"ຕູນ" ເລີ່ມແລ່ນອີກຄັ້ງຈາກປະທິວສູ່ປະຈວບ ຮ່ວມກັບ "ເຈມຈິ - ບົວຂາວ" (ມີຄລິບ)
"ຕູນ ບໍດີ້ສະແລມ" ກັບມາແລ່ນ 25 ອີກຄັ້ງ ໂດຍເລີ່ມອອກສະຕາດຕັ້ງແຕ່ 04.00 ນທ. ອອກຈາກ ເມືອງປະທິວ ເພື່ອໄປ ເມືອງ ບາງສະພານນ້ອຍ ຄະນະທີ່ "ບົວຂາວ-ເຈມຈິ" ຮ່ວມແຈມ
ບັນຍາການຂອງໂຄງການ 25 (25 ພະຈິກ) ຫຼັງຈາກ ທ້າວ ອາທິວຣາ ວົງມາໄລ ຫຼື ຕູນ ບໍດີ້ສະແລມ ນັກຮ້ອງໜຸ່ມພ້ອມຄະນະ ໄດ້ຫຍຸດແລ່ນຊົ່ວຄາວຕັ້ງແຕ່ວັນທີ 22 ພະຈິກທີ່ຜ່ານມາ ໃນມື້ນີ້ມີຄວາມພ້ອມຫຼາຍ ອາບາດເຈັບບັນເທົາລົງ
ກຳໜົດການແລ່ນນີ້ຈະແບ່ງອອກເປັນ 4 ເຂດ ເລີ່ມແຕ່ໂຮງຮຽນບາງແຫວນ ບ້ານປາກຄອງ ເມືອງປະທິວ ແຂວງຊຸມພອນ ເຂົ້າສູ່ ໝູ່ບ້ານໜອງຫັດໄຊ ບ້ານຊາຍທອງ ເມືອງບາງສະພານນ້ອຍ ແຂວງປະຈວບຊີຣິຂັນ (ເຂດທີ 1) ໄລຍະທາງ 13.5 ກມ ຕໍ່ດ້ວຍ ບ້ານນົກລີສອດບາງສະພານນ້ອຍ ບ້ານບາງສະພານ ເມືອງບາງສະພານ ແຂວງປະຈວບຊີຣິຂັນ (ເຂດທີ 2) ໄລຍະທາງ 10.2 ກມ. ຈາກນັ້ນແລ່ນໄປຈົນເຖິງ ບ້ານພົງປະສາດ ເມືອງບາງສະພານ ແຂວງປະຈວບຊີຣິຂັນ (ເຂດທີ 3) ໄລຍະທາງ 12.3 ກມ. ແລ້ວກັບໄປກຣີນຊີວິວລີສອດ ບ້ານແມ່ລຳພຶງ ເມືອງບາງສະພານ ແຂວງປະຈວບຊີຣິຂັນ (ເຂດທີ 4) ໄລຍະທາງ 14 ກມ. ລວມໄລຍະທາງ 50 ກມ.
ໂດຍມື້ນີ້ຈະມີໄຮໄລ້ຄື ບົວຂາວ ບັນຊາເມກ ນັກມ່ວຍຊື່ດັງຈະມາເລີ່ມແລ່ນໃນ ເວລາ 04.00 ນທ. ໂຮງຮຽນວັດບາງແຫວນ ບ້ານປາກຄອງ ເມືອງປະທິວ ແຂງຊຸມພອນ ນອກຈານີ້ ຍັງມີລາຍງານວ່ານັກສະແດງ ເຈມ ຈິຣາຍຸ ແລະ ທອບຟີ້ ວົງສາມບາດ50ສິບ ມາຮ່ວມນຳ
ຂໍ້ມູນຈາກ : snook
----------------------------------













Comments
Post a Comment