ດຣາມ້າແຮງ ແອັບເປີ້ນປະກາດຫາຄົນຈັດງານດອງມາຮັບຜິດຊອບ !
ສິວ່າຈົບໄປໄດ້ດີກໍ່ແມ່ນຄືກັນເນາະສໍາລັບງານດອງຂອງສາວ ແອັບເປີ້ນ ແລະ ຟຸກ ມື້ວານນີ້ ແຕ່ວ່າມັນຍັງບໍ່ຈົບເທົ່ານັ້ນ ແອ໋ບເປີ້ນ post ປະກາດຫາຄົນຈັດງານດອງໃຫ້ ປະມານວ່າຢາກໃຫ້ມາຮັບຜິດຊອບກັບສິ່ງທີ່ເກີດຂຶ້ນເນື່ອງຈາກວ່າ ຜູ້ຮັບຈັດງານເປັນສອງອ້າຍນ້ອງໄວລຸ້ນທີ່ເຄີຍຈັດງານຄອນເສີດດັງໆຫຼາຍຄອນເສີດມາແລ້ວໃນລາວໄດ້ມີການເອົາເງິນໄປແລ້ວແຕ່ງານພັດບໍ່ໄດ້ຈັດຫຍັງເລີຍ ແອັບເປີ້ນຍັງບອກອີກວ່າດອກໄມ້ທຸກຢ່າງທີ່ເຫັນໃນງານແມ່ນການຈ້າງມາໃໝ່ໝົດໃນເວລາທີ່ສັ້ນໃຊ້ທີມງານໃໝ່ມາຊ່ວຍເລື່ອງນີ້ເຮັດໃຫ້ສາວແອັບເປີ້ນຮັບບໍ່ໄດ້ຢ່າງແຮງເນື່ອງຈາກວ່າໃກ້ຮອດງານແລ້ວແຕ່ແມ່ນຫຍັງກໍ່ບໍ່ທັນແລ້ວ ໄດ້ຍິນຂ່າວວ່າຄົນຮັບຈັດງານນີ້ກໍ່ໄປຮ່ວມງານເຊັ່ນດຽວກັນແຕ່ວ່າຫຼັງຈາກແລ້ວງານແມ່ນຊອກຫາບໍ່ເຫັນຕິດຕໍ່ຫາກໍ່ບໍ່ໄດ້ຈົນໄດ້ post ລົງປະກາດຫາ.
cr: www.clipded.la
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment