ເປີດຕຳນານຜີ "ກະຫັງ" ຜີຄູ່ຂວັນຜີປອບ ຜີຜົວເມຍ
ຜີກະຫັງເກີດຈາກຜູ້ມີອາຄົມເກັ່ງກ້າແລ້ວຜິດຄູ
ຜີກະຫັງ ຕາມຄວາມເຊື່ອພື້ນບ້ານມີລັກສະນະເປັນຜີຜູ້ຊາຍ ສາມາບິນໄດ້ ໂດຍໃຊ້ກະໂດ້ງພັດເຂົ້າໃຊ້ເປັນປີກເພື່ອບິນ ແລະ ນັ່ງສາກຕຳເຂົ້າເຮັດເປັນຫາງ ເຊື່ອກັນວ່າ ຜູ່ຊາຍທ່ໄປຮຽນວິຊາເກັ່ງກ້າຫຼາຍເຂົ້າ ແລ້ວຜິດຄູ (ອາຈານຜູ້ທີ່ສອນວິຊາອາຄົມໃຫ້)
ຜີກະຫັງ ຈະມີປີກທີ່ນ້ອຍເທົ່າເສັ້ນຂົນ ຫາງທີ່ສັ້ນຕິດກັບກົ້ນ ຈະມີປີກມີຫາງ ສິໄປໃສກໍ່ໃຊກະດົ້ງບິນໄປ ສາກຕຳເຂົ້າໃຊ້ແທນຫາງ ມັກກິນແນວເປິເປື້ອນຄືຜີປອບ
ກະຫັງ ຕອນກາງແຈ້ງຈະມີບຸກຄະລິກຄືກັບມະນຸດທົ່ວໄປສັງເກດຍາກ ແຕ່ຈະສັງເກດຈາກຕາເມື່ອຕ້ອງແສງໄຟຈະເປັນສີແດງ ຊຶ່ງຕ່າງຈາກສັດປ່າທີ່ຈະເປັນສີຟ້າຫຼືຂຽວ ຢ້ານແສງໄຟ ປິດບັງກົ້ນໄວ້ ເປັນຜີທີ່ຫວງກົ້ນຫຼາຍ ບໍ່ຍອມໃຫ້ໃຜບາຍກົ້ນຫຼິ້ນເພາະຢ້ານໄປພົບກັບຫາງ (ກະຫັງບໍ່ແມ່ນກະເທຍສິໄປຈັບກົ້ນຫຼິ້ນ) ກໍ່ຈະຮູ້ວ່າເປັນກະຫັງ ເພາະບໍ່ຢາກໃຫ້ໃຜຮູ້ວ່າຫາງສັ້ນ ເພາະຈະຮູ້ວ່າເປັນກະຫັງຂໍ້ທີ່ແປກກໍ່ຄື ທັ່ງໆ ທີ່ມີຫາງຢູ່ແລ້ວ ກໍ່ຍັງໃຊ້ສາກເປັນຫາງອີກຊັ້ນໜຶ່ງ ບາງທີ່ຫາງຂອງມັນກໍ່ສັ້ນໄປກໍ່ມີ ຜີກະຫັງບໍ່ເຄີຍໄດ້ຍິນວ່າທຳຮ້າຍແລະເຮັດອັນຕະລາຍໃຜ ກະຫັງນີ້ເປັນຕະກູນດຽວກັບກະສື ແລະທີ່ມີລັກສະນະແປກປະຫຼາດຫຼາຍ ກະຫັງນັ້ນເວລາຕອນຟ້າແຈ້ງຈະໃຊ້ຊີວິດຮ່ວມກັບສັງຄົມ ແຕ່ເວລາກາຄືນມັນຈະກຍເປັນຮ່າງເດີມຂອງມັນ ກະຫັງມີລັກສະນະເປັນພູດພາຍ ມັນມີກະໂດ້ງໃສ່ແຂນທັງສອງຂ້າງຂອງມັນ ກະໂດ້ງນັ້ນເຮັດໃຫ້ມັນມີອິດທີລິດໃນການບິນຕອນກາງຄືນໄດ້ ແລະກະຫັງກໍຍັງໃຊ້ສາກເຕຳເຂົ້າເປັນອາວຸດປະຈຳກາຍ ແລ້ວຍາມທີ່ມັນບໍ່ໃຊ້ມັນກໍ່ຈະໃຊ້ເປັນຫາງຄືເກົ່າ ສ່ວນການສືບທອດທາຍາດນັ້ນ ບໍ່ແນ່ຊັດວ່າຈະເປັນແບບຜີປອບເຊື້ອບໍ່ ແຕ່ຜີກະຫັງອາດຈະກິນເລືອດຄົນນຳ ກໍ່ໄດ້ຕາມໃຈມັນຕ້ອງການ
ຈົ່ງໃຊ້ວິຈານະຍານໃນການຮັບຊົມ
ຮູບນີ້ເປັນພຽງຮູບປະກອບ
ເລື່ອງນີ້ເປັນເລື່ອງເລົ່າຂອງຜູ່ເຖົ້າຜູ້ແກ່ເລີບຍເອົາມາເລົາໃຫ້ຟັງ ຂໍຂອບໃຈ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment