ເສົາກາງເຮືອນ ມາລອງອ່ານເລື່ອງຜີກັນເບິ່ງ
ເລື່ອງນີ້ມີຢູ່ວ່າ.. ເປັນເລື່ອງຂອງເຮືອນເຮົາເອງ ຫາກໍສ້າງວ່າງປີທີ່ແລ້ວນີ້ ເປັນ 2 ຊັ້ນ ຊັ້ນເທິງເປັນໄມ້ ຊັ້ນລຸ່ມເປັນປູນ ຊ່າງທີ່ມາສ້າງເຮືອນເຮົາເປັນຄົນຊື້ອຸປະກອນມາໃຫ້ ລວມເຖິງໄມ້ທັງໝົດ ເພາະວ່າຊ່າງກຸ່ມນີ້ສີມືດີ ພີ່ນ້ອງແນະນຳມາ ກໍ່ເລີຍເຊື່ອໃຈ ບໍ່ຄ່ອຍໄດ້ເບິ່ງລະອຽດຫຍັງຫຼາຍ ຈົນວ່າເຮືອນສ້າງເກືອບແລ້ວ ເຮົາຈຶ່ງພາກັນເຂົ້າມາເບິ່ງ
ພໍດີລອງເຂົ້າໄປເບິ່ງໃນເຮືອນ ເຮົານິຂົນຫົວລຸກແປກໆເລີຍ ຄິດໃນໃຈວ່າມັນຕ້ອງມີຫຍັງແນ່ນອນ ແລ້ວມັນກໍ່ເປັນແທ້ຕາມທີ່ຄິດ ທີ່ຊັ້ນສອງຂອງເຮືອນມີເສົາຕົກນຳ້ມັນ 1 ຕົ້ນ ກາຍຄັນໄດໄປໜ່ອຍດຽວ ເຮົາເລີຍໄປຖາມຊ່າງ ຊ່າງກໍ່ແກ້ໂຕວ່າເໝົາໄມ້ມາແຕ່ໂຮງເລື່ອຍ ແລ້ວມີເສົາຕົ້ນນີ້ຕິດມານຳ ເຊົາກະບໍ່ຮູ້ວ່າສິເຮົດແນວໃດ ຈຶ່ງເອົາໄປເຮັດເສົາຫ້ອງນອນ ກໍ່ຢ້ານວ່າເຈົ້າຂອງເຮືອນສິນອນບໍ່ໄດ້ ເລີຍເອົາມາໄວ້ທີ່ທາງຂຶ້ນລົງແທນ ແຖມຍັງຜູກຜ້າ 3 ສີໃຫ້ອີກຕ່າງຫາກ ແລ້ວຍັງເລົ່າຄົນງານເຫັນຫຼາຍຄົນແລ້ວ ເລີຍຄິດໃຈ"ເອົາມາໃສ່ໃຫ້ເພື່ອ" ວິນາທີນັ້ນຢາກໂດດຖີບຊ່າງຫຼາຍ ແຕ່ຊ່າງກໍ່ບອກວ່າ ໃຫ້ເອົາເຂົາຢູ່ນຳ ບາງທີເຂົາໃຫ້ໂຊກລາບ
ຫຼັງຈາກນັ້ນແມ່ເຮົາກໍ່ເລີຍໄປຫາພຣະ ພຣະເພິ່ນມາເບິ່ງໃຫ້ແລ້ວກໍ່ບອກວ່າ ‘ຢູ່ນຳກັນ ບໍ່ມີປັນຫາຫຍັງດອກ’ ແມ່ກໍເລີຍສະບາຍໃຈ ຫຼັງຈາກເຮັດບຸນເຮືອນແລ້ວ ຄອບຄົວເຮົາກໍ່ຍ້າຍເຂົ້າມາຢູ່ ຄືນແລກກໍ່ມາທັກທາຍກັນເລີຍ ໂດຍເຂົ້າມາໃນຝັນ ແມ່ ນ້ອງຊາຍ ແລະນ້ອງສາວ ທັງ 3 ຄົນຝັນຄືກັນໝົດ ຜູ້ຍິງໃສ່ຊຸດຂາວກັບມີເດັກນ້ອຍຜູ້ຊາຍມາຫາ ແຕ່ບໍ່ໄດ້ເວົ້າຫຍັງ ແລ້ວກໍຫາຍໄປ.. ສ່ວນເຮົາ ເຂົາມາເຮັດໃຫ້ເຫັນພາບຕ່າງໆ ກ່ຽວກັບ ພາບທີ່ເົຮາເຫັນຄື 2 ແມ່ລູກຕາຍ ແລະຝັງຕົ້ນໄມ້ຕົ້ນໜຶ່ງ ຈາກນັ້ນມາ ພວກເຂົາເລີຍມາຢູ່ໃນຕົ້ນໄມ້ແບບນັ້ນຕະຫຼອດມາ ແລ້ວຕົ້ນໄມ້ນັ້ນກໍ່ຖຶກຕັດມາເຮັດເຮືອນ ເຂົາເລີຍນຳມາ
ຕອນເຊົ້າເຮົາເລີຍເລົ່າເລື່ອງນີ້ໃຫ້ຄົນໃນເຮືອນຟັງ ຕ່າງຄົນຕ່າງພາກັນຢ້ານ ເຮົາເລີຍບອກວ່າບໍ່ຕ້ອງຢ້ານ ເບຶ່ງແລ້ວວ່າພວກເຂົາ 2 ແມ່ລູກນີ້ນິໄສດີ ຫຼັງຈາກນັ້ນວັນພຣະ ພວກເຮົາກໍເລີຍຫາຂະໜົມນຳ້ແດງມາໄຫວ ແລະພວກເຮົາຍາດນຳ້ໃຫ້ເຂົາ 2 ຄົນ ນັບຈາກນັ້ນມາ ກໍຢູ່ຮ່ວມກັນໄດ້ປົກກະຕິ.. ແລ້ວເຮົາເຄີຍໄດ້ຍິນໝູ່ເລົ່າໃຫ້ຟັງ ເວລາພວກເຮົາບໍ່ຢູ່ເຮືອນ ເຂົາມັກເຫັນຜູ້ຍິງຊຸດຂາວມາຍືນໜ້າປະຕູປ່ອງຢ້ຽມແມ່ເຮົາຕະຫຼອດ ເຊິ່ງເຮົາຄິດວ່າເຂົ້າຢາກຈະເຝົາເຮືອນໃຫ້ ເຂົາບໍ່ໄດ້ຄິດສິຫຼອກໃຜດອກ ເມືອເຖິງເວລາພວກເຂົາກໍ່ໄປເອງ..
ພາບນີ້ເປັນພາບປະກອບທັງໝົດ (ຄວາມເຊື່ອສ່ວນບຸກຄົນ)
ໃຜມັກຝາກກົດໄລ ກົດແຊ ເປັນກຳລັງໃຈໃຫ້ແນ່ເດີ້
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment