ສອງອ້າຍນ້ອງໄປຫາປາຢູ່ນາເມື່ອຂີ່ລົດກັບບ້ານບໍ່ຄິດວ່າສິເຈີແບບນີ້
ວີດີໂອຈາກປະເທດຈີນເຫດການມີເດັກນ້ອຍສອງຄົນກຳລັງຂີ່ລົດຈັກກັບຈາກຫາປູຫາປາຢູ່ກາງປ່າກາງທົ່ງນາ ໃນຂະນະທີ່ຂີ່ລົດນັ້ນຜູ້ເປັນອ້າຍໄດ້ແນມເຫັນຄືມີຫຍັງເລືອຢູ່ທາງຫນ້າເລີຍຖິ້ມລົດທີ່ກຳລັງຂັບຢູ່ນັ້ນລົງແຄມທາງໂດຍທີ່ບໍ່ໄດ້ເອີ້ນບອກຮອດຜູ້ເປັນນ້ອງຢູ່ດ້ານຫລັງ ກະເລີຍເຮັດໃຫ້ນ້ອງເສຍຫລັກຕັ້ງຮັບອາລົມອ້າຍບໍ່ທັນ ເລີຍຕົກລົດຟົ້ງໄປໄກຈາກລົດພໍສົມຄວນ ໃນຂະນະທີ່ອ້າຍຖິ້ມລົດແລ້ວອ້າຍຕັ້ງສະຕິຕັ້ງຫນ້າຕັ້ງຕາຢືນໃຫ້ໄດ້ແລ້ວແລ່ນໄປຈັບສິ່ງທີ່ເລືອຢູ່ດ້ານຫນ້າຈົນໄດ້ ນັ້ນກໍ່ຄືງູເຫລືອມໂຕບັກໃຫ່ຍ ມັນມີທັງຫມົດ2ໂ, ພໍຜູ້ເປັນນ້ອງເຫັນອ້າຍຈັບງູ ທາງນີ້ກະຫີບຟ້າວລຸກຂື້ນແລ່ນຈາກການຕົກລົດຢ່າງໄວວາ5555 ແລ່ນໄປຈັບງູອີກໂຕຫນຶ່ງຈົນໄດ້ ລະງູທີຈັບບໍ່ແມ່ນວ່າໂຕນ້ອຍໆໃດ ພໍດືງຫາງອອກມາລະ ປະໂທ້ ໂຕໃຫ່ຍກວ່າເຂົາສອງຄົນອີກ ຈາກການສັງເກດແມ່ນຖືວ່າສອງຄົນນີ້ມິປະສົບການໃນການຈັບງູຫຼາຍ ເພາະເດັກນ້ອຍຊຳນີ້ບໍ່ຫນ້າສິມີຄວາມກ້າປານນັ້ນ ລອງເປັນຜູ້ໃຫ່ຍກະຄືສິພາກັນແລ່ນຫນີຫມົດ ແຕ່ນີ້ພະເອກສອງຄົນໂດດລົດຈັກແລ່ນຈັບງູໂຕໃຫ່ຍກວ່າເຂົາສອງຄົນອິກເຊິ່ງມັນສາມາດຫັດເຂົາສອງຄົນໃຫ້ຕາຍໄດ້ໃນທັນທີ ແຕ່ວ່າເຂົາສອງຄົນນີ້ຈັບຄໍງູຫັກໃສ່ຖົງກັບບ້ານເຮັດລາບກິນໄດ້ສະບາຍ 5555 ສຸດຍອດຫຼາຍ (ຖ້າບໍ່ມີປະສົບການພໍຫ້າມຮຽນແບບເດັດຂາດ ທ່ານອາດເຖີງແກ່ມໍລະນະກຳໄດ້)
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
ຄລິບ Video
ຂໍມູນຈາກ 天下奇闻
ລາວຮ໋ອດຮິດ See New. Hear New. Feel New.






















Comments
Post a Comment