ເປັນຂ່າວອີກແລ້ວກັບເລື່ອງຊູ້ສາວ ຮັກສາມເສົ້າ ໃນເມື່ອເມຍຫຼວງໄດ້ໂພສ ຫາ ເມຍນ້ອຍ
ບັນດາເມຍໆຈະວ່າແນວໃດ ຫາກຜູ້ຊາຍໄປເລື້ອຍບໍ່ຢຸດຄວາມອຸກໃຈກໍ່ແນ່ນອນຕົກຢູ່ກັບຜູ້ຢູ່ທາງຫຼັງຄື ເມຍຢູ່ເຮືອນ, ປີນີ້ຮູ້ສຶກວ່າປະເດັນເມຍນ້ອຍມາແຮງບໍ່ຢຸດ ກຳລັງຈະກາຍເປັນອາຊີບຂອງສາວບາງຄົນໄປແລ້ວວ່າບໍ?
ຕົວຢ່າງສາວລູກໝີ ເນັດໄປດໍລາວ(ຕາມຊື່ທີ່ຄົນຕັ້ງໃຫ້) ລາວໄດ້ຕົກເປັນຂ່າວເປັນເມຍນ້ອຍຊາວບ້ານມາແຕ່ປະມານເດືອນເມສາປີນີ້ ແລະກໍ່ຖືກສັງຄົມປະນາມກັນຢ່າງກວ້າງຂວາງ ຊຶ່ງກຸ່ມໜຶ່ງບອກວ່າລາວສ້າງກະແສ ເພາະຢາກດັງ ຕອນນັ້ນທີ່ສາວລູກໝີຫາກໍ່ເຂົ້າຮ້ອງເພງລາຍການດັງໜຶ່ງຢູ່ປະເທດເພື່ອນບ້ານມາ ແຕ່ສຸດທ້າຍຫຼັກຖານຫຼາຍຢ່າງກໍ່ບົ່ງບອກວ່າເປັນເມຍນ້ອຍແທ້ ແລະຈົນປານນີ້ຕົ້ນຮັກ 3 ເສົ້ານັ້ນອາດຍັງບໍ່ທັນຈົບລົງເທື່ອ.
ເຊົ້າມື້ນີ້ ເມຍໃຫຍ່ຂອງຄູ່ກໍລະນີໄດ້ໂພສເລື່ອງລາວລົງເຟສບຸກສ່ວນຕົວອີກ ບອກວ່າ: ເບື່ອໜ້ານາງເດ 3 ໂມງເຊົ້າກະບໍ່ຫລັບບໍ່ນອນໂທຫາຜົວຂ້ອຍເບິ່ງແມ້ນາງຄືຊິຫີວ.....ແຮງຫາເງີນງ່າຍເນາະນາງບໍ່ເຮັດວຽກຫຍັງນອນຖ້າແຕ່ຜູ້ຊາຍໄປຫາຍູ່ຫ້ອງເຊົ່າແຕ່ແຕ່ງຕົວໄຮໂຊເອົາເງີນມາແຕ່ໄສ.......ຫຼັງຈາກນັ້ນພຽງ 2 ຊົ່ວໂມງມີຍອດແຊໄປແລ້ວເກືອບພັນແຊ ເຮັດໃຫ້ສາວເມຍນ້ອຍຕ້ອງບອກໃຫ້ເມຍຫຼວງລົບໂພສອອກສາ ຖ້າດີພໍກໍບໍ່ເປັນແບບນີ້ດອກ ວ່າຊ້ານ!!!!!
ເລື່ອງຂອງຊາວບ້ານບໍ່ຮູ້ນຳເຂົາຄວາມຈິງເປັນແນວໃດມາແນວໃດ ແຕ່ທີ່ເອົາມານຳສະເໜີພຽງເພາະຢາກໃຫ້ແມ່ຍິງເຫັນໃຈແມ່ຍິງດ້ວຍກັນ, ຜູ້ຊາຍເອງກໍ່ຕ້ອງເດັດດ່ຽວຖ້າໃຈບໍ່ຢູ່ແລ້ວຕ້ອງເລິກລາໃຫ້ແລ້ວເລື່ອງ ເພື່ອໃຫ້ຄວາມຍຸຕິທຳແກ່ແມ່ຍິງທັງສອງຄົນ ຄົນໜຶ່ງຈິ່ງບໍ່ຕ້ອງທົນເຈັບ ແລະອີກຄົນຈິ່ງບໍ່ຕ້ອງກາຍເປັນເມຍເກັບຈະດີກວ່າເກັບໄວ້ທັງສອງ.
ຂໍໃຫ້ຮັກໆກັນໄວ້ ຄິດເຖິງຕອນຍັງບໍ່ໄດ້ກັນ ຕ້ອງທຸ່ມເທຈິດໃຈໃຫ້ກັບສ່ຳໃດ ເມື່ອໄດ້ກັນມາແລ້ວ ທັງສອງຄົນຕ້ອງຜ່ານຜ່າເລື່ອງລາວຫຍຸ້ງຍາກລຳບາກໄປເທົ່າໃດກ່ອນຈະເປັນຄອບຄົວໜຶ່ງ ຍິ່ງຖ້າຄອບຄົວໃດມີລູກແລ້ວຍິ່ງຕ້ອງຄິດເພື່ອລູກໃຫ້ຫຼາຍໆ, ສ່ວນສາວໆທີ່ມັກຫຼິ້ນຜົວຊາວບ້ານຫົນທາງອື່ນຍັງມີຫາເອົາບ່າວໂສດພໍ່ຮ້າງພໍ່ໝ້າຍດີກວ່າການກິນນ້ຳໃຕ້ສອກໃຫ້ຊາວບ້ານກ່າວສິນນິນທາເນາະ. ມື້ນີ້ເອົາສຳ່ນີ້ກ່ອນ ຜິດພາດປະການໃດຕ້ອງຂໍອະໄພຫຼາຍໆເດີ!!!!
ຂໍຂອບໃຈ
ຂໍ້ມູນ: Laosupdate
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment