ບຸນກິນຈຽງເຜົ່າມົ້ງ ສາວໆເຜົ່ານີ້ງາມເລີດວິໄລແທ້ເດ້


ທີ 25/11/2017 ຜ່ານມາ ມີພິທີສະຫລອງບຸນກິນຈຽງເຜົ່າມົ້ງ ທີ່ບ້ານນາສ້ຽວ ( ຊຳເກດ ) ເມືອໄຊທານີ ນະຄອນຫລວງວຽງຈັນ ( ປີນີ້ແມ່ນຈັດ 8 ວັນ ເລິ່ມແຕ່ວັນທີ່ 22-29/11/2017 )ບຸນກິນຈຽງ ເປັນບຸນປະເພນີຂອງຄົນລາວເຜົ່າມົ້ງ ທີ່ມີການສຶບທອດແລະສະເຫລີມສະຫລອງກັນມາແຕ່ດຶກດຳບັນ ເພື່ອເປັນການສະຫລອງການເກັບກ່ຽວຜົນຈາກການປູກຝັ່ງ ການຜະລິດຕ່າງໆ ແລະເປັນການລະນຶກແລະເປັນການບູຊາ ເຖິງບຸນຄຸນຂອງບັນພະບູຣຸດ ( ຜີບັນພະບູຣຸດ ) ຜີເມືອງ ຜີຕະກຸນ... ທີປົກປັກຮັກສາລູກຫລານໃຫ້ມີຄວາມຢູ່ເຢັນເປັນສຸກ ຕະຫລອດ ຫນຶ່ງປີຜ່ານມາ ເຊິ່ງການສະເຫລີມສະຫລອງບຸນກິນຈຽງ ນັ້ນແມ່ນຈະເລິ່ມປະມານເດືອນທັນວາ ຂອງທຸກໆໄປ ແລ້ວແຕ່ຄວາມເໝາະສົມຂອງແຕ່ບ້ານທີ່ຈະກຳນົດຈັດກັນ ແຕ່ຈະຢູ່ໃນໄລຍະຂອງ ເດືອນທັນວ່າ ເປັນທີ່ຕັ້ງ ໃນໄລຍະບຸນກິນຈຽງນີ້ ກໍ່ຈະມີບັນດາສາວໆ ໜຸ່ມໆ ພາກັນແຕ່ງຊຸດປະຈຳເຜົ່າອອກມາເຮັດໂຍນຫມາກຄອນ ແລະສົນທະນາປາໄສກັນ ເປັນການທຳຄວາມຮູ້ຈັກເຊິ່ງກັນແລະກັນຂອງບ່າວສາວ ນອກນັ້ນກໍ່ຈະມີກິລາ ຊົນງົວ ແລະກິລາປະເພດອື່ນໆອີກແລ້ວແຕ່ຄວາມເໝາະສົມຂອງສະຖານທີ່ຂອງບ້ານທີ່ຈັດບຸນນີ້ ເຊັ່ນ : ດຶງເຊືອກ ,ຍິງຫນ້າເກັກ ,ຕີ້ໝາກຄ່າງ , ບານເຕາະ ທີ່ສຳຄັນ ແມ່ນມີການປະກວດນາງສາວງາມເຜົ່າມົ້ງ ນອກນັ້ນກໍ່ຍັງມີຜະລິດຕະພັນຂອງເຜົ່າມາວາງສະແດງແລະຈຳໜ່າຍ ອີກດ້ວຍເປັນຕົ້ນ.











































ປະມານ 2 ປີ ທີ່ຜ່ານມານີ້ ບ້ານນາສ້ຽວ ເມືອງໄຊທານີ ນະຄອນຫລວງວຽງຈັນແຫ່ງນີ້ ກໍ່ຈະມີການຈັດງານທີ່ຍິ່ງໃຫຍ່ຂຶ້ນທຸກໆ ປີ ເພາະສະຖານທີ່ກວ້າງຂວາງ ບໍ່ໄກຈາກຕົວເມືອງຫລັກ ຜູ້ຄົນກໍ່ເລິ່ມມາຫລາຍໃນສະຖານທີ່ແຫ່ງນີ້ຂຶ້ນທຸກໆ ປີ


ຂໍ້ມູນແລະຮູບ: Houmphet Manisouk 
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

Comments