"7 ເພງສາກົນຫວານໆ" ເໝາະສຳລັບງານແຕ່ງງານ (ມາຟັງນຳກັນເລີຍ)
ຊ່ວງເດືອນພະຈິກ-ທັນວາ ຖືວ່າເປັນເລີກງາມຍາມດີໃນການຈັດງານແຕ່ງງານຂອງຫຼາຍໆຄູ່ ດ້ວຍອາກາດເຢັນໆ ບໍ່ມີຝົນມາລົບກວນບັນຍາກາດ ແລະໄດ້ສະເຫຼີມສະຫຼອງຄວາມສຸກໃຫ້ແກ່ຄູ່ບ່າວສາວກັນສົ່ງທ້າຍປີ ໃຜໝູ່ເພື່ອນຫຼາຍກໍຮັບຊອງກັນຫຼາຍແດ່ ແຕ່ທຸກຄົນເປັນຄືກັນກັບເຮົາບໍ? ໄປງານໃດກໍຈະໄດ້ຍິນແຕ່ເພງຊ້ຳໆ ຕັ້ງແຕ່ 2-3 ປີທີ່ຜ່ານມາ ເຮົາເລີຍຢາກຈະຊວນເພື່ອນໆ ມາອັບເດດເພງສາກົນມ່ວນໆໆ, ຫວານໆ ໃນປີນີ້ກັນຈັກໜ້ອຍ ງານແຕ່ງງານຂອງທ່ານຈະໄດ້ມີບັນຍາກາດໃໝ່ໆ ບໍ່ຊ້ຳໃຜຫຼາຍຂຶ້ນອີກໜ້ອຍໜຶ່ງ ຟັງເບິ່ງໜ້າສົນໃຈແມ່ນບໍລະ?
1. Ed Sheeran – Perfect
ເຖິງແມ່ນວ່າຈະຫຼົງຮັກເພງ “Thinking Out Loud” ຫຼາຍພຽງໃດ ແຕ່ຖ້າຢາກອັບເດດເພງໃໝ່ ກໍຕ້ອງເພງນີ້ເລີຍ ມີເນື້ອເພງສຸດຫວານໂຣແມນຕິກບໍ່ໜ້ອຍກວ່າກັນ. ເຜີໆເຮົາວ່າຫວານກວ່າເກົ່າຊໍ້າ.
ເນື້ອເພງສຸດຫວານ : “Baby I'm dancing in the dark with you between my arms
Barefoot on the grass listening to our favourite song
When you said you looked a mess I whispered underneath my breath
But you heard it darling you look perfect tonight”
2. Harry Styles – Sweet Creatures
ເພງຈາກອາລະບໍາໃໝ່ຂອງໜຸ່ມ Harry Styles ເພງນີ້ບໍ່ທຳມະດາ ເພາະເປັນເພງປັອບໂຟກທີ່ເດັກຟັງໄດ້ ຜູ້ໃຫຍ່ຟັງດີ ກາຣັນຕີໂດຍແມ່ແທ້ໆ ຂອງໜຸ່ມ Harry ເອງທີ່ຢືນຢັນວ່າ ມັກເພງນີ້ທີ່ສຸດໃນອາລະບໍານີ້ ເປີດໃຫ້ແຂກໃນງານຟັງເພີນໆ ໄດ້ເລີຍ.
ເນື້ອສຸດຫວານ : “Sweet creature, sweet creature
Wherever I go, you bring me home
Sweet creature, sweet creature
When I run out of road, you bring me home”
3. Miley Cyrus – Malibu
ຄູ່ໃດທີ່ເຄີຍຫ່າງໆ ກັນໄປ ແລ້ວຣີເທິນກັບມາຄົບກັນໃໝ່ ອາດຈະຢິ່ງອິນກັບເພງນີ້ຫຼາຍຂຶ້ນ ເພາະສາວ Miley ເອງກໍຂຽນເພງນີ້ຂຶ້ນຫຼັງຈາກທີ່ນາງໄດ້ກັບມາຄົບກັບອະດີດຄົນຮັກອີກຄັ້ງເຊັ່ນກັນ ແລະຫາກຄູ່ໃດວາງແຜນຈະຈັດງານແຄມທະເລ ຫຼື ແຄມນໍ້າ ເພງນີ້ກໍຂາດບໍ່ໄດ້ເດັດຂາດ.
“We watched the sun go down as we were walkin'
I'd spend the rest of my life just standing here talkin'
You would explain the current as I just smile
Hoping that you'll stay the same and nothing will change
And it'll be us just for a while”
4. John Mayer – Love on the Weekend
ຖ້າຢາກໄດ້ເພງທີ່ບໍ່ຫວານຫຼາຍຈົນເກີນໄປ ເລົ່າເຖິງຊີວິດຂອງທັງສອງທີ່ຜ່ານມາພໍສັງເຂບ ກໍຕ້ອງເພງນີ້ ເພາະອ້າຍຈອນເລົ່າເຖິງຄວາມຮູ້ສຶກທີ່ໄດ້ພົບກັບຄົນຮັກທຸກໆວັນຢຸດເສົາ-ອາທິດເອົາໄວ້ໄດ້ຢ່າງໜ້າຮັກໜ້າຊັງ. ຮັບຮອງວ່າເພງນີ້ບໍ່ຫຼາຍບໍ່ໜ້ອຍຈົນເກີນໄປແນ່ນອນ.
ເນື້ອເພງສຸດຫວານ : “And I'll be dreaming' of the next time we can go
Into another serotonin' overflow
Love on the weekend love on the weekend
I'm busted up but I'm loving every minute of it”
5. James Arthur – Say You Won’t Let Go
ເພງນີ້ອອກເມື່ອປາຍປີ 2016 ແຕ່ກໍຍັງບໍ່ຊ້າສວາຍຖ້າຈະນຳມາເປີດໃນງານປີ 2017 ນີ້ ເພາະຄວາມໝາຍຂອງເພງດີເກີນກວ່າຈະປ່ອຍໃຫ້ເພງນີ້ຜ່ານປີນີ້ໄປເສີຍໆ.
ເນື້ອເພງສຸດຫວານ : “I wanna live with you even when we're ghosts
Cause you were always there for me when I needed you most
I'm gonna love you till my lungs give out
I promise till death we part like in our vows
So I wrote this song for you, now everybody knows
Cause it's just you and me until we're grey and old”
6. Ed Sheeran – How Would You Feel (Paean)
ປີນີ້ຕ້ອງຍົກຕຳແໜ່ງເຈົ້າພໍ່ເພງຮັກໂຣແມນຕິກໃຫ້ລາວ ເພາະອາລະບໍາໃໝ່ນີ້ເຕັມໄປດ້ວຍເພງຮັກຫວານສຸດຂີດທັງນັ້ນ. ເພງນີ້ກໍເຊັ່ນກັນ ບອກຮັກຢ່າງກົງໄປກົງມາທີ່ສຸດເພງໜຶ່ງເລີຍ.
ເນື້ອເພງສຸດຫວານ : “How would you feel
If I told you I loved you
It's just something that I want to do
I'm taking my time spending my life
Falling deeper in love with you”
7. Ariana Grande & John Legend - Beauty and the Beast
ເວີຊັນໃໝ່ໄສໄລກວ່າເກົ່າ. ໃຜຢາກໄດ້ບັນຍາກາດເຈົ້າຊາຍເຈົ້າຍິງແຫ່ງໂລກດິສນີ, ເພງນີ້ເປັນ a must ເລີຍເດີ້.
ເນື້ອເພງສຸດຫວານ : “Certain as the sun rising in the east
Tale as old as time, song as old as rhyme
Beauty and the Beast”
ເພງຂອງປີທີ່ຜ່ານມາກໍຍັງໃຊ້ໄດ້ຢູ່ ແຕ່ຖ້າຢາກອັບເດດໃຫ້ງານແຕ່ງຂອງທ່ານໃໝ່ຂຶ້ນ, ເພງບໍ່ຊ້ຳກັບງານອື່ນໆ ຫຼາຍຂຶ້ນ, ຢ່າລືມເພີ່ມເພງເຫຼົ່ານີ້ລົງໄປໃນເພຼລິສຂອງທ່ານນຳເດີ້.
ຂໍຂອບໃຈ
ຂໍ້ມູນ: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments
Post a Comment