ປະທານສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ

ວັນທີ 24 ພະຈິກ ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂຳນັບຂອງຄະ ນະຜູ້ແທນຂັ້ນສູງນະຄອນຫຼວງ ຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ນຳໂດຍສະຫາຍ ຫວ່າງ ຈຸງຮ່າຍ ກຳມະການສູນກາງພັກ ກອມມູນິດຫວຽດນາມ ເຈົ້າຄອງ ນະຄອນຫຼວງຮ່າໂນ້ຍ ເນື່ອງ ໃນໂອກາດທີ່ສະຫາຍ ແລະ ຄະ ນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະນຳນະ ຄອນຫຼວງວຽງຈັນ ຢ່າງເປັນ ທາງການ ລະຫວ່າງວັນທີ 24- 26 ພະຈິກ 2017 ນີ້.

ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສະແດງຄວາມຕ້ອນຮັບ ດ້ວຍໄມຕີຈິດອັນອົບອຸ່ນຕໍ່ສະ ຫາຍ ຫວ່າງ ຈຸງ ຮ່າຍ ກຳມະ ການ ພ້ອມດ້ວຍຄະນະ, ຕີລາ ຄາສູງຕໍ່ການເດີນທາງມາຢ້ຽມ ຢາມ ແລະ ພົບປະກັບຄະນະນຳ ນະຄອນຫຼວງວຽງຈັນ ເຊິ່ງເປັນ ການປະກອບສ່ວນເຂົ້າໃນການ ເສີ່ມຂະຫຍາຍສາຍພົວພັນ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ທີ່ເປັນມູນເຊື້ອມາແລ້ວ ໃຫ້ນັບມື້ນັບແຕກດອກອອກຜົນ ຍິ່ງໆຂຶ້ນ.
ສະຫາຍ ຫວ່າງ ຈຸງ ຮ່າຍ ກໍໄດ້ກ່າວສະແດງຄວາມຂອບ ໃຈ ຕໍ່ສະຫາຍ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນພ້ອມທັງໄດ້ຊີ້ແຈງເຖິງຈຸດ ປະສົງຂອງການ ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກກັບ ຄະນະນຳນະຄອນຫຼວງວຽງຈັນ ຄັ້ງນີ້ ໃຫ້ສະຫາຍ ນາງ ປານີ ຢ່າ ທໍ່ຕູ້ ໄດ້ຮັບຊາບ ໂດຍຄະນະຜູ້ ແທນຂັ້ນສູງ ນະຄອນຫຼວງຮ່າ ໂນ້ຍ ຈະໄດ້ເຊັນບົດບັນທຶກການ ຮ່ວມມືໃນຂົງເຂດຕ່າງໆລະ ຫວ່າງສອງ ນະຄອນຫຼວງ ໃນ ໄລຍະແຕ່ປີ 2017-2020 ໃຫ້ ກ້າວສູ່ລວງເລິກ ແລະ ມີຫມາກ ຜົນຕົວຈິງ.



ໂດຍ: ສອນໄຟ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments