ທ່ານ ສີຈິ້ນຜິງ ເດີນທາງຮອດນະຄອນຫຼວງວຽງຈັນແລ້ວ




ໂດຍຕອບສະໜອງຕາມການເຊື່ອເຊີນຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈະດຳເນີນການຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017 ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ກ້າວສູ່ລວງເລິກ ແລະ ກ້າວສູ່ລະດັບສູງອັນໃໝ່.


ມາຮອດຕອນບ່າຍມື້ນີ້(13ພະຈິກ),  ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ  ກໍໄດ້ເດີນທາງມາເຖິງສະຫນາມບິນສາກົນວັດໄຕ ດ້ວຍຖ້ຽວບິນພິເສດຂອງສປຈີນ(Boeing747-800).

ໂດຍມີ ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງສປປລາວໃຫ້ກຽດຕ້ອນຮັບ.


ຈາກນັ້ນ ທ່ານ ສອນໄຊສີ ພັນດອນ ນຳພາທ່ານ ສີຈິ້ນຜິງ ຍ່າງຜ່ານທະຫານແຖວກອງກຽດຕິຍົດ ໄປຂຶ້ນລົດ ເພື່ອເດີນທາງໄປ ທີ່ພັກຕິດຕາມໄປມີ ທ່ານ ສອນໄຊສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແລະຄະນະ.
ໃນວັນດຽວກັນພິທີຕ້ອນຮັບຢ່າງເປັນທາງການກໍຈະມີຂຶ້ນທີ່ຫໍຄຳ

ການຢ້ຽມຢາມຄັ້ງນີ້ ມີຂຶ້ນ ພາຍຫລັງພັກກອມມູນິດຈີນ ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIX ຢ່າງສະຫ່ງາງາມໃນທ້າຍເດືອນຕຸລາ 2017 ຜ່ານມາ, ເຊິ່ງ ສະຫາຍ ສີ ຈິ້ນຜິງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ຕື່ມອີກສະໄໝໜຶ່ງ. ການທີ່ສະຫາຍ ເລຂາທິການໃຫ່ຍ, ປະທານປະເທດ ສີ ຈິ້ນຜິງ ໄດ້ເລືອກເອົາ ສປປລາວ ເປັນປະເທດຕົ້ນໆ ໃນການເຄື່ອນໄຫວຢ້ຽມຢາມຕ່າງປະເທດຂອງຕົນໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ສປຈີນ ເວົ້າລວມ, ຂອງ ສະຫາຍ ສີ ຈິ້ນຜິງ ເວົ້າສະເພາະ ຕໍ່ການພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ສາຍພົວພັນແບບຄູ່ຮ່ວມຍຸດທະສາດ ລາວ-ຈີນ.

ຂອບໃຈຂໍ້ມູນຈາກ laosupdate

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments