ສຸພາພອນ ສົມວິຈິດ (ນຸ້ຍ) ຂໍກຳລັງແຮງໃຈ ແຮງເຊຍ ຈາກຄົນລາວກ່ອນເຫີນຟ້າສູ່ ສະຫະລັດອາເມລິກາ ສູ່ເວທີປະກວດ ມິສຢູນິເວີສ
ມິສຢູນິເວີສລາວ 2017 ສຸພາພອນ ສົມວິຈິດ (ນຸ້ຍ) ໄດ້ໃຫ້ສຳພາດກັບໜັງສືພິມວຽງຈັນທາມ ແລະໜັງສືພິມເສດຖະກິດການຄ້າ ກ່ອນອອກເດີຍທາງສູ່ສະຫະລັດອາເມລິກາໃນວັນທີ່ 11 ພະຈິກ ເພື່ອເກັບໂຕ ແງະເຂົ້າຮ່ວມປະກວດ ມິສຢູນິເວີສ 2017 ທີ່ ລັສເວກັດ ໃນວັນທີ່ 26 ພະຈິກ ນີ້.
ສຸພາພອນ ສົມວິຈິດ (ນຸ້ຍ) ມິສຢູນິເວີສລາວ ຄົນທຳອິດຂອງປະເທດລາວ ຫຼື ສປປ.ລາວ ແລະກໍ່ແມ່ນຄັ້ງທຳອິດໃນຮອບ 66ປີ ຂອງເວທີປະກວດທີ່ມີໂຕແທນແມ່ຍິງລາວເຂົ້າຮ່ວມການປະກວດນັບຕັ້ງແຕ່ມື້ກໍ່ຕັ້ງເວທີ ມິສຢູນິເວີສ ຂຶ້ນມາ ເຊິ່ງ ສຸພາພອນ ສົມວິຈິດ (ນຸ້ຍ)ຈະແມ່ນແມ່ຍິງລາວຄົນທຳອິດໃນປະຫວັດສາດຂອງປະເທດລາວທີ່ເຂົ້າຮ່ວມເວທີອັນດັບໂລກ
ສຳຫຼັບການປະກວດແມ່ນອອກເປັນ 3 ປະເພດ ປະກອບມີ: 1) ການປະກວດຊຸດປະຈຳຊາດ. 2) ການປະກວດຊຸດລອຍນຳ້ ແລະ 3) ການປະກວດຊຸດລາຕີ.
ໃນບົດສຳພາດ ຜູ້ດຳເນີນລາຍການໄດ້ຖາມເຖິງຄວາມຮູ້ສຶກຂອງ ສຸພາພອນ ສົມວິຈິດ (ນຸ້ຍ) ໂດຍ ນ້ອວນຸ້ຍ ກໍ່ໄດ້ຕອບວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍ ແລະຕື່ນເຕັ້ນທີ່ໄດ້ເປັນໂຕແທນແມ່ນຍິງລາວໄປປະກວດໃນເວທີລະດັບໂລກ, ເປັນແມ່ຍິງຄົນທຳອິດ ແລະເປັບບາດກ້າວອັນສຳຄັນ ໃບໜ້າໃຫມ່ຂອງປະເທດລາວ. ພ້ອມດຽວກັນນັ້ນ ນ້ອງນຸ້ຍ ໄດ້ເຊີນຊວນໃຫ້ພີ່ນ້ອງລາວທີ່ອາໃສຢູ່ຕ່າງປະເທດໃຫ້ກັບມາທ່ອງທ່ຽວຢູ່ປະເທດລາວ ເພາະ ສປປ.ລາວ ໄດ້ເປີດປີທ່ອງທ່ຽວລາວໃນປີ 2018 ຢ່າງເປັນທາງການແລ້ວ ແລະແນະນຳວ່າບ້ານເຮົາພັດທະນາແລ້ວ ພ້ອມກັບແຫຼ່ງທ່ອງທ່ຽວຫຼາຍບໍ່ນ້ອຍໜ້າປະເທດອື່ນ.
ສຸດທ້າຍນີ້ ສຸພາພອນ ສົມວິຈິດ (ນຸ້ຍ) ກໍ່ໄດ້ຂໍກຳລັງໃຈຈາກຄົນລາວທັງປະເທດ ແລະຄົນລາວທີ່ຢູ່ຕ່າງປະເທດ ຊ່ວຍເຊຍ ຊ່ວຍເປັນກຳລັງໃຈໃຫ້ໃນການປະກວດຄັ້ງນີ້.
"...ເພາະການທີ່ຄົນລາວເຮົາສະໜັບສະໜຸນກັນແມ່ນເປັນກຳລັງໃຈທີ່ສຳຫຼາຍ ເພາະເຮົາໄປຜູ້ດຽວ ແລະສາຍສະພາຍປະເທດລາວແມ່ນຂອງໝົດທຸກຄົນ ມິສຢູນິເວີສ ນຸ້ຍ ເປັນພຽງໂຕແທນຄົນລາວທີ່ຈະຕ້ອງເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ..."
Cr: Nui Soupphaphone Somvichit
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment