ທະນາຄານ ທະນາຊາດ ລົດລົງ 36 ແຫ່ງ ອັນດັບ 2 ຄື ທະນາຄານກຸງໄທ ລົດລົງ 22 ແຫ່ງ ແລະອັນດັບທີ 3 ຄື ທະນາຄານ ກະສິກອນໄທ ລົດລົງ 12 ແຫ່ງ
ດ້ານພາກກາງສາຂາລົດລົງລວມ 39 ແຫ່ງ ຈາກ 2220 ແຫ່ງ ເຫຼືອ 2181 ແຫ່ງ ເຊິ່ງໃນເຂດນີ້ພົບວ່າກຸງໄທລົດລົງຫຼາຍທີ່ສຖດ ອັນດັບ 2 ຄື ກະສິກອນໄທ ແລະ ອັນດັບທີ່ 3 ຄື ທະນາຊາດ ພາກຕາເວັນອອກສຽງເໜືອສາຂາລົດລົງລວມ 28 ແຫ່ງ ໂດຍລົດລົງອັນດັບ 1 ຄື ກະສິກອນໄທ ຮອງລົງມາຄື ກຸງໄທ ແລະອັນດົບ 3 ຄື ທະນາຊາດ
ສຳລັບພາກເໜືອສາຂາລົດລົງລວມ 23 ແຫ່ງ ອັນດັບ 1 ຄື ກະສິກອນ ອັນດັບ 2 ຄື ກຸງໄທ ແລະອັນດັບ 3 ຄື ທະນາຊາດ ສ່ວນພາກໃຕ້ສາຂາລົດລົງລວມ 21 ແຫ່ງ ໂດຍມີກຸງໄທແລະທະນາຊາດທີ່ສາຂາລົດລົງ
ວິເຮຂາ ສັນຕະພັນ ຜູ້ອຳໜວຍການອາວຸໂສ ຝ່າຍກຳກັບທຸລະກິດສະຖາບັນການເງິນ ທປທ. ກ່າວວ່າ ການປັບລົດລົງຂອງສາຂາທະນາຄານພານິດເປັນແນວໂນ້ມປົກກະຕິ ທີ່ຕອບຮັບພຶດຕິກຳ ແລະຄວາມຕ້ອງການຂອງລູກຄ້າໃນແຕ່ລະປະເພດຫຼາຍຂຶ້ນດ້ວຍ ໂດຍຮູບແບບແລະຈຳນວນສາຂາໃນອານາຄົດຈະຍິ່ງປັບສູ່ຈຳນວນທີ່ເໝາະສົມ ແລະສອດຄ່ອງຕາມພຶດຕິກຳຂອງລູກຄ້າ ໃນແຕ່ລະກຸ່ມ ແຕ່ລະປະເພດຫຼາຍຂຶ້ນ
"ປັດຈຸບັນລູກຄ້າແຕ່ລະກຸ່ມຈະມີຄວາມຕ້ອງການແຕກຕ່າງກັນ ມີຜົນໃຫ້ທະນາຄານປັບຮູບແບບສາຂາຕາມຄວາມຕ້ອງການຂອງລູກຄ້າແຕ່ລະກຸ່ມຫຼາຍຂຶ້ນ ເຊັ່ນ ລູກຄ້າກຸ່ມເຈນວາຍ ຫຼື ມິນລ້ຽນແນັດ ທີ່ຕ້ອງການຄວາມວ່ອງໄວ ເຂົ້າເຖິງງ່າຍ ທະນາຄານກໍ່ອາດຈະມີສາຂາຢູ່ໃນຈຸດທີ່ເຂົ້າເຖິງງ່າຍ ໃຫ້ບໍລິການແບບບໍລິການໂຕເອງ ເປັນຕົ້ນ" ວິເຮຂາກ່າວ...
ທັ້ງນີ້ ລາຍງານ ທປທ. ລະບຸວ່າ ແນວໂນ້ມສາຂາໜ້າຈະລົດລົງຕໍ່ເນື່ອງ ຕາມພຶກຕິກຳຂອງຜູ້ບໍລິໂພກທີ່ປ່ຽນໄປກ້າວໄປສູ່ການເຮັດທຸລະກຳອິນເຕີເນັດແບງຄິ້ງ ແລະໂມບາຍແບງຄິ້ງເພີ່ມຂຶ້ນ ເຮັດໃຫ້ການໃຊ້ບໍລິການທາງການເງິນທີ່ສາຂາທະນາຄານລົດລົງ ໂດຍລ່າສຸດເມື່ອທ້າຍປີ 2559 ທີ່ຜ່ານມານັ້ນ ມີບັນຊີຜູ້ໃຊ້ອິນເຕີເນັດແບງຄິ້ງ 15ລ້ານບັນຊີ ມີມູນຄ່າທຸລະກຳລວມ 24ລ້ານລ້ານບາດ ແລະໂມບາຍແບງຄິ້ງ 21ລ້ານບັນຊີ ມີມູນຄ່າລວມ 5.84ແສນລ້ານບາດ
ທີ່ສຳຄັນ ທປທ. ຍັງເຫັນວ່າໃນອານາຄົດທະນາຄານພານິດປັບໂຕໄດ້ດີ ລວມເຖິງຕົ້ນທຶນການໃຫ້ບໍລິການລົດລົງຈາກການປິດສາຂາທີ່ບໍ່ຄຸ້ມຄ່າທາງດ້ານທຸລະກິດ ຈະສົ່ງຜົນດີຕໍ່ການຄິດຄ່າທຳນຽມ ລວມໄປເຖິງການຄິດດອກເບ້ຍເງິນກູ້ທີ່ຕຳ່ລົງໃນໄລຍະຕໍ່ໄປ ເຖິງແມ່ນປັດຈຸບັນສ່ວນຕ່າງດອກເບ້ຍຮັບແລະດອກເບ້ຍຈ່າຍສຸດທິຍັງບໍ່ລົດລົງ ໂດຍສະເລ່ຍໄຕມາດປີນີ້ຍັງຄົງຢູ່ທີ່ 2.62% ຈາກຄວາມສ່ຽງເຄດິດຍັງສູງຕາມພາລະການຈັດການໜີ້ເສຍທີ່ຍັງບໍ່ລົດລົງ ເຊິ່ງໃນອານາຄົດຫາກຕົ້ນທຶນການດຳເນີນງານລົດລົງ ລາຄາຕົ້ນທຶນການລະດົມທຶນທີ່ເຄີຍບວກຄ່າໂສຫຸ້ຍເຫຼົ່ານີ້ຈະທະຍອຍປັບລົດລົງໃນທີ່ສຸດ
Cr: ທຍານຄານແຫ່ງປະເທດໄທ
https://www.siamnews.com/view-9347.html
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment