ຕຳນານ "ພະຍານາກ" ສ້າງແມ່ນຳ້ຂອງ ແລະ ແມ່ນຳ້ນານ


ຫຼາຍຄົນຄືສິເຄີຍໄດ້ຍິນພໍ່ເຖົ້າຜູ້ແກ່ເລົ່າສຶບຕໍ່ກັນມາດ້ວຍປາກຕໍ່ປາກຂອງການສ້າງແມ່ນຳ້ຂອງໂດຍສອງພະຍານາກທີ່ມີຊື່ວ່າ "ພຣະຍາສີສຸດໂທ ນະຄະລາດ" ແລະ "ພຣະຍາສຸວັນນາຄະລາດ" ສອງສະຫາຍໄດ້ຄອງເມືອງໜອງແສ ພາກເໜືອຂອງລາວ ( ປະຈຸບັນ ຢູ່ໃນເຂດຂຸນໝິງປະເທດຈີນ ຊາວຈີນເອີ້ນວ່າ ທະເລສາບເອີ໋ໄຫ ) ແລະ ພຣະຍາສຸວັນນາດ ( ພຣະຍາສຸວັນນາຄະລາດ ) ເປັນຜູ້ສ້າງເມືອງໜອງຫານ ( ສະກົນນະຄອນ ) ສອງສະຫາຍນີ້ເປັນເພື່ອນຮັກກັນ ແລະ ສອງສະຫາຍນີ້ຈະປ່ຽນກັນນອອກໄປລ່າອາຫານ ໄດ້ອານຫານມາກໍຈະແບ່ງກັນຄົນລະເຄິ່ງ



ຕໍ່ມາພຣະຍາສີສຸດໄດ້ອອກໄປລ່າສັດແລະໄດ້ອາຫານມາເປັນຊ້າງ ຊຶ່ງມີຈຳນວນຫຼວງຫຼາຍພ້ອມຂົນແລະຫາງ ເຊິ່ງຖືວ່າເປັນມົງຄົນມອບໃຫ້ນຳ ຊຶ່ງເຮັດໃຫ້ເກີດຄວາມພໍໃຈຂອງພຣະສຸວັນນາດຢ່າຫຼາຍ ຄັ້ງຕໍ່ມາພຣະຍາສຸວັນມີອາຫານເປັນເໝັນເຊິ່ງເປັນອາຫານແຊບ ຈຶ່ງແບ່ງແລ້ວຮ້ອຍໃສ່ໄມ່ເຮັດເປັນພວງ ພ້ອມທັງຂົນເໝັ່ນເປັນທີ່ລະລຶກ ໄປສົງໃຫ້ພຣະຍາສີສຸດໂທ

ເມື່ອພຣະຍາສີສຸດໂທເຫັນດັ່ງນັ້ນຈຶ່ງພຣະຍາສຸວັນນາດ ເພາະພຣະຍາສີສຸດໂທບໍ່ເຄີຍເຫັນເໝັ່ນ ແລະ ຄິດວ່າເໝັ່ນໃຫຍ່ກວ່າຊ້າງເບິ່ງຈາກລັກສະນາຂົນຂອງເໝັ່ນຍາວກວ່າຂົນຊ້າງ ແລ້ວຈຶ່ງເວົ້າຂຶ້ນວ່າ "ຊິ້ນຊ້າງທັງຂົນທັງຫາງເຮົາມອບໃຫ້ເຄິ່ງໜຶ່ງຍັງໄດ້ເຕັມກຽນ ນີ້ມັນຂົນເໝັ່ນຂະໜາດໃຫຍ່ແບ່ງໃຫ້ເຮົາພວງດຽວ" ຈຶ່ງເຮັດໃຫ້ຮ້າຍແລະຄຽດແຄ້ນພຣະຍາສຸວັນນາດຢ່າງແຮງ ພຣະຍາສີສຸດໂທພ້ອມທະຫານອີກ 500 ຄົນຈຶ່ງທ້າລົບກົບພຣະຍາສຸວັນນາດ (ພຣະຍາສຸວັນນາດກໍ່ມີທະຫານ 500 ຄົນເທົ່າກັນ) ແລະເຮັດໃຫ້ເຮັດໃຫ້ເກີດສົງຄາມຍາວນານເຖິງ 7 ປີ ຊຶ່ງຕ່າງຝ່າຍຕ້ອງການໄຊຊະນະຈາກສົງຄາມ ແລະ ຂັບໄລ່ຝ່າຍຕົງຂ້າມອອກຈາກໜອງກະແສຈະເຮັດການຄອບຄອງໜອງກະແສໄວ້ພຽງຜູ້ດຽວ



ການຕໍ່ສູ້ຂອງພຣາຍານາກທັງສອງໄດ້ເຮັດໃຫ້ແຜ່ນດິນສັ່ນສະເທືອນໄປທົ່ວ ເກີດຄວາມເດືອດຮ້ອນໄປທັງສາມພັບ ເມືອງບາດານ ເມືອງມະນຸດ ແລະ ສະຫວັນ ເມື່ອພຣະອິນຮູ້ຂ່າວຈຶ່ງໄດ້ລົງມາຍັງໂລກມະນຸດເພື່ອສອບຖາມ ເມື່ອຮູ້ວ່າກໍ່ສັ່ງໃຫ້ພຣະຍານາກທັງສອງຫຍຸດຕິສົງຄາມແລ້ວໃຫ້ແຂ່ງຂັນກັນ ສ້າງແມ່ນຳ້ຈາກໜອງກະແສໄປຈົນເຖິງທະເລ ຖ້າຜູ້ໃດຮອດກ່ອນເປັນຝ່າຍສະນະແລະຄອບຄອງແມ່ນຳ້ສາຍນັ້ນ

ເມື່ອໄດ້ຮັບຄຳສັ່ງຈາກພຣະອິນແລ້ວ ພຣະຍານາກທັງສອງຈຶ່ງນຳພາທະຫານຂອງຕົນຂຸດແມ່ນຳ້ ອອກຈາກໜອງແສຢ່າງໄວວາ ພຣະຍາສຸວັນນາດເປັນພຣະຍານາກທີ່ລະອຽດອ່ນ ມີຄວາມເປັນລະບຽບໃຫ້ທະຫານຂອງຕົນຂຸດແມ່ນຳ້ໃຫ້ຊື່ ຈຶ່ງໄດ້ໃຊ້ເວລາດົນນານ ໃນການຂຸດແມ່ນຳ້ບໍ່ຍາວຫຼາຍ

ຈົນເຮັດໃຫ້ການຂຸດຊ້າແລະເສຍພຣະຍາສີສຸດໂທ ເພາະການຂຸດຊ້າຫຼືດົນນານ ຈຶ່ງໄດ້ຊື່ວ່າ “ແມ່ນຳ້ນານ” ແລະເປັນທີ່ຄອບຄອງຂອງພຣະຍາສຸວັນນາດພ້ອມບໍລິວານ ຈຶ່ງໄດ້ສາຍຍາວ່າ “ແມ່ນຳ້ນານ ແຫ່ງສຸວັນນະພູມ” ຊຶ່ງໝາຍເຖິງທີ່ຢູ່ຂອງພຣະຍາສຸວັນນາດ ເຊິ່ງເປັນແຜ່ນດິນຂອງປະເທດໄທ ພວກເຂົາໄດ້ເອີ້ນແຜ່ນດິນນີ້ວ່າ “ສຸວັນນະພູມ” ມາເທົ່າສູ່ມື້ນີ້

ຝ່າຍພຣະຍາສີສຸດໂທ ເມື່ອໄດ້ຄຳສັ່ງ ຈຶ່ງໄດ້ພາກັນຂຸດແມ່ນຳ້ອອກຈາກໜອງກະແສໄປທາງທິດຕາເວັນອອກຢ່າງໄວວາ ເນືອງຈາກ "ພຣະຍາສີສຸດໂທ" ເປັນພຣະຍານາກທີ່ໃຈຮ້ອນແລະມີພະລັງເກັ່ງກ້າຫຼາຍ ຈຶ່ງສັ່ງໃຫ້ຂຸດແມ່ນຳ້ເມື່ອເຫັນພູຂວາງໜ້າໃຫ້ຂຸດໄປຕາມຊອກຫຼີກຫີນແລະພູຈຶ່ງເຮັດໃຫ້ເກີດຄວາມໂຄ້ງງໍ ເປັນແຫ່ງກໍເລິກບາງແຫ່ງກໍກວ້າງ ຕາມຊອກຖຳ່ຫີນຜາ ຈົນຮອດທະເລຕາມຄຳສັ່ງຂອງພຣະອິນກ່ອນພຣະຍາສຸວັນນາດ

ເມື່ອສຳເລັດກໍ່ນຳຂ່າວໄປບອກໃຫ້ພຣະອິນຮູ້ ພຣະອິນຈຶ່ງປະກາດໃຫ້ພຣະຍາສີສຸດໂທເປັນຝ່າຍຊະນະ ແລະ ໃສ່ຊື່ແມ່ນຳ້ນີ້ວ່າ "ແມ່ນຳຂອງ ພຣະຍາສີສຸດໂທ" ທາງໄທເອີ້ນວ່າ “ແມ່ນຳ້ໂຂງ” ເພາະຄວາມໂຄ້ງງໍຂອງແມ່ນຳ້ທີ່ພຣະຍາສີສຸດໂທສ້າງ ໂດຍພຣະຍາສີສຸດໂທໄດ້ພາບໍລິວານພາກັນອາໄສຢູ່ແມ່ນຳ້ຂອງ ພຣະອິນອະນຸຍາດໃຫ້ເກີດມີປາບຶກໃຫ້ເປັນລັກສະນະຂອງແມ່ນຳ້ ແລະໃຫ້ເປັນຜູ້ຄອບຄອງເມືອງບາດານແຕ່ພຽງຜູ້ດຽວ ໂດຍອະນຸຍາດໃຫ້ມີປະຕູຂຶ້ນເມືອງມະນຸດ 3 ແຫ່ງຄື


  •  ພຣະທາດຫຼວງວຽງຈັນ 
  • ໜອງຄັນແທ
  • ພົມປະກາຍໂລກ "ຄຳຊະໂນດ"

ເປັນເລື່ອງເລົ່າທີ່ເລົ່າສືບຕໍ່ກັນມາ ເປັນຄວາມເຊື່ອສ່ວນບຸກຄົນ ຂໍຂອບໃຈທີ່ທ່ານເຂົ້າຊົມ




-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments