ທີມຊາດ ອີຕາລີ ພາດບໍ່ໄດ້ໄປບານໂລກ
ທີມຊາດ ອີຕາລີ ອະດີດແຊມໂລກ 4 ສະໄຫມ່ ບໍ່ສາມາດເຈາະປະຕູ ທີມຊາດ ສະວີເດັນ ໄດ້ໃນເກມນັດທີ່ 2 ທີ່ສະໜາມ ຊານຊີໂລ່ ໂດຍເຮັດໄດ້ແຕ່ສະເໜີ ກັບ ສະວີເດັນ 0-0 ຜົນປະຕູລວມ ສະວີເດັນ ຊະນະ 1-0 ຈອງປີ້ໄປບານໂລກ 2018 ທີ່ຣັດເຊຍ ກາງປີໜ້າໄດ້ໃນທີ່ສຸດ
ການບໍ່ໄດ້ໄປບານໂລກໃນຄັ້ງນີ້ ນັບເປັນຄັ້ງທຳອິດທີ່ ອີຕາລີ ຖືກເຂຍ ຕົກຮອບຄັດເລືອກນັບຕັ້ງແຕ່ບານໂລກຄັ້ງສຸດທ້າຍໃນປີ 1958 ທີ່ ສວີເດັນ ເປັນເຈົ້າພາບ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment